ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະພາບຢູໂຣບ ກົດດັນຣັດເຊຍ ດ້ວຍການຂູ່ ຈະລົງໂທດຊຸດໃໝ່ (ສະໄລດ໌/ວີດີໂອ)


ຜູ້ນຳ​ຂອງ ຢູ​ເຄຣນ ຣັດ​ເຊຍ ຝຣັ່ງ ​ແລະ ​ເຢຍຣະມັນ ມີ​ແຜນ
ຈະ​ຫາ​ລື​ກັນ​ຕື່ມ​ອີກ​ ໃນ​ວັນ​ຈັນ​ມື້​ນີ້ ​ໃນ​ຂະນະ​ທີ່​ເສັ້ນຕາຍສຳ​
ຫລັບການ​ຢຸດຍິງ ຂອງ​ທັງ​ສອງ​ຝ່າຍ ​ໃນ​ພາກ​ຕາ​ເວັນ​ອອກ​
ຂອງ​ຢູ​ເຄຣນນັ້ນ ຈະໝົດ​ກຳນົດ​ລົງ ​ແລະ​ເສ້ນ​ຕາຍ​ສຳ​ຫລັບ​
ໃຫ້ຣັດ​ເຊຍ​ ​ຫລີກເວັ້ນ ຈາກການ​ຖືກລົງ​ໂທດ​ຄັ້ງ​ໃໝ່ ​ຈາກ​
ສະຫະພາບ​ຢູ​ໂຣບ ກໍ​ຈະໝົດ​ລົງ​ເຊັ່ນ​ກັນ.

ຫຼັງຈາກ​ໄດ້​ລົມ​ກັນກັບ​ຜູ້ນຳ​ຈາກ​ປະ​ເທດ​ດັ່ງກ່າວ ຜ່ານ​ທາງ​
ໂທລະ​ສັບ 4 ສາຍ​ພ້ອມ​ກັນ ​ເປັນ​ເວລາ 2 ຊົ່ວ​ໂມງ ໃນ​ວັນ​
ອາທິດ​ວານ​ນີ້ ປະທານາທິບໍດີ​ຢູ​ເຄຣນ ທ່ານ Petro
Poroshenko ກ່າ​ວວ່າ ​ ການ​ຢຸດຍິງ​ທີ່​ທ່ານ​ໄດ້​ປະກາດອອກ
​ໄປ ​ເມື່ອ​ວັນ​ທີ 20 ມິຖຸນານັ້ນ ຈະ​ດຳ​ເນີນ​ຕໍ່​ໄປ​ ຢ່າງ​ນ້ອຍ ຈົນເຖິງ​ຄ່ຳ​ຄືນ​ຂອງ​ວັນ​ຈັນ​ມື້​ນີ້​.

ສະຫະ​ພາບ​ຢູ​ໂຣບ ຂົ່ມຂູ່​ຈະ​ລົງ​ໂທດ ​ຣັດ​ເຊຍ​ເພີ້​ມຂຶ້ນ ຖ້າ​ຣັດ​ເຊຍ​ບໍ​ໃຊ້​ອິດ​ທິພົນ​ຂອງ​ຕົນ
​ຕໍ່​ພວກ​ຫົວ​ນິຍົມຣັດ​ເຊຍ​ແບ່ງ​ແຍກ​ດິນ​ແດນ​ໃນ​ຢູ​ເຄຣນ.

ຫ້ອງການ​ຂອງ ປະທານາທິບໍດີຝຣັ່ງ Francios Hollande ກ່າວ​ວ່າ ຜູ້ນຳ​ທັງຫຼາຍ​ໄດ້​
ບອກ ປະທານາທິບໍດີຣັດ​ເຊຍ ທ່ານ Vladimir Putin ວ່າ ພວກ​ເຂົາເຈົ້າຫວັງວ່າ
“ຈະ​ໄດ້​ມີ​ຜົນສຳ​ເລັດ​ພາຍ​ໃນ​ວັນ​ຈັນມື້​ນີ້.”

ການ​ປຶກສາ​ຫາລື​ກັນ ໃນ​ວັນ​ອາທິດ​ວານ​ນີ້ ​ໄດ້​ມີ​ຂຶ້ນ ໃນ​ຂະນະ​ທີ່​ມີ ຫຼາຍກວ່າ 1,000 ຄົນ​ໄດ້​ອອກ​ມາ​ປະ​ທ້ວງ ຢູ່ນະຄອນຫຼວງ Kyiv ຮຽກຮ້ອງ​ໃຫ້ປະທານາທິບໍດີ​ຢູ​ເຄຣນ ດຳ​ເນີນ​ການ​ໃນ​ທາງ​ເລືອກ​ອື່ນ ຫຼັງຈາກ​ທີ່​ໄດ້​ເກີດ​ການ​ປະ​ທະ​ກັນ​ກັບ​ພວກ​ຫົວ​ແບ່ງ​ແຍກ​ດິນ​ແດນ ເມື່ອ​ທ່າ​ຍອາທິດ​.

ພວກ​ປະ​ທ້ວງ​ ກ່າວ​ອ້າງ​ວ່າການຢຸດ​ຍິງແຕ່​ຝ່າຍ​ດຽວ​ ກັບກຳລັງທີ່​ນິຍົມ ຣັດ​ເຊຍນັ້ນ ​ແມ່ນ​ໄດ້ສິ້ນ​ສຸດ​ລົງ​ແລ້ວ ​ແລະການ​ທີ່ Kyiv ທຳທ່າ​ວ່າ​ຍັງ​ບໍ່​ສິ້ນ​ສຸດ​ເທື່ອນັ້ນ ຈະ​ເປັນ​ການ​ສ່ຽງ​ຕໍ່
ການ​ສູນ​ເສຍ​ຊີ​ວິດ​ຂອງ​ທະຫານ​ຢູ​ເຄຣນຕື່ມ​ອີກ.

ຢູເຄຣນເຊັນ ສັນຍາການຄ້າ ກັບ ອີຢູ:

With EU Trade Agreement, Ukraine ‘Open for Business’
please wait

No media source currently available

0:00 0:02:36 0:00

XS
SM
MD
LG