ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະສະພາ ຢູໂຣບຈະ ກົດດັນລາວ ຫຼາຍຂຶ້ນ ຕໍ່ກໍລະນີ ທ່ານ ສົມບັດ ສົມພອນ


ປ້າຍໂຄສະນາຊອກຫາທ່ານສົມບັດ ສົມພອນ ທີ່ຫານສາບສູນໄປ
ປ້າຍໂຄສະນາຊອກຫາທ່ານສົມບັດ ສົມພອນ ທີ່ຫານສາບສູນໄປ
ລັດຖະສະພາຢູໂຣບ ເພີ່ມມາດຕະການກົດດັນຕໍ່ລັດຖະບານ
ລາວຫຼາຍຂຶ້ນໃນກໍລະນີກ່ຽວກັບການຫາຍຕົວໄປຂອງທ່ານ
ສົມບັດ ສົມພອນ ໂດຍຈະສົ່ງຄະນະຜູ້ແທນ ໄປພົບກັບທາງ
ການລາວໃນເດືອນຕຸລາ ກໍຄືໃນເດືອນໜ້ານີ້.

ລິງໂດຍກົງ


ທ່ານ Soren Bo Sondergaard ສະມາຊິກລັດຖະສະພາຢູໂຣບ ໄດ້ຖະແຫຼງຢືນຢັນທີ່
ບາງກອກ ພາຍຫຼັງຈາກທີ່ໄດ້ເດີນທາງໄປພົບປະຄະນະເຈົ້າໜ້າທີ່ຂອງທາງການລາວຢູ່ນະ
ຄອນວຽງຈັນ ໃນອາທິດສຸດທ້າຍຂອງເດືອນສິງຫານີ້ວ່າ ລັດຖະສະພາຢູໂຣບຈະດໍາເນີນ
ມາດຕະການກົດດັນຕໍ່ລັດຖະບານລາວຫຼາຍຂຶ້ນ ໃນກໍລະນີການຖືກລັກພາຕົວໄປຂອງ
ທ່ານສົມບັດ ສົມພອນ ນັກພັດທະນາທາງສັງຄົມ ຜູ້ດີເດັ່ນຂອງລາວ ແລະເອເຊຍ ເນື່ອງຈາກ
ເຫັນວ່າທາງການລາວ ບໍ່ໄດ້ດໍາເນີນການຢ່າງຈິງຈັງ ໃນການສືບສວນສອບສວນເພື່ອຄົ້ນຫາ
ຄວາມຈິງທີ່ເປັນສາເຫດ ຂອງການຖືກລັກພາຕົວໄປຂອງທ່ານສົມພັດ ດັ່ງກ່າວ.

ທ່ານ Soren ບອກວ່າ ກໍລະນີທີ່ສະທ້ອນໃຫ້ເຫັນເຖິງຄວາມບໍ່ຈິງຈັງຂອງທາງການລາວໄດ້
ຢ່າງຊັດເຈນ ກໍຄືການທີ່ບໍ່ໄດ້ໃຊ້ປະໂຫຍດຈາກພາບວີດິໂອ ທີ່ລະບົບກ້ອງວົງຈອນປິດ
ຂອງທາງການລາວບັນທຶກໄວ້ ໃນຕອນແລງຂອງວັນທີ 15 ທັນວາ ປີ 2012 ອັນເປັນມື້
ທີ່ທ່ານສົມບັດ ຖືກລັກພາຕົວໄປຈາກປ້ອມຕໍາຫຼວດ ໃນເຂດນະຄອນວຽງຈັນນັ້ນເອງ.

ປ້າຍໂຄສະນາຊອກຫາທ່ານສົມບັດ ສົມພອນ ທີ່ຫານສາບສູນໄປ ຂອງກຸ່ມອາຊ່ຽນ
ປ້າຍໂຄສະນາຊອກຫາທ່ານສົມບັດ ສົມພອນ ທີ່ຫານສາບສູນໄປ ຂອງກຸ່ມອາຊ່ຽນ

ຍິ່ງໄປກວ່ານັ້ນ ທ່ານ Soren ຍັງໄດ້ໃຫ້ການຢືນຢັນດ້ວຍວ່າ
ທ່ານໄດ້ຮັບຂໍ້ມູນວ່າທ່ານນາງ Ng Shui Meng ພັນລະຍາ
ຂອງທ່ານສົມບັດ ໄດ້ຮັບການບອກກ່າວຈາກເຈົ້າໜ້າທີ່ທາງ
ການລາວ ທີ່ກ່ຽວຂ້ອງກັບການສືບສວນສອບສວນໃນກໍລະນີ
ການຖືກລັກພາຕົວໄປຂອງທ່ານສົມບັດນີ້ວ່າ ທາງການຕໍາ
ຫຼວດລາວໄດ້ຍຸຕິການສືບສວນສອບສວນໃນກໍລະນີດັ່ງກ່າວ
ແລ້ວ ໃນຂະນະນີ້.

ເພາະສະນັ້ນ ເພື່ອກົດດັນໃຫ້ທາງການລາວຕ້ອງດໍາເນີນການ
ສືບສວນສອບສວນຫາຄວາມຈິງ ທີ່ເປັນສາເຫດເຮັດໃຫ້ມີການ
ລັກພາຕົວທ່ານສົມບັດດັ່ງກ່າວ ລັດຖະສະພາຢູໂຣບ ຈຶ່ງຈະຈັດສົ່ງຄະນະຜູ້ແທນເດີນທາງ
ໄປພົບປະເຈລະຈາກັບທາງການລາວອີກເທື່ອໃໝ່ ໃນຊ່ວງເດືອນຕຸລານີ້ ສ່ວນມາດຕະການ
ກົດດັນທີ່ລັດຖະສະພາຢູໂຣບຈະດໍາເນີນຕໍ່ທາງການລາວໃນລະຍະຕໍ່ໄປນີ້ມີຢູ່ຫຼາຍແນວ
ດ້ວຍກັນ ຕົວຢ່າງ ກໍຄືການບໍ່ຍອມໃຫ້ທາງການລາວເຂົ້າຮ່ວມໃນກອງປະຊຸມສະຫະປະຊາ
ຊາດວ່າດ້ວຍສິດທິມະນຸດ ເປັນຕົ້ນ.

ກ່ອນໜ້ານີ້ ພ.ອ. ເພັງສະຫວັນ ທິບພະວົງໄຊ ຮອງຫົວໜ້າກົມໃຫຍ່ຕໍາຫຼວດ ກະຊວງ
ປ້ອງກັນຄວາມສະຫງົບພາຍໃນ ໄດ້ໃຫ້ການຢືນຢັນໃນໂອກາດການຖະແຫຼງຂ່າວຢ່າງ
ເປັນທາງການຄັ້ງທີ່ 3 ກ່ຽວກັບກໍລະນີການຫາຍຕົວໄປຂອງທ່ານສົມບັດວ່າທາງການ
ຕໍາຫຼວດລາວໄດ້ດໍາເນີນການສືບສວນສອບສວນ ເພື່ອຄົ້ນຫາຄວາມຈິງກ່ຽວກັບກໍລະນີດັ່ງ
ກ່າວນີ້ຢູ່ເລື້ອຍມາ.

ທາງການລາວກໍໄດ້ເຮັດໜັງສື ສະເໜີໄປເຖິງອົງການຕໍາຫຼວດສາກົນ ເພື່ອຂໍໃຫ້ອອກ
ໃບແຈ້ງຄົນຫາຍສາບສູນ ຊຶ່ງອົງການຕໍາຫຼວດສາກົນ ກໍໄດ້ອອກເອກກະສານເປັນໃບ ແຈ້ງການ ໃນວັນທີ 23 ເມສາ ທີ່ຜ່ານມາວ່າ ທ່ານສົມບັດເປັນຄົນສູນຫາຍຢ່າງເປັນທາງ
ການ ແລະໃນລະຍະດຽວກັນ ທາງການລາວກໍໄດ້ສົ່ງໜັງສືເຖິງທາງການຕໍາຫຼວດສາກົນ
ຂອງສະຫະລັດອາເມຣິກາ ອິນເດຍ ເກົາຫຼີໃຕ້ ຍີ່ປຸ່ນ ຝຣັ່ງ ແລະ ສະເປນ ເພື່ອຂໍໃຫ້ຊ່ວຍ
ຊອກຫາຕົວ ທ່ານສົມບັດ ອີກດ້ວຍ.

ທາງດ້ານຜູ້ແທນຂອງ 125 ອົງການສິດທິມະນຸດໃນອາຊ່ຽນ ກໍຢືນຢັນວ່າການເຄື່ອນໄຫວ
ເພື່ອຄົ້ນຫາຄວາມຈິງແລະຮຽກຮ້ອງ ຂໍຄວາມຍຸຕິທໍາໃຫ້ກັບທ່ານສົມບັດ ຈະຍັງຄົງດໍາເນີນ
ໄປຢ່າງບໍ່ຢຸດຍັ້ງ ຫຼືຈົນກວ່າຈະໄດ້ຮັບຮູ້ ເຖິງຄວາມຈິງວ່າສາເຫດ ໃດແທ້ທີ່ເຮັດໃຫ້ທ່ານ
ສົມບັດຖືກລັກພາຕົວໄປ ແລະເປັນການກະທໍາຂອງບຸກຄົນໃດ ດັ່ງທີ່ຜູ້ແທນເຄືອຂ່າຍ
ເຍົາວະຊົນອາຊjຽນ ໄດ້ຖະແຫຼງການວ່າ:

ການລັກພາຕົວທ່ານສົມບັດ ຄືອາຊະຍາກໍາຕໍ່ສັນຕິພາບ ແລະຄວາມໝັ້ນຄົງ ຂອງພູມິພາກແມ່ນໍ້າຂອງ ແລະອາຊ່ຽນ ເປັນສິ່ງຂັດຂວາງການພັດທະນາຂອງ
ພູມິພາກນີ້ອີກ ທັງລະເມີດຫຼັກການສິດທິມະນຸດຂັ້ນພື້ນຖານ ທັງນີ້ເປັນເຫດການ
ຂັ້ນຮຸນແຮງ ທີ່ຈະຕ້ອງໄດ້ຮັບການແກ້ໄຂໃຫ້ດີຂຶ້ນ ດ້ວຍຄວາມເຫັນພ້ອມຂອງ
ທັງພູມິພາກໃນລະດັບລະຫວ່າງປະເທດ.”


ບັນດາອົງການສິດທິມະນຸດເຊື່ອວ່າການຫາຍຕົວໄປຂອງທ່ານສົມບັດ ເປັນການກະທໍາຂອງ
ເຈົ້າໜ້າທີ່ຂອງທາງການລາວ ໂດຍມີພາບທີ່ບັນທຶກໄວ້ດ້ວຍກ້ອງວົງຈອນປິດຂອງທາງ
ການລາວເອງ ເປັນພະຍານຫຼັກຖານ ແຕ່ທາງການລາວກັບບໍ່ໄດ້ໃຊ້ໃຫ້ເປັນປະໂຫຍດ
ຕໍ່ການສືບສວນສອບສວນ ແຕ່ຢ່າງໃດ.

ຍິ່ງໄປກວ່ານັ້ນ ທາງກາງລາວ ຍັງໄດ້ປະຕິເສດຕໍ່ການສະເໜີຂອງທາງການສະຫະລັດ
ອາເມຣິກາ ແລະສະຫະພາບຢູໂຣບ ທີ່ຈະໃຫ້ການຊ່ວຍເຫຼືອໃນດ້ານເທັກນິກສະໄໝໃໝ່
ສໍາລັບການກວດສອບພາບທີ່ບັນທຶກໄວ້ດ້ວຍກ້ອງວົງຈອນປິດດັ່ງກ່າວອີກດ້ວຍ ໂດຍໃຫ້ເຫດ
ຜົນກ່ຽວກັບຄວາມໝັ້ນຄົງຂອງຊາດເປັນສໍາຄັນ.
XS
SM
MD
LG