ເບິ່ງວີດີໂອ ກ່ຽວກັບກອງປະຊຸມຂອງກຸ່ມ EU ທີ່ Brussels:
ບັນດາປະເທດໃນກຸ່ມສະຫະພາບຢູໂຣບ ຫລື EU ໄດ້ລົງມະຕິເຫັນດີໃຫ້ຫ້າມການນໍາ
ເຂົ້ານໍ້າມັນຈາກອີຣ່ານ.
ໄດ້ມີການປະກາດໃຫ້ຊາບກ່ຽວກັບມະຕິດັ່ງກ່າວຂອງ 27 ປະເທດສະມາຊິກຂອງສະຫະ
ພາບຢູໂຣບ ໃນວັນຈັນມື້ນີ້ ຢູ່ນະຄອນຫລວງ ບຣັສເຊີລສ໌ ປະເທດແບລຢ້ຽມ ໃນຄວາມ
ພະຍາຍາມເພື່ອຍັບຢັ້ງໂຄງການນີວເຄລຍຂອງ ອີຣ່ານ ທີ່ເປັນບັນຫາຂັດແຍ້ງກັນນັ້ນ.
ເນື້ອໃນຂອງການຂ້ວມບາດນໍ້າມັນຂອງອີຣ່ານ ຍັງຈະຕ້ອງໄດ້ມີການຕົກລົງຂັ້ນສຸດທ້າຍ
ກັນຢູ່ ໂດຍຄະນະລັດຖະມົນຕີການຕ່າງປະເທດຂອງ EU ທີ່ກໍາລັງປະຊຸມກັນຢູ່ບຣັສເຊິລສ໌
ນັ້ນ. ລາຍງານຂ່າວບາງກະແສເວົ້າວ່າ ຄາດວ່າຈະມີການຈັດຕັ້ງປະຕິບັດການຫ້າມດັ່ງກ່າວ
ເປັນຂັ້ນໆໄປໃນຫລາຍໆເດືອນຕໍ່ໜ້າ.