ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີຢູ ​ຈັດ​ຕັ້ງ​ສູນ​ຮອງ​ຮັບ​ ຊາວ​ອົບ​ພະຍົບຫຼາຍ​ເຖິງ 100,000 ​ແຫ່ງ ​ໃນ ກຣິສ ​ແລະ ຕາມ​ເສັ້ນທາງຕ່າງໆ

ພວກອົບພະຍົບ ຝີງໄຟ ໃນຂະນະທີ່ລໍຖ້າ ເຂົ້າຄ້າຍອົບພະຍົບ ໃນເມືອງ Spielfeld,ປະເທດ Austria, ວັນອາທິດ ທີ 25 ຕຸລາ 2015.

ໃນ​ຄວາມ​ພະຍາຍາມ​ທີ່​ຈະ​ຫຼຸ​ດຜ່ອນ​ການ​ລັ່ງ​ໄຫຼ ​ຂອງ​
ອົບ​ພະຍົບຢ່າງ​ຫຼວງ​ຫຼາຍ​ເຂົ້າໃນ ກຣີສ ​ແລະ ປະ​ເທດ
​ໃນ​ພາກ​ຕາ​ເວັນ​ອອກ​ຂອງ ຢູ​ໂຣບນັ້ນ ສະຫະພາບ ຢູ​ໂຣບ
ກ່າວ​ວ່າ​ຕົນ​ຈະ​ຕິດ​ຕັ້ງ​ສູນ​ຮອງ​ຮັບ​ຊາວ​ອົບ​ພະຍົບຫຼາຍ​ເຖິງ
100,000 ​ແຫ່ງ​ໃນ ກຣິສ ​ແລະ ຕາມ​ເສັ້ນທາງ​ຂອງ​ຊາວ
​ອົບ​ພະ​ຍົບຜ່ານ​ແຫຼມບານ​ກັງ.

ປະ​ທານ​ຄະນະ​ກຳ​ມາທິການ ຢູ​ໂຣບ ທ່ານ Jean Claude
Juncker ​ໄດ້ກ່າວໃນ​ຕອນ​ເຊົ້າ​ວັນ​ຈັນ​ມື້​ນີ້​ ຫຼັງ​ຈາ​ກ ກອງ
​ປະຊຸມ​ສຸດ​ຍອດ ສຸກ​ເສີນ​ໃນ​ນະຄອນຫຼວງ Brussels
ພ້ອມ​ດ້ວຍ​ບັນດາ​ຜູ້ນຳຈາກ​ປະ​ເທດ EU ຫຼາຍ​ຄົນ ລວມມີ
​ນາຍົກລັດຖະມົນຕີ ​ເຢຍລະ​ມັນ ທ່ານ​ນາງ Angela Merkel ​ແລະ ຜູ້ນຳ​ຂອງ​ບັນດາ​
ປະ​ເທດ​ ຢູ​ໂຣບ ຕາ​ເວັນ​ອອກ ທີ່​ບໍ່​ຂຶ້ນ​ກັບ EU, ​ເຊິ່ງສູນ​ຮອງ​ຮັບ​ອົບ​ພະຍົບ 50,000
​ແຫ່ງ​ແມ່ນ​ຈະ​ໄດ້​ຖືກ​ສ້າງ​ຂຶ້ນ​ໃນ​ປະ​ເທດ ກຣິສ ​ແລະ ອີກ 50,000 ​ແຫ່ງ​ອື່ນ​ໆ​ຢູ່​
ຕາມ ແຫຼມບານ​ກັງ.

ປະທານສະພາ ສະຫະບັນດາປະເທດ ໃນຢູໂຣບ ທ່ານ Martin Schulz (ຊ້າຍ) ແລະນາຍົກລັດຖະມົນຕີ ເຢຍຣະມັນ ທ່ານນາງ Angela Merkel ແລະ ນາຍົກລັດຖະມົນຕີ ກຣິສ ທ່ານ Alexis Tsipras (ຂວາ) ໂອ້ລົມກັນ ຫຼັງຈາກ ການຖ່າຍພາບ ຮ່ວມກັນດັ່ງຄອບຄົວ ຢູ່ທີ່ກອງປະຊຸມ ກ່ຽວກັບວິກິດການດ້ານອົບພະຍົບ ໃນເຂດ ບານກັງ ກັບບັນດາຜູ້ນຳ ຈາກປະເທດຢູ່ ພາກກາງ ແລະ ພາກຕາເວັນອອກຂອງຢູໂຣບ.

​ທ່ານ Juncker ​ກ່າ​ວວ່າ ສະຖານ​ທີ່​ຮອງ​ຮັບ​ແມ່ນສຳ​ຄັນ​ໃນ​ການ​ສະໜອງ​ທີ່​ພັກ​
ອາ​ໄສ, ລົງທະບຽນອົບ​ພະຍົບ ​ແລະ ຊ່ວຍ​ເຫຼືອ​ບໍລິຫານ​ໃນ​ການ​ລັ່ງໄຫຼ​ຂອງ
​ອົບ​ພະຍົບໃຫ້​ດີ​ຂຶ້ນ.

“ນີ້​ແມ່ນ​ການ​ທົດສອບ​ອັນເດັດຂາດ​ທີ່​ໃຫຍ່​ທີ່​ສຸດ​ທີ່ ຢູ​ໂຣບ ​ເຄີຍ​ປະ​ເຊີນໜ້າ​ມາ​
ກ່ອນ.”
ເຊຶ່ງ ທ່ານ​ນາງ Merkel ​ໄດ້​ກ່າວ​ໃນວັນ​ຈັນ​ມື້​ນີ້​ກ່ຽວ​ກັບ ວິ​ກິດ​ການ​ອົບ​
ພະຍົບຂອງ​ທະວີບ, ​ເຊິ່ງບາງ​ຄົນ​ເຫັນ​ວ່າ​ເປັນ​ບັນຫາ​ຄວາມ​ປອດ​ໄພ​ຕາມ​ເຂດ
​ຊາຍ​ແດນ ​ແລະ ຄົນ​ອື່ນ​ໃຫ້​ທັດສະນະ​ວ່າ​ເປັນ​ສິ່ງ​ທ້າ​ທາຍ​ທາງ​ດ້ານ​ມະນຸດສະທຳ.

ທ່ານ Juncker ​ໄດ້​ອອກ​ຖະ​ແຫຼ​ງການ​ໃນ​ວັນ​ຈັນ​ມື້​ນີ້​ ພ້ອມ​ດ້ວຍ​ຂໍ້​ສະ​ເໜີ 20 ສະບັບ,
ລວມທັງ​ແຜນການ​ສຳລັບ​ການ​ແລກປ່ຽນ​ຂໍ້​ມູນທີ່​ວ່ອງ​ໄວ ​ເພື່ອ​ປະສານ​ງານ​ກັບ​
ຄວາມ​ພະຍາຍາມ​ທີ່​ຈະ​ສົ່ງ​ອົບ​ພະຍົບຜ່ານ​ໄປ​ແຕ່ລະ​ປະ​ເທດ.

ຊາຍຄົນນຶ່ງກຳລັງປອບໃຈ ຍິງສາວຄົນນຶ່ງ ພ້ອມດ້ວຍຊາວອົບພະຍົບ ຈຳນວນນຶ່ງ ທີ່ຫາກໍເດີນທາງໄປຮອດ ເກາະ Lesbos ຂອງກຣິສ ເມື່ອວັນທີ 25 ຕຸລາ 2015 ຫຼັງຈາກທີ່ພວກເຂົາເຈົ້າ ໄດ້ຂ້າມທະເລ Angean ຈາກເທີກີ.

ການ​ເຕົ້າ​ໂຮມ​ກັນ​ທີ່​ນ້ອຍ​ຂອງ​ບັນດາ​ຜູ້ນຳ​ ຢູ​ໂຣບກາງ ​ແລະ ຕາ​ເວັນ​ອອກ ​ໃນ​
ວັນ​ອາທິດ​ວານ​ນີ້ແມ່ນ​ໄດ້​ຖືກ​ຈັດ​ຂຶ້ນ​ໂດຍ​ທ່ານ​ນາງ Angela Merkel, ​ເ​ຊິ່ງ​ເປັນ
​ຜູ້​ທີ່​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ​ສຳລັບ​ຊາວ​ອົບ​ພະ​ຍົບ​ໃນ​ຂະນະ​ທີ່​ລະດູ​ໜາວ
​ຫຍັບ​ໃກ້​ເຂົ້າ​ມາ.

ການ​ປະຊຸມ​ເທື່ອນີ້ແມ່ນ​ຄັ້ງ​ຫຼ້າ​ສຸດ​ຂອງ​ການ​ປະຊຸມ​ຫຼາຍ​ຄັ້ງ​ໂດຍ​ຜູ້ນຳ​ຂັ້ນ​ສູງ
​ຂອງ EU ເພື່ອ​ຫາ​ວິທີ​ແກ້​ໄຂ​ບັນຫາ​ທີ່​ເປັນໜຶ່ງ​ດຽວ​ກັນ ກ່ຽວ​ກັບ​ການ​ຮັບ​ມື​ທີ່​ດີ
​ທີ່​ສຸດ​ກັບ​ອົບ​ພະຍົບຫຼາຍ​ພັນ​ຄົນ​ທີ່​ລັ່ງ​ໄຫຼ​ເຂົ້າ​ EU ໃນແຕ່ລະມື້.

ໃນວັນອາທິດວານນີ້, ໂຄສົກກະຊວງພາຍໃນຂອງ ໂຄຣເອເຊຍ ທ່ານ Domagoj
Dzigolovic ໄດ້ກ່າວວ່າສະຖິຕິຂອງອົບພະຍົບທີ່ໄດ້ລັ່ງ ໄຫຼເຂົ້າໃນປະເທດແມ່ນ
11,500 ຄົນ. ເຊິ່ງຫຼາຍທີ່ສຸດສຳລັບມື້ດຽວ ຕັ້ງແຕ່ອົບພະຍົບໄດ້ລັ່ງໄຫຼເຂົ້າປະເທດ
ໃນກາງເດືອນ ກັນຍາທີ່ຜ່ານ ມາ. ຕຳຫຼວດກ່າວວ່າ ປະເທດໄດ້ພົບວ່າ ອົບພະຍົບ
ເກືອບ 250,000 ຄົນໄດ້ເດີນທາງເຂົ້າປະເທດຕັ້ງແຕ່ນັ້ນມາ.

ອົບພະຍົບໄດ້ຫັນເຂົ້າປະເທດ ໂຄຣເອເຊຍ ຫຼັງຈາກ ຮັງກາຣີ ໄດ້ຕິດ ຕັ້ງຮົ້ວໜາມ
ໝາກຈັບໃສ່ຕາມເຂດຊາຍແດນຂອງຕົນຕິດກັບ ເຊີເບຍ.

ກຸ່ມຊາວອົບພະຍົບ ຍ່າງໄປຍັງປະເທດອອສເຕຣຍ ຈາກຄ້າຍ ຢູ່ໃນເມືອງ Sentilj ປະເທດ Slovenia, ວັນທີ 25 ຕຸລາ 2015.

XS
SM
MD
LG