ສະຫະພາບຢູໂຣບ ໄດ້ທຳການລົງໂທດຮອບໃໝ່ຕໍ່ເກົາຫຼີເໜືອ ທີ່ແນໃສ່ເພື່ອທຳໂທດ
ປະເທດດັ່ງກ່າວຍ້ອນໂຄງການລູກສອນໄຟຂີປະນາວຸດແລະສ້າງອາວຸດນິວເຄລຍ.
ບັນດາລັດຖະມົນຕີການຕ່າງປະເທດຂອງສະຫະພາບຢູໂຣບໃນວັນຈັນວານນີ້ໄດ້
ຫ້າມຢ່າງສິ້ນເຊີງບໍ່ໃຫ້ສະຫະພາບຢູໂຣບລົງທຶນຢູ່ໃນປະເທດຄອມມູນິດດັ່ງ
ກ່າວ ຊຶ່ງເປັນມາດຕະການທີ່ຮ້າຍແຮງໄປກວ່າການລົງໂທດຮອບຫລ້າສຸດຂອງ
ສະຫະປະຊາຊາດ. ພວກເຂົາເຈົ້າໄດ້ຫ້າມບໍ່ໃຫ້ມີການຂາຍນ້ຳມັນ ແລະນ້ຳມັນ
ທີ່ກັ່ນແລ້ວໃຫ້ແກ່ເກົາຫຼີເໜືອ ຊຶ່ງສ່ວນໃຫຍ່ແລ້ວ ແມ່ນເປັນການເຄື່ອນໄຫວ
ທີ່ເປັນພຽງແຕ່ສັນຍາລັກເທົ່ານັ້ນແນໃສ່ເພື່ອຊຸກຍູ້ໃຫ້ປະເທດອື່ນໆທີ່ມີລະດັບ
ການຄ້າສຳຄັນຫຼາຍກວ່ານີ້ກັບເກົາຫຼີເໜືອປະຕິບັດຕາມ.
ບັນດາລັດຖະມົນຕີຍັງໄດ້ຕັດຈຳນວນເງິນທີ່ຜູ້ຄົນສາມາດສົ່ງໄປເກົາຫຼີເໜືອຈາກ
17,700 ໂດລາລົງມາເຫຼືອຢູ່ 5,900 ໂດລາ ໂດຍເວົ້າວ່າ ພວກເຂົາເຈົ້າເຊື່ອວ່າ
ເງິນທີ່ສົ່ງໄປນັ້ນ ໄດ້ຖືກນຳໄປໃຊ້ ເພື່ອສະໜັບສະໜຸນໂຄງການອາວຸດຂອງພຽງຢາງ.
ສ່ວນນຶ່ງຂອງການລົງໂທດໃໝ່ນີ້ ພວກຄົນງານເກົາຫຼີເໜືອທີ່ເຮັດວຽກຢູ່ສະຫະພາບ
ຢູໂຣບ ໃບອະນຸຍາດເຮັດວຽກຂອງພວກເຂົາເຈົ້າຈະບໍ່ຖືກຕໍ່ ເວລາໝົດອາຍຸ ນອກຈາກພວກອົບພະຍົບແລະພວກທີ່ຕ້ອງການຄວາມຄຸ້ມຄອງຈາກສາກົນ.
ມາດຕະການໃໝ່ນີ້ ຍັງຈະເພີ້ມການຫ້າມເດີນທາງ ແລະກັກຊັບສິນຂອງສາມຜູ້
ນຳຂັ້ນສູງ ແລະ 6 ບໍລິສັດຂອງເກົາຫຼີເໜືອຕື່ມອີກ.
ສະຫະພາບຢູໂຣບກ່າວວ່າ ມີການເອົາບາດກ້າວວໃໝ່ເຫຼົ່ານີ້ກໍເພາະວ່າ “ລັດຖະ
ບານເກົາຫຼີເໜືອ ຍັງສືບຕໍ່ເປັນໄພຂົ່ມຂູ່ຕໍ່ສັນຕິພາບ ແລະສະຖຽນລະພາບ
ຂອງນາໆຊາດ.”