ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະພາບຢູໂຣບ ສະເໜີໃຫ້ຫ້າມນຳເຂົ້ານ້ຳມັນ ຈາກຣັດເຊຍ ແລະ​​ຕັດ​ທະ​ນາ​ຄານຣັດ​ເຊຍ​ ຈາກ​ລະ​ບົບ​ໂອນ​ເງິນ​ສາ​ກົນ


ທ່ານນາງເອີຊູລາ ວອນ ເດີ ເລເຢນ (ກາງ), ປະທານກຳມາທິການສະຫະພາບຢູໂຣບຫລື EC ຫລຽວ​ເບິ່ງ​ສົບ​ຂອງ​ພົນ​ລະ​ເຮືອນທັງ​ຫລາຍ​ ທີ່​ຖືກ​ຂ້າ​ຕາຍໃນ​ເມືອງ Bucha ທີ່​ເປັນ​ເຂດ​ຊານ​ເມືອງ​ຂອງ​ນະ​ຄອນ​ຫລວງ​ກີ​ຢິບ ໃນ​ຢູ​ເຄ​ຣນ, ວັນ​ທີ 8 ເມ​ສາ, 2022.
ທ່ານນາງເອີຊູລາ ວອນ ເດີ ເລເຢນ (ກາງ), ປະທານກຳມາທິການສະຫະພາບຢູໂຣບຫລື EC ຫລຽວ​ເບິ່ງ​ສົບ​ຂອງ​ພົນ​ລະ​ເຮືອນທັງ​ຫລາຍ​ ທີ່​ຖືກ​ຂ້າ​ຕາຍໃນ​ເມືອງ Bucha ທີ່​ເປັນ​ເຂດ​ຊານ​ເມືອງ​ຂອງ​ນະ​ຄອນ​ຫລວງ​ກີ​ຢິບ ໃນ​ຢູ​ເຄ​ຣນ, ວັນ​ທີ 8 ເມ​ສາ, 2022.

ປະທານກຳມາທິການສະຫະພາບຢູໂຣບຫລື EC, ທ່ານນາງເອີຊູລາ ວອນ ເດີ ເລເຢນ (Ursula von der Leyen) ໄດ້ເປີດເຜີຍຊຸດການລົງໂທດໃໝ່ ທີ່ ລວມມີການຫ້າມ​ນຳ​ເຂົ້ານໍ້າມັນທັງ​ສິ້ນ​ເລີຍ ໂດຍ​ໃຫ້​ຢຸດ​ການນໍາເຂົ້ານໍ້າມັນດິບ ຂອງຣັດເຊຍພາຍໃນຫົກເດືອນ ແລະຢຸດການນໍາເຂົ້າຜະລິດຕະພັນ ທີ່ກັ່ນແລ້ວ​ໃນທ້າຍປີ.

ຊຸດການ​ລົງ​ໂທດດັ່ງກ່າວຕ້ອງໄດ້ຮັບການອະນຸມັດຢ່າງເປັນເອກສັນ​ກັນ ໂດຍ ສະມາຊິກຂອງ​ສະ​ຫະ​ພາບ​ຢູ​ໂຣບ ຫລື EU.

ທ່ານນາງວອນ ເດີ ເລເຢນ (von der Leyen) ກ່າວຕໍ່ລັດຖະສະພາຢູ​ໂຣບ ວ່າ "ຂໍໃຫ້ເຂົ້າ​ໃຈຢ່າງຈະແຈ້ງວ່າ ມັນຈະບໍ່ແມ່ນເລື່ອງງ່າຍເລີຍ ເພາະວ່າບາງ ປະເທດສະມາຊິກແມ່ນເພິ່ງ​ພາ​ອາ​ໄສນ້ໍາມັນຣັດ​ເຊຍຢ່າງຫຼວງຫຼາຍ, ແຕ່ພວກ ເຮົາຈຳ​ເປັນຕ້ອງໄດ້ເຮັດ."

ທ່ານ​ນາງ​ກ່າວ​ວ່າ ວິທີ​ການລົງ​ໂທດ​ແບບ​ເປັນ​ໄລຍະ​ ຈະ​ອະນຸຍາດ​ໃຫ້​ບັນດາ​ສະ ມາຊິກ​ສະຫະພາບ​ຢູ​ໂຣບ ​ຊອກ​ຫາ​ທາງ​ເລືອກ​ອື່ນ​ແທນ​ໃຫ້​ການ​ນຳ​ເຂົ້ານ້ຳ​ຂອງ ຣັດ​ເຊຍ ​ແລະສົ່ງ​ຜົນ​ສະທ້ອນທີ່​ບໍ່​ດີ​ຕໍ່​ຕະຫຼາດ​ພະລັງງານ​ທົ່ວ​ໂລກຢ່າງ​ໜັກ, ຊຶ່ງ​ຈະຊ່ວຍ​ເພີ່ມ​ຄວາມ​ກົດ​ດັນ​ຕໍ່ຣັດ​ເຊຍ​ ໃນ​ຂະນະ​ທີ່​ຫຼຸດຜ່ອນ​ຄວາມ​ເສຍ​ຫາຍ​ດ້ານ​ເສດຖະກິດ​ທີ່​ມາຄຽງ​ຄູ່ກັນກັບ​ມັນ​ນັ້ນ.

ປະທານາທິບໍດີຢູ​ເຄ​ຣນ, ທ່ານ​ໂວ​ໂລ​ດິ​ເມຍ ເຊ​ເລັນ​ສ໌​ກີ ໄດ້ຊຸກຍູ້ໃຫ້​ມີການກະ ທໍາຂອງຢູ​ໂຣບຢ່າງກວ້າງຂວາງກວ່ານັ້ນ​ອີກ ເພື່ອຕັດການນໍາເຂົ້າພະລັງງານ ຂອງຣັດ​ເຊຍ, ແລະກ່າວໃນຕົ້ນອາທິດນີ້ວ່າ ການ​ລົງ​ໂທດ​ຊຸດໃຫມ່ຂອງ EU ອັນ​ນຶ່ງ" ຄວນປະກອບມີຂັ້ນຕອນທີ່ຊັດເຈນເພື່ອສະກັດກັ້ນລາຍໄດ້ຂອງຣັດ​ເຊຍຈາກການ​ຂາຍຊັບພະຍາກອນພະລັງງານ."

ການລົງໂທດຂອງ EU ທີ່​ສະ​ເໜີໄປນັ້ນ ຍັງລວມມີການຖອນທະ​ນາ​ຄານ​ສ​ເບີ​ແບັງ​ຄ໌ (Sberbank) ທີ່​ເປັນທະນາຄານທີ່ໃຫຍ່ທີ່ສຸດຂອງຣັດ​ເຊຍ ອອກຈາກ ລະບົບການ​ໂອນ​ເງິນສວິບ​ທ໌ (SWIFT) ແລະລະ​ບົບການສົ່ງຂໍ້ຄວາມສາກົນ, ແລະ​ຂຶ້ນ​ບັນ​ຊີ​ລາຍຊື່ຂອງເຈົ້າຫນ້າທີ່ທະຫານຊັ້ນສູງ "ທີ່ກະທໍາອາ​ດຊະ​ຍາ​ກຳ ສົງຄາມໃນເມືອງ​ບູ​ຊາ (Bucha) ແລະຜູ້ທີ່ຮັບຜິດຊອບຕໍ່ການປິດລ້ອມແບບ ໂຫດຫ້ຽ​ມເມືອງ​ມາ​ຣິ​ອູ​ໂປ​ລ."

ທ່ານນາງວອນ ເດີ ເລເຢນ (von der Leyen) ກ່າວວ່າ "ນີ້ໄດ້ສົ່ງສັນ ຍານທີ່ສໍາຄັນອີກອັນນຶ່ງໃຫ້ຜູ້ກະທໍາຜິດໃນວັງເຄ​ຣັມ​ລິນຮູ້ວ່າ: ພວກເຮົາຮູ້ ວ່າ ທ່ານແມ່ນໃຜ, ພວກເຮົາຈະໃຫ້​ທ່ານຮັບຜິດຊອບ, ທ່ານຫລົບຫລີກເລື່ອງນີ້ ໄປບໍ່​ໄດ້ດອກ."

ທ່າ​ນນາງກ່າວອີກວ່າ ປະທານາທິບໍດີຣັດເຊຍ, ວ​ລາ​ດິ​ເມຍ ປູ​ຕິນ "ຕ້ອງໄດ້​ຊົດ​ໃຊ້ຕໍ່ການກະ​ທຳຮຸກຮານ ທີ່ໂຫດຮ້າຍຂອງລາວ ດ້ວຍການຖືກ​ລົງ​ໂທດຢ່າງໜັກ ໜ່ວງ."

ອ່ານ​ຂ່າວນີ້​ເພີ້​ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG