ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແຜນ​ການ​ລົງ​ໂທດ​ຮອບ​ໃໝ່ ຂອງສະ​ຫະ​ພາບ​ຢູ​ໂຣບ ຕໍ່​ຣັດ​ເຊຍ ຈະ​ໄດ້​ຮັບ​ການ​ທົບ​ທວນ​ ໂດຍ​ປະ​ເທດ​ສະ​ມາ​ຊິກ ໃນ​ອາ​ທິດນີ້


ຜູ້​ຄົນ​ພວມ​ຖ່າຍ​ຮູບ​ຢູ່​ຕໍ່​ໜ້າ​ຫໍ​ຄອຍສ​ປາ​ສ​ກາ​ຢາ ຂອງວັງ​ເຄ​ຣັມ​ລິນ ແລະ​ພະ​ວິ​ຫານ​ເຊັນ​ບາ​ຊິ​ລ ໃນ​ເຂດ​ໃຈ​ກາງ​ມົ​ສ​ກູ ເມື່ອ​ວັນ​ທີ 10 ພະ​ຈິກ 2023.
ຜູ້​ຄົນ​ພວມ​ຖ່າຍ​ຮູບ​ຢູ່​ຕໍ່​ໜ້າ​ຫໍ​ຄອຍສ​ປາ​ສ​ກາ​ຢາ ຂອງວັງ​ເຄ​ຣັມ​ລິນ ແລະ​ພະ​ວິ​ຫານ​ເຊັນ​ບາ​ຊິ​ລ ໃນ​ເຂດ​ໃຈ​ກາງ​ມົ​ສ​ກູ ເມື່ອ​ວັນ​ທີ 10 ພະ​ຈິກ 2023.

ເຈົ້າ​ໜ້າ​ທີ່​ສະ​ຫະ​ພາບ​ຢູ​ໂຣບພວມ​ທົບ​ທວນ “ລາຍ​ລະ​ອຽດ​ຂັ້ນ​ສຸດ​ທ້າຍ” ກ່ຽວ​ກັບ​ຂໍ້​ສະ​ເໜີ​ໃນ​ການ​ລົງ​ໂທດ​ຮອບ​ທີ 12 ຕໍ່​ຣັດ​ເຊຍ ທີ່​ຈະ​ຮວມ​ທັງ​ການ​ຫ້າມ​ຊື້​ຂາຍ ​ເພັດ ຫົວ​ໜ້າ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ສະ​ຫະ​ພາບ​ຢູ​ໂຣບ ທ່ານ​ໂຈ​ເຊັ​ຟ ບໍ​ແຣ​ລ ກ່າວ​ໃນ​ວັນ​ຈັນ​ວານນີ້ ອີງ​ຕາມ​ລາຍ​ງາ​ນ​ອົງ​ການ​ຂ່າວ​ຣອຍ​ເຕີ້.

ທ່ານ​ບໍ​ແຣ​ລ​ເວົ້າ​ວ່າ ກຳ​ມາ​ທິ​ການ​ຢູ​ໂຣບ ຊຶ່ງ​ເປັນ​ຝ່າຍ​ບໍ​ລິ​ຫານ ຂອງ​ອີ​ຢູ ອາດ
ຈະ​ໃຫ້​ການ​ອະ​ນຸ​ມັດ​ແຜນ​ການ​ລົງ​ໂທດ​ດັ່ງ​ກ່າວ​ໃນ​ວັນ​ພຸດມື້​ອື່ນນີ້. ຫຼັງ​ຈາກ​ນັ້​ນ​ກໍ​ຈະ​ຖືກ​ສົ່ງ​ໄປ​ໃຫ້​ສະ​ພາ​ຂອງ​ສະ​ຫະ​ພາບ​ຢູ​ໂຣບທີ່​ປະ​ກອບ​ດ້ວຍ​ກຸ່ມ 27 ປະ​ເທດ​ສະ​ມາ​ຊິກ​ຂອງ​ອີ​ຢູ ເພື່ອ​ປຶກ​ສາ​ຫາ​ລື​ ແລະ​ໃຫ້​ການ​ອະ​ນຸ​ມັດ.

ນັບ​ຕັ້ງ​ແຕ່​ຣັດ​ເຊຍ​ໄດ້​ທຳ​ການ​ຮຸກ​ຮານ​ຕໍ່​ຢູ​ເຄ​ຣນ ໃນ​ເດືອນ​ກຸມ​ພາ​ປີ 2022 ສະ​ຫະ​ພາບ​ຢູ​ໂຣບ​ໄດ້​ໃຫ້​ການ​ອະ​ນຸ​ມັດ​ຕໍ່​ການ​ລົງ​ໂທດ​ມົ​ສ​ກູ​ໄປ​ແລ້ວ 11 ຮອບເພື່ອ​ຫຼຸດ​ຜ່ອນ​ຄວາມ​ສາ​ມາດ​ຂອງ​ຣັດ​ເຊຍທີ່​ຈະ​ໃຫ້​ທຶນ​ສະ​ໜັບ​ສະ​ໜຸນ​ໃນ​ການ​ເຮັດ​ສົງ​ຄາມ. ມາດ​ຕະ​ການ​ເຫຼົ່າ​ນີ້​ແມ່ນ​ກວມ​ເອົາທຸກໆ​ພາກ​ສ່ວນ ແລະ​ຮວມ​ທັງ 1,800 ສ່ວນ​ບຸກ​ຄົນ​ແລະ​ອົງ​ການ​ການ​ຕ່າງໆ.

“ການ​ລົງ​ໂທດ​ຮອບ​ທີ 12 ຈະ​ຮວມ​ທັງ… ການ​ຫ້າມ​ສົ່ງ​ອອກ​ໃໝ່ ຊຶ່ງ​ຮວມ​ຢູ່​ໃນ​ນັ້ນ ກໍ​ມີ​ເພັດ ການ​ເອົາ​ມາດ​ຕະ​ການ​ເພື່ອ​ເພີ້ມ​ຄວາມ​ເຂັ້ມ​ງວດ​ໃນ​ການ​ຕັ້ງ​ລາ​ຄ​າ​ນ້ຳ​ມັນ ເພື່ອ​ຈະ​ຫຼຸດ​ລາຍ​ຮັບ ທີ່​ຣັດ​ເຊຍ​ໄດ້​ຈາກ​ການ​ຂາຍ​ນ້ຳ​ມັນ ບໍ່​ແມ່ນ​ໃຫ້​ແກ່​ພວກ​ເຮົາແຕ່​ໃຫ້​ແກ່​ປະ​ເທດ​ອື່ນໆ ແລະ​ການ​ຕໍ່​ສູ້​ຕ້ານ​ການ​ຫຼີກ​ລ່ຽງ​ການ​ລົງ​ໂທດ” ທ່ານ​ບໍ​ແຣ​ລ​ກ່າວ​ຕໍ່​ພວກ​ນັກ​ຂ່າວຫຼັງ​ຈາກ​ການ​ປະ​ຊຸມ​ກັບ​ບັນ​ດາ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຂອງ​ສະ​ຫະ​ພາບ​ຢູ​ໂຣບ.

​ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG