ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສະຫະພາບຢູໂຣບ ຊ່ວຍ​ເຫລືອ​ອາຫານ ໃຫ້​​ເກົາຫຼີເໝືອ


ສະຫະພາບຢູໂຣບ ຊ່ວຍ​ເຫລືອ​ອາຫານ ໃຫ້​​ເກົາຫຼີເໝືອ
ສະຫະພາບຢູໂຣບ ຊ່ວຍ​ເຫລືອ​ອາຫານ ໃຫ້​​ເກົາຫຼີເໝືອ

ອາຫານການກິນທີ່ສົ່ງໄປຊ່ອຍເກົາຫຼີເໜືອ
ອາຫານການກິນທີ່ສົ່ງໄປຊ່ອຍເກົາຫຼີເໜືອ

ສະຫະພາບຢູໂຣບກ່າວວ່າ ຕົນ​ຈະມອບ​ການ​ຊ່ວຍ​ເຫລືອ​ດ້ານອາຫານການກິນມູນຄ່າ
ຫຼາຍກ່ວາ​ 14 ລ້ານ 5 ​ແສນ​ດອລລາ ໃຫ້ແກ່ເກົາຫຼີເໝືອເພື່ອຊ່ອຍ ເຫຼືອປະຊາຊົນ
ຈໍານວນປະມານ​ 650 ພັນຄົນ ທີ່​ກໍາລັງ​ສ່ຽງ​ຕໍ່​ການ​ອຶດຫິວ​ຕາຍນັ້ນ.

ສະຫະພາບ​ຢູ​ໂຣບກ່າວໃນວັນຈັນມື້ນີ້​ວ່າ ອາຫານນັ້ນຈະ​ເອົາໄປມອບໃຫ້ພາຍ​ໃຕ້ລະບົບ
ຕິດຕາມ​ເບິ່ງ​ຢ່າງເຂັ້ມງວດ ແກ່ພວກທີ່ຕ້ອງການທີ່ສຸດ​ ກໍຄືອຶດຫີວ ຂາດອາຫານແທ້ໆ
ທີ່ອາໄສຢູ່​ໃນ​ເຂດ​ແຂວງທາງພາກເໝືອແລະພາກຕາເວັນອອກຂອງປະເທດ.

ເຈົ້າ​ໜ້າ​ທີ່​ສະຫະພາບຢູໂຣບ 5 ທ່ານໄດ້ເດີນທາງໄປເກົາຫຼີເໝືອ ໃນເດືອນທີ່ແລ້ວນີ້
ເພື່ອປະ​ເມີນ​ເບິ່ງ​ຄວາມ​ຕ້ອງການການຊ່ອຍເຫຼືອຢູ່ໃນປະເທດຄອມມຸຍນີສແຫ່ງນີ້.​
ຜູ້​ຕາງໜ້າ​ສະຫະລັດ​ຄະນະ​ນຶ່ງທີ່ນໍາພາໂດຍທູ​ດພິ​ເສດ​ດ້ານສິດທິມະນຸດ ທ່ານ
Robert King ກໍໄດ້ໄປຢ້ຽມຢາມເກົາຫຼີເໝືອ ໃນທ້າຍເດືອນ​ພຶດສະພາ ຜ່ານ​ມາ​ນັ້​ນ
ແຕ່ທາງ​ການ​ສະຫະລັດ​ຍັງ​ກໍາລັງ​ຊັ່ງຊາ​ຕີ​ລາຄາ​ຜົນ​ການ​ປະ​ເມີນຂອງ​ພວກ
ທ່ານ​ຢູ່.

ການຊ່ວຍເຫຼືອອາຫານຈາກນາໆຊາດ​ແກ່ເກົາຫຼີເໝືອ ແມ່ນໄດ້ຖືກ​ຕັດ​ລົງ​ຢ່າງ​ຫລວງ
ຫລາຍ ຫຼັງຈາກການທົດລອງຍິງລູກສອນໄຟ​ແລະ​ອາວຸດ​ນິວ​ເຄລຍ ຂອງທາງການ
ພຽງຢາງ.ອົງການອາຫານຂອງສະຫະປະຊາຊາດກ່າວວ່າ ຜູ້ຄົນປະມານ 6 ລ້ານຄົນ
ຫຼືປະມານ 1/4 ຂອງປະຊາກອນທັງໝົດຂອງເກົາຫຼີ​ເໜືອ ແມ່ນຂາດອາຫານແລະມີ
ຄວາມຕ້ອງການຢ່າງຮີບ​ດ່ວນ​ທີ່​ສຸດ​ໃນ​ເວລາ​ນີ້.

XS
SM
MD
LG