ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

EU ປັບໄໝ ບໍລິສັດ Microsoft 731 ລ້ານໂດລາ


ທ່ານ Bill Gates ປະທານບໍລິສັດ Microsoft ທີ່ຖືກປັບໄໝ ເປັນເງິນ 731 ລ້ານໂດລາ ໂດຍ EU
ທ່ານ Bill Gates ປະທານບໍລິສັດ Microsoft ທີ່ຖືກປັບໄໝ ເປັນເງິນ 731 ລ້ານໂດລາ ໂດຍ EU
ເຈົ້າໜ້າທີ່ຄຸ້ມຄອງລະບຽບການຂອງສະຫະພາບຢູໂຣບ ຫລື
EU ເວົ້າວ່າ ພວກເຂົາເຈົ້າກໍາລັງປັບໄໝບໍລິສັດ Microsoft
ທີ່ມີສໍານັກງານໃຫຍ່ ຕັ້ງຢູ່ສະຫະລັດເປັນເງິນ 731 ລ້ານໂດ
ລາ ຍ້ອນໄດ້ລະເມີດສັນຍາທີ່ເວົ້າວ່າ ຈະໃຫ້ພວກໃຊ້ຄອມພິວ
ເຕີມີທາງເລືອກ ໃນການຊອກຫາເວັບໄຊ໌ຫຼື web browser
ໂດຍທີ່ບໍ່ບັງຄັບໃຫ້ເຂົາເຈົ້າຕ້ອງໃຊ້ Internet Explorer ຊຶ່ງເປັນຂອງບໍລິສັດເອງນັ້ນ.

EU ໄດ້ທຳການປັບໄໝດັ່ງກ່າວ ໃນວັນພຸດວານນີ້ ຊຶ່ງເປັນຄັ້ງ
ທໍາອິດທີ່ເຈົ້າໜ້າ ທີ່ຄຸ້ມຄອງກົດລະບຽບ ທີ່ກຸງ Brussels ໄດ້ ທໍາການປັບໄໝບໍລິສັດທີ່ບໍ່ໄດ້ປະຕິ ບັດໃຫ້ສອດຄ່ອງກັບຂໍ້
ຕົກລົງ ທີ່ໄດ້ໃຫ້ໄວ້ກັບພວກເຈົ້າໜ້າທີ່ຂອງປະເທດໃນຢູໂຣບ.
ທ່ານ Joaquin Almunia ຫົວໜ້າຄຸ້ມຄອງກົດລະບຽບສໍາ
ລັບບໍລິສັດຂອງ EU ເວົ້າວ່າ Microsoft ທີ່ເປັນບໍລິສັດເຮັດ Software ທີ່ໃຫຍ່ທີ່ ສຸດຂອງໂລກນັ້ນ ໄດ້ຮັບຄວາມເຊື່ອຖືວ່າ ຈະປະຕິບັດຕາມຂໍ້ຕົກລົງທີ່ເຊັນກັນໃນປີ 2009 ທີ່ ສະເໜີຊ່ອງທາງໃຫ້ມີການນຳໃຊ້ລາຍການເພື່ອເຂົ້າຫາເວັບໄຊຕ່າງໆ ນອກເໜືອ ໄປຈາກ Internet Explorer ທີ່ເປັນລະບົບການປະຕິບັດງານຂອງ Window ນັ້ນອີກ.

ໃນເດືອນກໍລະກົດຜ່ານມາ Microsoft ກໍໄດ້ຮັບຮູ້ວ່າ ຕົນບໍ່ໄດ້ສະເໜີທາງ ເລືອກໃນ
ການຊອກໃຊ້ເວັບໄຊ ແບບນັ້ນ ໃຫ້ແກ່ຜູ້ຊົມໃຊ້ຄອມພິວເຕີປະມານ 28 ລ້ານໜ່ວຍ ຢູ່ໃນຢູໂຣບ ມາໄດ້ດົນກວ່ານຶ່ງປີແລ້ວ ແລະໄດ້ເວົ້າວ່າ ນັ້ນເປັນຄວາມຜິດພາດຂອງ
ຕົນ ແຕ່ບໍ່ແມ່ນການລະເມີດສັນຍາໂດຍເຈດຕະນາ.

ລວມໝົດແລ້ວ ຕະຫລອດນຶ່ງທົດສະວັດຜ່ານມາພວກເຈົ້າໜ້າທີ່ຄຸ້ມຄອງລະບຽບ ການຕ້ານການຜູກຂາດຂອງຢູໂຣບ ດຽວນີ້ ໄດ້ປັບໄໝບໍລິສັດ Microsoft ເກືອບ
ຮອດ 3 ພັນລ້ານໂດລາແລ້ວ. ທ່ານ Almunia ເວົ້າວ່າ ທ່ານມີ ຄວາມຫວັງຢ່າງຍິ່ງ
ວ່າ ການປັບໄໝຄັ້ງຫລ້າສຸດນີ້ ຈະເຮັດໃຫ້ບໍລິສັດດັ່ງກ່າວ ຄິດເບິ່ງກ່ອນ ກ່ຽວກັບ ການຈະເຮັດສັນຍາກັບພວກເຈົ້າໜ້າທີ່ຄຸ້ມຄອງລະບຽບການ.
XS
SM
MD
LG