ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກໍາລັງຂອງສະຫະພາບຢູໂຣບ ໂຈມຕີທີ່ໝັ້ນຂອງໂຈນທະເລ ໃນໂຊມາເລຍ


An aerial image taken from a Philippine Air Force helicopter shows the devastation of the first landfall by typhoon Haiyan in Guiuan, Eastern Samar province, central Philippines, Nov. 11, 2013.
An aerial image taken from a Philippine Air Force helicopter shows the devastation of the first landfall by typhoon Haiyan in Guiuan, Eastern Samar province, central Philippines, Nov. 11, 2013.

ກໍາລັງ​ທະຫານ​ເຮືອຕໍ່​ຕ້ານ​ໂຈນ​ທະ​ເລສະຫະພາບຢູ​ໂຣບ ​ໄດ້​ທຳການ​ໂຈມ​ຕີ​ທາງ​
ອາກາດ​ເປັນ​ເທື່ອ​ທຳ​ອິດ ​ໃສ່​ທີ່ຕັ້ງແຫ່ງ​ນຶ່ງຂອງ​ພວກ​ໂຈນ​ທະ​ເລ​ ​ໃນ​ບໍລິ​ເວນ​ແຄມ
ຝັ່ງ​ທະ​ເລ​ຂອງໂຊ​ມາ​ເລຍ.

ກໍາລັງ​ທະ​ຫານ​ເຮືອ​ຕໍ່​ຕ້ານໂຈນ​ທະ​ເລ​ຂອງສະ​ຫະພາບຢູ​ໂຣບ ກ່າວ​ໃນຖະ​ແຫລ​ງ
ການສະບັບ​ນຶ່ງ ​ໃນ​ວັນ​ອັງຄານມື້​ນີ້​ວ່າ ລາຍ​ງານ​ໃນ​ຂັ້ນຕົ້ນບໍ່​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ
​ມີຊາວ​ໂຊ​ມາ​ເລຍ​ໄດ້​ຮັບ​ບາດ​ເຈັບ​ ​ໃນ​ອັນ​ທີ່​ບັນ​ລະ​ຍາຍ​ວ່າ ​“ເປັນ​ການ​ໂຈມ​ຕີ “ ທີ່​
ໄດ້​ມີ​ການ​ເພັ່ງ​ເລັງ ມີ​ຄວາມ​ແມ່ນ​ຍຳ ​ແລະ​ສົມ​ເຫ​ດສົມ​ຜົນ” ຕໍ່ “​ບ່ອນ​ໃຫ້ການ​ສະ
ໜັບສະໜຸນ​ ທີ່​ຮູ້ຈັກ​ ຂອງ​ພວກ​ໂຈນ​ທະ​ເລ” ​ໃນ​ບໍລິ​ເວນ​ແຄມ​ຝັ່ງ​ທະ​ເລ​ຂອງໂຊ​ມາ​
ເລຍ. ສະຖານ ທີ່ໆ​ຄັກ​ແນ່ຂອງການໂຈມ​ຕີ ຫລືລັກສະນະຂອງເປົ້າໝາຍ​ນັ້ນ​ບໍ່​ໄດ້​
ບອກ​ໃຫ້​ຊາບ.

ການ​ໂຈມ​ຕີ​ທາງ​ອາກາດ​ໃນ​ຄັ້ງນີ້​ ແມ່ນ​ເປັນ​ຄັ້ງ​ທໍາ​ອິດ​ ຂອງ​ກໍາລັງທະຫານ​ເຮືອ​ຕໍ່
ຕ້ານໂຈນທະ​ເລ​ຂອງສະຫະ​ພາບຢູ​ໂຣບ ທີ່​ໄດ້​ຮັບອະນຸຍາດ​ໃນ​ເ​ດືອນມີນາຜ່ານ​ມາ
ເພື່ອ​ໂຈມ​ຕີ​ອຸບປະກອນທີ່​ເກັບ​ໄວ້​ຢູ່ສາງ​ແຫ່ງ​ນຶ່ງ ​ຂອງ​ພວກ​ໂຈນ​ທະ​ເລ​ໃນ​ບໍລິ​ເວນ
​ແຄມ​ຝັ່ງ. ຈົນຕົກມາເຖິງວັນ​ອັງຄານມື້​ນີ້ ການ​ໂຈມ​ຕີຈຶ່ງ​ໄດ້ມີ​ຂຶ້ນ ຢູ່​ໃນ​ດິນ​ແດນແລະ
​ເຂດ​ນ່ານນໍ້າຂອງ​ໂຊ​ມາ​ເລຍ. ​

ກຸ່ມດັ່ງກ່າວເວົ້າວ່າ ການ​ໂຈມ​ຕີ​ນີ້ໄດ້​ຮັບ​ການ​ສະໜັບສະໜຸນ​ຢ່າງ​ເຕັມທີ່ ຈາກລັດຖະ
ບາ​ນ​ໄລຍະ​ຂ້າມ​ຜ່ານ​ຂອງ​ໂຊ​ມາ​ເລຍ ​ແລະ​ກໍາລັງ​ທະຫານ​ພາກພື້ນດິນຂອງສະຫະ
ພາບຢູ​ໂຣບ ບໍ່​ໄດ້​ພົວພັນ​ນຳ​ການ​ປະຕິບັດ​ງານ ​ໃນ​ຄັ້ງນີ້.

ກໍາລັງ​ທະ​ຫານ​ເຮືອ​ຕໍ່​ຕ້ານໂຈນ​ທະ​ເລ​ຂອງສະ​ຫະພາບຢູ​ໂຣບ ປະກອບດ້ວຍກໍາ​ປັ່ນ
​ລົບ 9 ລໍາ​ແລະ​ບັນດາເຮືອສະໜັບສະໜຸນ 5 ລຳ ຊຶ່ງ​ເປັນ ພາກ​ສ່ວນນຶ່ງ ​ໃນ​ການ​ດຳ​
ເນີນ​ຄວາມ​ພະຍາຍາມ​ໃນ​ຂອບ​ເຂດ​ທີ່​ກວ້າງຂວາງ ​ເພື່ອ​ປາບ​ປາມ​ພວກ​ໂຈນທະ​ເລ
ໃນ​ເຂດແຫລມ Horn ​ຂອງອາ​ຟຣິກາ.

XS
SM
MD
LG