ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໐ ມີນາ ໒໐໒໕

ບັນດາລັດຖະມົນຕີ EU ຈະຫາລືກັນ ກ່ຽວກັບ ການຕອບໂຕ້ ຕໍ່ການຢືນຢັດທີ່ “ຮັບບໍ່ໄດ້” ຂອງ ຮັງກາຣີ


ນາຍົກລັດຖະມົນຕີຂອງ ຮັງກາຣີ ໃຫ້ຄຳເຫັນຕໍ່ບັນດານັກຂ່າວຢູ່ກອງປະຊຸມປະຊາຄົມການເມືອງ ຢູໂຣບ ຢູ່ທຳນຽບ ເບລັນຮາມ, ເມືອງ ວູດສຕັອກ, ອັງກິດ, 18 ກໍລະກົດ 2024. (Photo by Ludovic MARIN / AFP)
ນາຍົກລັດຖະມົນຕີຂອງ ຮັງກາຣີ ໃຫ້ຄຳເຫັນຕໍ່ບັນດານັກຂ່າວຢູ່ກອງປະຊຸມປະຊາຄົມການເມືອງ ຢູໂຣບ ຢູ່ທຳນຽບ ເບລັນຮາມ, ເມືອງ ວູດສຕັອກ, ອັງກິດ, 18 ກໍລະກົດ 2024. (Photo by Ludovic MARIN / AFP)

ບັນດາລັດຖະມົນຕີການຕ່າງປະເທດ ສະຫະພາບ ຢູໂຣບ ຈະປະເມີນວິທີທີ່ຈະ ຕອບໂຕ້ຕໍ່ການເດີນທາງໂດຍນາຍົກລັດຖະມົນຕີ ຮັງກາຣີ ທ່ານ ວິກເຕີ ອໍບານ ໄປ ຣັດເຊຍ ແລະ ຈີນ ແລະ ການວາງທ່າທີຂອງປະເທດຂອງທ່ານ ກ່ຽວກັບ ບົດບາດຂອງສະຫະພາບຢູໂຣບ ໃນ ຢູເຄຣນ, ຫົວໜ້ານະໂຍບາຍຕ່າງປະເທດ ທ່ານ ໂຈເຊັບ ບໍແຣລ ໄດ້ກ່າວໃນວັນຈັນມື້ນີ້.

ຮັງກາຣີ ໄດ້ເຂົ້າເປັນປະທານວຽນ 6 ເດືອນຂອງກຸ່ມດັ່ງກ່າວໃນເດືອນ ກໍລະກົດນີ້ ແລະ ເກືອບວ່າໃນທັນທີທັນໃດ ເຂົາເຈົ້າກໍໄດ້ເດີນທາງໄປ ມົສກູ ແລະ ປັກກິ່ງ ໃນສິ່ງທີ່ຖືກອະທິບາຍດັ່ງກັບ “ປະຕິບັດການສັນຕິພາບ” ເຖິງແມ່ນຈະບໍ່ມີຄູ່ຮ່ວມມືໃນສະຫະພາບຢູໂຣບຄົນໃດ ຮູ້,​ ຫຼື ສັງໃຫ່ທ່ານເຮັດ ເຊັ່ນນັ້ນກໍຕາມ.

ທ່ານຍັງໄດ້ອອກຈາກກອງປະຊຸມສຸດຍອດ NATO ກ່ອນກຳນົດເພື່ອພົບປະ ກັບອະດີດປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ. ກະຊວງການ ຕ່າງປະເທດຂອງທ່ານ ອໍບານ ນັບຕັ້ງແຕ່ນັ້ນມາໄດ້ມີຄວາມສົງໄສ ກ່ຽວກັບ ບົດບາດຂອງສະຫະພາບ ຢູໂຣບ ໃນ ຢູເຄຣນ.

ທ່ານ ບໍແຣລ, ໄດ້ກ່າວວ່າ, “ພວກເຮົາຈະລົມກັນ ກ່ຽວກັບ ສິ່ງທີ່ໄດ້ເກີດຂຶ້ນ ແລະ ທ່າທີທີ່ລັດຖະບານ ຮັງກາຣີ ໄດ້ເອົາ, ໂດຍອະທິບາຍມັນວ່າ “ຮັບບໍ່ໄດ້.” ບາງປະເທດສະມາຊິກແມ່ນຢາກໃຫ້ກຸ່ມດັ່ງກ່າວສະແດງການຢືນຢັດທີ່ເຂັ້ມງວດຕໍ່ລັດຖະບານ ບູດາເປັສ.

ໃນຫຼາຍໆຄວາມຄິດຂອງເຂົາເຈົ້າກໍຈະເປັນການຕໍ່ຕ້ານ ຫຼື ຫຼຸດລະກັບການເຂົ້າ ຮ່ວມກອງປະຊຸມຂອງບັນດາລັດຖະມົນຕີໃນນະຄອນຫຼວງ ບູດາເປັສ ໃນທ້າຍ ເດືອນສິງຫານີ້, ແນວໃດກໍຕາມມັນກໍມີຄວາມບໍ່ເຫັນພ້ອມກັນຂອງປະເທດຕ່າງໆ ກ່ຽວກັບ ປະໂຫຍດຂອງມັນ.

ລັດຖະມົນຕີການຕ່າງປະເທດ ເຢຍຣະມັນ ທ່ານນາງ ແອນນາເລນາ ແບບັອກ ໄດ້ກ່າວຕໍ່ບັນດານັກຂ່າວເວລາເດີນທາງຮອດນະຄອນຫຼວງ ບູດາເປັສ ວ່າ ທ່ານ ບໍແຣລ ໄດ້ເປັນຕົວແທນນະໂຍບາຍການຕ່າງປະເທດສະຫະພາບ ຢູໂຣບ ສຳລັບບັນດາລັດຖະມົນຕີ ແລະ ນັ້ນແມ່ນ “ບໍ່ໄດ້ເປັນສິ່ງປະຫຼາດໃຈທີ່ການ ເດີນທາງທີ່ເຫັນແກ່ຕົວນັ້ນ” ໄດ້ເຮັດໃຫ້ຫຼາຍຄົນຫງຸດຫງິດ.

ລັດຖະມົນຕີການຕ່າງປະເທດ ລັກເຊັມເບີກ ທ່ານ ຮາເວຍ ເບັດແທລ ໄດ້ກ່າວ ວ່າທ່ານຈະໄປເຂົ້າຮ່ວມກອງປະຊຸມບໍ່ເປັນທາງການໃນທ້າຍເດືອນສິງຫາ ໂດຍເວົ້າວ່າມັນສຳຄັນທີ່ຈະສືບຕໍ່ສົນທະນາກັບລັດຖະບານ ບູດາເປັສ.

ທ່ານກ່າວວ່າ “ການເມີນເສີຍ ຫຼື ບໍ່ເລືອກການສົນທະນາຈະເປັນຄວາມ ຜິດພາດ.”

ອ່ານຂ່າວນີ້ເປັນພາສາອັງກິດ

PARIS, July 22 (Reuters) - European Union foreign ministers will evaluate how to respond to trips by Hungarian Prime Minister Viktor Orban to Russia and China and his country's positioning over the EU's role in Ukraine, foreign policy chief Josep Borrell said on Monday.

Hungary took over the six-month rotating presidency of the bloc in July and almost immediately went to Moscow and Beijing in what was described as a "peace mission" despite none of his EU partners being aware, or mandating him to do so.

He also left a NATO summit early to meet former U.S. President Donald Trump. Orban's foreign minister has since questioned the EU's role in Ukraine.

"We will discuss what has happened and positions taken by the Hungarian government," Borrell said, describing them as "unacceptable".

Some member states would like the bloc to show a tougher stance on Budapest.

Among the ideas would be to boycott or downgrade the attendance of ministers at an informal meeting in Budapest at the end of August, although there is division among countries on its utility.

German Foreign Minister Annalena Baerbock told reporters on arrival in Brussels that Borrell represented EU foreign policy for the ministers and that it was "not surprising that the ego trips" had irritated many.

Luxembourg's Foreign Minister Xavier Bettel said he would go to the informal meeting at the end of August saying it was important to keep the dialogue with Budapest.

"Ignoring or not choosing dialogue would be an error," he said.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG