ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ຫະ​ພາບ​ຢູ​ໂຣບ ສັນ​ຍາ​ຈະ​ໃຫ້​ການ​ສະ​ໜັບ​ສະ​ໜູນ​ທາງ​ທະ​ຫານ​ຕໍ່​ ຢູ​ເຄ​ຣນ, ພິ​ຈາ​ລະ​ນາ​ມາດ​ຕະ​ການ​ລົງ​ໂທດ​ໃໝ່ ​ຕໍ່ ຣັດ​ເຊຍ


ທະ​ຫານ​ຮັກ​ສາ​ດິນ​ແດນ​ຢູ​ເຄ​ຣນ ຢືນ​ຢູ່​ເທິງ​ລົດ​ຖັງ​ ຣັດ​ເຊຍ ທີ່​ຖືກ​ທຳ​ລາຍ ໃກ້​ເຂດ​ຊາຍ​ແດນຕິດ​ກັບ ຣັດ​ເຊຍ, ພາກ​ພື້ນ ຄາ​ກີບ, ຢູ​ເຄ​ຣນ,19 ກັນ​ຍາ, 2022.
ທະ​ຫານ​ຮັກ​ສາ​ດິນ​ແດນ​ຢູ​ເຄ​ຣນ ຢືນ​ຢູ່​ເທິງ​ລົດ​ຖັງ​ ຣັດ​ເຊຍ ທີ່​ຖືກ​ທຳ​ລາຍ ໃກ້​ເຂດ​ຊາຍ​ແດນຕິດ​ກັບ ຣັດ​ເຊຍ, ພາກ​ພື້ນ ຄາ​ກີບ, ຢູ​ເຄ​ຣນ,19 ກັນ​ຍາ, 2022.

ຫົວ​ໜ້າ​ນະ​ໂຍ​ບາຍ​ຕ່າງ​ປະ​ເທດ​ຂອງສະ​ຫະ​ພາບ​ຢູ​ໂຣບ ທ່ານ ໂຈ​ເຊັບ ບໍ​ແຣ​ລ ໄດ້​ກ່າວ​ວ່າ​ບັນ​ດາ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ພາບ​ຢູ​ໂຣບ ໄດ້​ເຫັນ​ດີ​ທີ່​ຈະ​ສືບ​ຕໍ່ ແລະຂະ​ຫຍາຍ​ການ​ສະ​ໜັບ​ສະ​ໜູນ​ທາງ​ທະ​ຫານ​ຂອງ​ເຂົາ​ເຈົ້າ​ສຳ​ລັບ​ຢູ​ເຄ​ຣນ ແລະ ເພື່ອ​ສຶກ​ສາ​ມາດ​ຕະ​ການ​ລົງ​ໂທດ​ຊຸດ​ໃໝ່ ​ທີ່​ແນ​ເປົ້າ​ໃສ່ຫຼາຍ​ບຸກ​ຄົນ​ຂອງຣັດ​ເຊຍ ແລະ ເສດ​ຖະ​ກິດບາງ​ພາກ​ສ່ວນຂອງ ຣັດ​ເຊຍ.

ທ່ານ ບໍ​ແຣ​ລ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ເມື່ອ​ແລງວັນ​ພຸດ​ວານນີ້ຫຼັງ​ຈາກ​ໄດ້​ເປີດ​ກອງ​ປະ​ຊຸມ​ພິ​ເສດ​ລະ​ດັບ​ລັດ​ຖະ​ມົນ​ຕີ​ໃນ​ນະ​ຄອນນິວ​ຢອກ ທີ່​ອະ​ທິ​ບາຍ​ກ່ຽວ​ກັບ​ຊຸດ​ມາດ​ຕະ​ການ​ລົງ​ໂທດ​ດັ່ງ​ກ່າວ​ວ່າ ​ຍັງ​ຕ້ອງ​ຖືກ​ພິ​ຈາ​ລະ​ນາ​ໂດຍ​ບັນ​ດາ​ຜູ້​ແທນ​ສະ​ຫະ​ພາບ​ຢູ​ໂຣບ, ແຕ່​ທ່ານ​ແນ່​ໃຈ​ວ່າ​ມັນ​ຈະ​ເປັນ​ການ​ສະ​ໜັບ​ສະ​ໜູນ​ຢ່າງ​ເປັນ​ເອ​ກະ​ສັນ.

ທ່ານ​ໄດ້​ກ່າວ​ວ່າ​ມັນ​ສຳ​ຄັນ​ສຳ​ລັບ​ບັນ​ດາ​ລັດ​ຖະ​ມົນ​ຕີ​ທີ່​ຈະ​ປະ​ຊຸມ ແລະ ສົ່ງ “ຂໍ້​ຄວາມ​ທີ່​ມີ​ພະ​ລັງ” ໃນ​ວັນ​ດຽວ​ກັບ​ທີ່​ປະ​ທາ​ນາ​ທິ​ບໍ​ດີ ຣັດ​ເຊຍ ທ່ານ ວ​ລາ​ດິ​ເມຍ ປູ​ຕິນ ໄດ້​ປະ​ກາດ​ການ​ເຄື່ອນ​ຍ້າຍ​ສ່ວນ​ນຶ່ງ​ຂອງກອງ​ທັບ​ສຳ​ຮອງ​ຂອງ​ປະ​ເທດ​ຂອງ​ທ່ານ, ແລະ ວ່າ​ທ່ານ ປູ​ຕິນ ແມ່ນ “ກຳ​ລັງ​ພະ​ຍາ​ຍາມ​ທີ່​ຈະ​ທຳ​ລາຍ​ຢູ​ເຄ​ຣນ.”

ທ່ານ ບໍ​ແຣ​ລ ໄດ້​ກ່າວ​ວ່າ​ນອກ​ຈາກ “ຄວາມ​ທຸກ​ທໍ​ລະ​ມານ​ຢ່າງຫຼວງ​ທີ່​ເກີດ​ຂຶ້ນ​ໂດຍ​ການ​ຮຸກ​ຮານ​ຂອງ ຣັດ​ເຊຍ ຕໍ່​ປະ​ຊາ​ຊົນ ຢູ​ເຄ​ຣນ ນັ້ນ, ຣັດ​ເຊຍ ໄດ້​ເລືອກ​ທີ່​ຈະ​ຂະ​ຫຍາຍ​ຄວາມ​ເສຍ​ຫາຍ​ຂອງ​ສົງ​ຄາມ​ຕໍ່​ໄປ ພ້ອມ​ກັບ​ສຳ​ລັບ​ປະ​ຊາ​ກອນ​ຂອງ ຣັດ​ເຊຍ ເອງ.”

ທ່ານ​ໄດ້​ກ່າວ​ວ່າ​ການອ້າງອີງ​ຂອງ​ທ່ານ ປູ​ຕິນ ຕໍ່​ຄວາມ​ຍິນ​ດີ​ຂອງຣັດ​ເຊຍ ທີ່​ຈະ​ໃຊ້​ອາ​ວຸດ​ນິວ​ເຄ​ລຍຖ້າ​ມີ​ຄວາມ​ຈຳ​ເປັນ​ເພື່ອ​ປົກ​ປ້ອງ​ຕົນ​ເອງ ໄດ້​ສະ​ແດງ​ໃຫ້​ເຫັນ “ຄວາມ​ພະ​ຍາ​ຍາມ​ທີ່ບໍ່​ມີ​ຄວາມ​ຮັບ​ຜິດ​ຊອບ ແລະ ເບິ່ງ​ໂລກ​ໃນ​ແງ່​ຮ້າຍ ເພື່ອ​ທຳ​ລາຍ​ການ​ສະ​ໜັບ​ສະ​ໜູນ​ທີ່​ໝັ້ນ​ຄົງ​ຂອງ​ພວກ​ເຮົາ​ຕໍ່ ຢູ​ເຄ​ຣນ.”

ທ່ານ ບໍ​ແຣ​ລ ໄດ້​ກ່າວ​ວ່າ “ການ​ຂົ່ມ​ຂູ່​ພວກນີ້​ເປັນ​ອັນ​ຕະ​ລາຍ​ຕໍ່​ສັນ​ຕິ​ພາບ​ ແລະ ຄວາມ​ປອດ​ໄພສາ​ກົນ​ໃນ​ຂອບ​ເຂດ​ທີ່ບໍ່​ເຄີຍ​ມີ​ມາ​ກ່ອນ, ແຕ່​ພວກ​ເຂົາ​ຈະ​ບໍ່​ເຮັດ​ໃຫ້​ຄວາມ​ມຸ່ງ​ໝັ້ນ​ຂອງ​ພວກ​ເຮົາ​ສັ່ນ​ຄອນ. ພວກ​ເຂົາຈະ​ບໍ່​ເຮັດ​ໃຫ້​ຄວາມ​ຕັ້ງ​ໃຈ​ຂອງ​ພວກ​ເຮົາ​ສັ່ນ​ຄອນ, ຄວາມ​ສາ​ມັກ​ຄີ​ເພື່ອ​ຢືນ​ຄຽງ​ຂ້າງ​ຢູ​ເຄ​ຣນ ແລະ ການ​ສະ​ໜັບ​ສະ​ໜູນ​ຮອບ​ດ້ານ​ຂອງ​ພວກ​ເຮົາ​ຕໍ່​ຄວາມ​ສາ​ມາດ​ຂອງ ຢູ​ເຄ​ຣນ ເພື່ອ​ປ້ອງ​ກັນ​ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ ແລະ ອຳ​ນາດ​ອະ​ທິ​ປະ​ໄຕ ດົນ​ເທົ່າ​ທີ່​ມັນ​ຈະ​ເປັນ​.”

ທ່ານ ປູ​ຕິນ ໄດ້​ກ່າວ​ໃນ​ຄຳ​ປາ​ໄສ​ອອກ​ໂທ​ລະ​ພາບ​ເມື່ອ​ວັນ​ພຸດ​ວານນີ້​ກ່ຽວ​ກັບ​ການ​ເຄື່ອນ​ຍ້າຍກອງ​ກຳ​ລັງ​ສຳ​ຮອງ, ເຊິ່ງ​ໄດ້​ມີ​ຂຶ້ນ​ລຸນຫຼັງ ຢູ​ເຄ​ຣນ ໄດ້​ໄຊ​ຊະ​ນະ​ໃນ​ການ​ໂຈມ​ຕີ​ຕອບ​ໂຕ້​ຢູ່​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ ຢູ​ເຄ​ຣນນັ້ນ, ວ່າ​ມີ​ຄວາມ​ຈຳ​ເປັນ​ເພື່ອ​ປົກ​ປ້ອງ​ບ້ານ​ເກີດ ແລະ ອຳ​ນາດ​ອະ​ທິ​ປະ​ໄຕ​ຂອງ ຣັດ​ເຊຍ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG