ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະ​ພາ​ອີ​ຢູ ອະ​ນຸມັດ​ສະ​ຖາ​ນະ​ພາບ ປະ​ເທດ​ທີ່ຂໍ​ສະ​ໝັກ​ເຂົ້າ​ເປັນ​ສະ​ມາ​ຊິກ​ ສະ​ຫະ​ພາບ​ຢູ​ໂຣບ ໃຫ້​ແກ່​ຢູ​ເຄ​ຣນ


ສະ​ມາ​ຊິກ​ສະ​ພາ​ຢູ​ໂຣບ ແລະ​ຜູ້​ຕາງ​ໜ້າ​ຂອງ​ຢູ​ເຄ​ຣນ ຈັບ​ແຜ່ນ​ທຸງ​ຊາດຢູ​ເຄ​ຣນ​ ຢູ່ນອກ​ສະ​ພາ​ອີ​ຢູ ທີ່​ນະ​ຄອນ​ບ​ຣັ​ສ​ເຊິ​ລ​ສ໌ ແລະ​ເທດ​ແບ​ລ​ຈ້ຽມ ເມື່ອ​ວັນ​ທີ 23 ມິ​ຖຸ​ນາ2022.
ສະ​ມາ​ຊິກ​ສະ​ພາ​ຢູ​ໂຣບ ແລະ​ຜູ້​ຕາງ​ໜ້າ​ຂອງ​ຢູ​ເຄ​ຣນ ຈັບ​ແຜ່ນ​ທຸງ​ຊາດຢູ​ເຄ​ຣນ​ ຢູ່ນອກ​ສະ​ພາ​ອີ​ຢູ ທີ່​ນະ​ຄອນ​ບ​ຣັ​ສ​ເຊິ​ລ​ສ໌ ແລະ​ເທດ​ແບ​ລ​ຈ້ຽມ ເມື່ອ​ວັນ​ທີ 23 ມິ​ຖຸ​ນາ2022.

ສະ​ພາ​ຢູ​ໂຣບ​ໃນ​ວັນ​ພະ​ຫັດ​ວານນີ້ ໄດ້​ລົງ​ຄະ​ແນນ​ສຽງຢ່າງ​ຖ້ວມ​ລົ້ນອະ​ນຸ​ມັດ​ສະ​ຖາ​ນະ​ພາບປະ​ເທ​ດ​ທີ່​ຂໍ​ສະ​ໝັກ​ເຂົ້າ​ເປັນ​ສະ​ມາ​ຊິກຂອງສະ​ຫະ​ພາບ​ຢູ​ໂຣບ​ຫຼືອີ​ຢູ ໃຫ້ແກ່​ຢູ​ເຄ​ຣນ​ທີ່​ພວມ​ສູ້​ລົບ​ຢູ່​ໃນ​ເວ​ລານີ້ເພື່ອ​ເປັນ​ການ​ຊຸກ​ຍູ້​ອີກ​ບາດ​ກ້າວ​ນຶ່ງ​ໃຫ້​ປະ​ເທດ​ດັ່ງ​ກ່າວ​ໃກ້​ຈະ​ໄດ້​ເຂົ້າ​ເປັນ​ພັນ​ທະ​ມິດ​ຕາ​ເວັນ​ຕົກ ຊຶ່ງ​ໃນ​ເວ​ລານີ້​ກຳ​ລັງ​ສະ​ໜອງ​ອາ​ວຸດ​ເປັນ​ຈຳ​ນວນ​ຫຼວງ​ຫຼາຍ​ເພື່ອ​ຊ່ວຍ​ຢູ​ເຄ​ຣນ​ຕໍ່​ສູ້​ຕ້ານ​ການ​ຮຸກ​ຮານ​ຂອງ​ຣັດ​ເຊຍ ​ທີ່​ເລີ້ມ​ມາ​ໄດ້ 4 ເດືອນ​ແລ້ວນັ້ນ.

ການ​ລົງ​ຄະ​ແນນ​ສຽງ​ເຫັນ​ພ້ອມ ​ເພື່ອ​ໃຫ້​ຢູ​ເຄ​ຣນ​ໄດ້​ຮັບ​ສະ​ຖາ​ນະ​ພາບ​ປະ​ເທດ​ທີ່​ຂໍ​ສະ​ໝັກ​ເປັນ​ສະ​ມາ​ຊິກ​ ຂອງ​ອີ​ຢູ ແມ່ນດ້ວຍ​ຄະ​ແນນ​ 529 ຕໍ່ 45 ແລະ 14 ຄົນ​ບໍ່​ອອກ​ສຽງ. ນອກນັ້ນ​ ສະ​ພາ​ຢູ​ໂຣບ ​ຍັງ​ໄດ້​ອະ​ນຸ​ມັດ​ສະ​ຖາ​ນະ​ພາບດັ່ງ​ກ່າວ ໃຫ້​ແກ່​ປະ​ເທດ​ຈໍ​ເຈຍ ແລະ​ມອ​ລ​ໂດ​ວາ​ນຳ​ດ້ວຍ.

ປະ​ທາ​ນາ​ທິ​ບໍ​ດີ​ຢູ​ເຄ​ຣນ ທ່ານ​ໂວ​ໂລ​ດີ​ເມຍ ເຊ​ເລນ​ສ​ກີ ກ່າວ​ຜ່ານ​ທາງ​ທວີ​ດ​ເຕີ້​ວ່າ ນີ້ “ໂອ​ກາດ​ອັນ​ພິ​ເສດ​ແລະ​ເປັນ​ປະ​ຫວັດ​ສາດ​ ໃນ​ຄວາມ​ສຳ​ພັນ​ລະ​ຫວ່າງ​ຢູ​ເຄ​ຣນ​ແລະອີ​ຢູ …ອະ​ນາ​ຄົດ​ຂອງ​ຢູ​ເຄ​ຣນ​ແມ່ນ​ຢູ່​ໃນ​ອີ​ຢູ.”

ແລະ​ຜ່ານ​ທາງ​ອິນ​ຕ​າ​ແກ​ຣມນັ້ນ ທ່ານ​ກ່າວ​ວ່າ “ພວກ​ເຮົາ​ຫາ​ກໍ​ໄດ້​ຮັບ​ຖາ​ນະ​ໃນ​ການ​ເປັນ​ຜູ້​ສະ​ໝັກ. ນີ້​ແມ່ນ​ໄຊ​ຊະ​ນະ​ຂອງ​ພວກ​ເຮົາ.”

ການ​ລົງ​ຄະ​ແນນ​ສຽງ​ມີ​ຂຶ້ນ​ໃນ​ຂະ​ນະ​ທີ່​ສະ​ຫະ​ລັດ​ກ່າວ​ວ່າ ຕົນ​ໄດ້​ສົ່ງ​ການ​ຊ່ວຍ​ເຫຼືອ​ທາງ​ທະ​ຫານ​ຕື່ມ​ອີກ 450 ລ້ານ​ໂດ​ລາ​ໄປ​ໃຫ້​ຢູ​ເຄ​ຣນ ຮວມ​ທັງ​ລະ​ບົບ​ຈະ​ຫຼວດ​ທີ່​ຍິງ​ໄດ້​ໃນ​ໄລ​ຍະ​ປານ​ກາງ ເພີ້ມ​ໃສ່​ການ​ຊ່ວຍ​ເຫຼືອ 1 ຕື້​ໂດ​ລາ​ທີ່​ໄດ້​ປະ​ກາດ​ໄປ​ແລ້ວ​ເມື່ອ​ນຶ່ງ​ອາ​ທິດ​ກ່ອນ.

ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຢູ​ເຄ​ຣນ ທ່ານ​ຣັ​ສ​ແລນ ສ​ຕີ​ຟານ​ຈຸກ ໄດ້​ຂອບ​ໃຈ​ຕໍ່​ສະ​ມາ​ຊິກ​ສະ​ພາ​ຢູ​ໂຣບ ທີ່​ໄດ້​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ຜ່ານ​ທາງ​ໜ້າ​ເຟ​ສ​ບຸກ ໂດຍ​ເວົ້າ​ວ່າ “ຢູ​ເຄ​ຣນ​ເປັນ​ປະ​ເທດ​ອີ​ຢູ ແລະ​ພວກ​ເຮົາ​ໄດ້​ຕໍ່​ສູ້​ເພື່ອ​ສິດ​ທິ​ອັນ​ນີ້ ບໍ່​ພຽງ​ແຕ່​ຢູ່​ໃນ​ສະ​ໜາມ​ລົບ ແຕ່​ໃນ​ທາງ​ດ້ານ​ກົດ​ໝາຍ​ນຳ​ດ້ວຍ.”

ກ່ອນ​ທີ່​ປະ​ເທດ​ທັງ 3 ຈະ​ໄດ້​ເຂົ້າ​ຮ່ວມ​ກຸ່ມ​ອີ​ຢູ ທີ່​ມີ​ສະ​ມາ​ຊິກ​ທັງ​ໝົດ 27 ປະ​ເທດນັ້ນ ພວກ​ເຂົາ​ເຈົ້າ​ຈະ​ຕ້ອງ​ໄດ້​ທຳ​ການ​ປະ​ຕິ​ຮູບ​ທາງ​ດ້ານ​ການ​ເມືອງ​ແລະ​ເສດ​ຖະ​ກິດ​ຫຼາຍໆ​ຢ່າງ.

ປະ​ທານ​ກຳ​ມາ​ທິ​ການ​ຢູ​ໂຣບ ທ່ານ​ນາງ​ເອີ​ຊູ​ລາ ວອນ ເດິ ເລ​ເຢັນ ກ່າວ​ວ່າ ຢູ​ເຄ​ຣນ “ໄດ້​ຈັດ​ຕັ້ງ​ປະ​ຕິ​ບັດ​ໄປ​ແລ້ວ​ປະ​ມານ 70 ເປີ​ເຊັນ​ຂອງ​ກົດ​ລະ​ບຽບ ​ຫຼັກ​ການ​ແລະ​ມາດ​ຕະ​ຖານ​ຕ່າງໆ​ຂອງ​ອີ​ຢູ​.” ທ່ານ​ນາງ​ກ່າວ​ວ່າ ແນວ​ໃດ​ກໍ​ຕາມ ຍັງ​ມີ​ສິ່ງ​ທີ່​ຈຳ​ເປັນ​ຕ້ອງ​ໄດ້​ເຮັດ​ ຢູ່​ໃນ​ຂົງ​ເຂດ “ການ​ປົກ​ຄອງ​ດ້ວຍ​ຕົວ​ບົດ​ກົດ​ໝາຍ ຜູ້​ປົກ​ຄອງ​ທີ່​ກຳ​ອຳ​ນາດ​ທາງ​ດ້ານ​ທຸ​ລະ​ກິດ ການ​ຕໍ່​ຕ້ານ​ການ​ຄໍ​ຣັບ​ຊັ່ນ ແລະ​ສິດ​ທິ​ພື້ນ​ຖານ.”

ສະ​ພາ​ຢູ​ໂຣບ ທີ່​ປະ​ກອບ​ດ້ວຍ​ຫົວ​ໜ້າ​ລັດ​ຖະ​ບານ​ຂອງ 27 ປະ​ເທດ​ສະ​ມາ​ຊິກ​ອີ​ຢູ ຈະ​ເປັນ​ຜູ້​ຕັດ​ສິນ​ໃຈ​ຂັ້ນ​ສຸດ​ທ້າຍ​ໃນ​ການ​ລົງ​ຄະ​ແນນ​ສຽງ ເພື່ອ​ເຂົ້າ​ເປັນ​ສະ​ມາ​ຊິກ​ຂອງ​ຢູ​ເຄ​ຣນ. ການ​ລົງ​ຄະ​ແນນ​ສຽງ​ນີ້ ຕ້ອງ​ເປັນ​ເອກ​ກະ​ສັນ. ພວກ​ນັກ​ການ​ທູດ​ກ່າວ​ວ່າ ຂັ້ນ​ຕອນ​ດັ່ງ​ກ່າວ ​ອາດ​ຈະ​ໃຊ້​ເວ​ລາ​ເຖິງ​ນຶ່ງ​ທົດ​ສະ​ວັດ ​ກ່ອນ​ຈະສຳ​ເລັດເສັດ​ສິ້ນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG