ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະພາບ ຢູໂຣບ ພິຈາລະນາ ມາດຕະການ ທີ່ໜັກແໜ້ນ ຕໍ່ປະເທດ ທີ່ເປັນແຫຼ່ງຜູ້ຍົກຍ້າຍຖິ່ນຖານ


ພວກຜູ້ຍົກຍ້າຍຖິ່ນຖານ ຜູ້ທີ່ໄດ້ພະຍາຍາມເດີນທາງເຂົ້າ ຢູໂຣບ ນັ່ງຢູ່ຝັ່ງທະເລ ຫຼັງຈາກເຮືອຂອງເຂົາເຈົ້າ ໄດ້ຖືກ
ສະກັດກັ້ນໂດຍເຈົ້າໜ້າທີ່ຍາມຝັ່ງ ລີເບຍ ໃນເມືອງ Khoms, ປະເທດ ລີເບຍ. 6 ພຶດສະພາ, 2015.
ພວກຜູ້ຍົກຍ້າຍຖິ່ນຖານ ຜູ້ທີ່ໄດ້ພະຍາຍາມເດີນທາງເຂົ້າ ຢູໂຣບ ນັ່ງຢູ່ຝັ່ງທະເລ ຫຼັງຈາກເຮືອຂອງເຂົາເຈົ້າ ໄດ້ຖືກ ສະກັດກັ້ນໂດຍເຈົ້າໜ້າທີ່ຍາມຝັ່ງ ລີເບຍ ໃນເມືອງ Khoms, ປະເທດ ລີເບຍ. 6 ພຶດສະພາ, 2015.

ຄະນະກຳມະທິການເພື່ອການຍົກຍ້າຍຖິ່ນຖານຂອງ ສະຫະພາບ ຢູໂຣບ ກ່າວວ່າ ລັດ
ຖະບານ Brussels ຂອງ ແບລຈຽມ ໄດ້ລະງັບການຊ່ວຍເຫຼືອພັດທະນາ ແລະ ກຳນົດ
ຫ້າມເຮັດການຄ້າ ແລະ ອອກວີຊາໃຫ້ປະເທດທີ່ເປັນແຫຼ່ງທີ່ມາຂອງພວກຍົກຍ້າຍຖິ່ນ
ຖານໃນ ອາຟຣິກາ ແລະ ເອເຊຍ, ເພື່ອບັງຄັບໃຫ້ເຂົາເຈົ້ານຳເອົາຜູ້ທີ່ບໍ່ໄດ້ຮັບອະນຸ
ຍາດຂໍລີ້ໄພກັບຄືນໄປ.

ໃນການສຳພາດກັບໜັງສືພິມ The Times ຂອງອັງກິດ ທີ່ໄດ້ພິມອອກຈຳໜ່າຍໃນວັນ
ເສົາວານນີ້ນັ້ນ, ທ່ານ Dimitris Avramopoulos ກ່າວວ່າ ຫົວໜ້າສະຫະພາບ ຢູໂຣບ
“ກຳລັງພິຈາລະນາຢຸດໃຫ້ທຶນຊ່ວຍເຫຼືອໂຄງການພັດທະນາທີ່ສຳຄັນ. ພວກເຮົາຈະໄດ້
ທຳການລົງທຶນຢູ່ໃນພາກພື້ນພວກນີ້ ເພື່ອສ້າງໂອກາດຕ່າງໆ ແລະ ຮັກສາຄົນໃຫ້ຢູ່ໃນ
ທີ່ນັ້ນ.”

ທ່ານໄດ້ກ່າວວ່າ ປະເທດຕ່າງໆເຊິ່ງບໍ່ສາມາດທີ່ຈະຮ່ວມມືໃນການສົ່ງຄົນກັບຄືນ ອາດ
ປະເຊີນໜ້າກັບການຖືກຫ້າມອອກວີຊາໃຫ້. ເມື່ອບໍ່ດົນມານີ້ ເຢຍຣະມັນ ໄດ້ຂົ່ມຂູ່ວ່າ
ຈະລະງັບວີຊາ ຈາກຜູ້ມີອຳນາດຂອງປະເທດທີ່ເປັນແຫຼ່ງທີ່ມາຂອງຜູ້ຍົກຍ້າຍຖິ່ນຖານ
ທີ່ບໍ່ຍອມຮັບເອົາຜູ້ຖືກສົ່ງກັບຄືນ.

ປາກົດວ່າ ທ່ານ Avrampoulos ໄດ້ລະບຸເຖິງ ການຫ້າມອອກວີຊາທີ່ກວ້າງຂວາງກວ່າ
ເຊິ່ງກຳລັງຖືກໄຕ່ຕອງເບິ່ງໃນຕອນນີ້, ໂດຍກ່າວວ່າ “ຄົນຕ່າງປະເທດຫຼາຍພັນຄົນ, ນັບ
ຈາກນັກການທູດ ແລະ ແພດໝໍ ໄປຫານັກສຶກສາ ແລະ ນັກຄົ້ນຄວ້າ”
ແມ່ນຈະໄດ້ຮັບ
ຜົນກະທົບໂດຍການຫ້າມເດີນທາງ ເຊິ່ງຕອນນີ້ ກຳລັງມີການປຶກສາຫາລືກັນຢູ່.

ທ່ານກ່າວວ່າ “ສະຫະພາບ ຢູໂຣບ ບໍ່ໄດ້ຢ້ານທີ່ຈະສວຍໃຊ້ອຳນາດໃນການຄ້າ ຫຼື ນະ
ໂຍບາຍການອອກວີຊານີ້. ຂໍເວົ້າດ້ວຍຄວາມຊື່ສັດເນາະ, ວ່າມັນບໍ່ມີຫຍັງດີສຳລັບ
ອາຟຣິກາ ຫຼືວ່າ ຢູໂຣບ ທີ່ປະຊາຊົນຈຳນວນຫຼາຍຈະເດີນທາງຂ້າມທະເລ ເມດີເທີເຣ
ນຽນ ນັ້ນ.”

ນີ້ແມ່ນຄັ້ງທຳອິດທີ່ຄະນະກຳມາທິການ ສະຫະພາບ ຢູໂຣບ ໄດ້ຂົ່ມຂູ່ວ່າ ຈະກີດກັ້ນ
ການເຂົ້າເຖິງຕະຫຼາດ ຢູໂຣບ, ໃນການຕອບໂຕ້ ຕໍ່ວິກິດການຜູ້ຍົກຍ້າຍຖິ່ນຖານທີ່ດຳ
ເນີນມາດົນນານ ເຊິ່ງໄດ້ສ້າງຄວາມອຶດອັດຕໍ່ທະວີບ ແລະ ໄດ້ຂົ່ມຂູ່ວ່າ ຈະປ່ຽນແປງ
ພັກການເມືອງດັ້ງເດີມ ແລະ ມອບອຳນາດໃຫ້ບັນດາຜູ້ສະໜັບສະໜູນຊາດນິຍົມ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG