ກຳມາທິການຢູໂຣບ ທີ່ຮັບຜິດຊອບກ່ຽວກັບຄວາມປອດໄພດ້ານອາຫານໄດ້ຮຽກຮ້ອງ
ໃນວັນສຸກມື້ນີ້ ໃຫ້ເປີດກອງປະຊຸມສຸກເສີນ ລະດັບລັດຖະມົນຕີເພື່ອປຶກສາຫາລື ກ່ຽວ
ກັບເລື່ອງໄຂ່ທີ່ມີສານພິດ ໂດຍຂໍຮ້ອງໃຫ້ຢຸດເຊົາໃນການກ່າວຫາຊຶ່ງກັນແລະກັນ ລະ
ຫວ່າງບັນດາປະເທດສະມາຊິກ ກ່ຽວກັບຂ່າວນອງນັນດັ່ງກ່າວ.
ທ່ານ Vytenis Andriukaitis ຈາກລີທົວເນຍ ຊຶ່ງເປັນກຳມາທິການດ້ານສຸຂະພາບ
ຂອງສະຫະພາບຢູໂຣບ ຫຼືອີຢູ ກ່າວວ່າ “ການຖິ້ມໂທດແລະສ້າງຄວາມອັບອາຍນັ້ນ
ຈະບໍ່ພາໃຫ້ພວກເຮົາໄປຮອດໃສ ແລະຂ້າພະເຈົ້າຢາກໃຫ້ຍຸຕິເລື່ອງນີ້.”
ທ່ານ Andriukaitis ກ່າວວ່າ ທ່ານຫວັງວ່າຈະມີການເປີດປະຊຸມ ລະດັບລັດຖະມົນ
ຕີແລະບັນດາຜູ້ຕາງໜ້າ ພະແນກການ ດ້ານຄວາມປອດໄພອາຫານ ຈາກປະເທດ
ຕ່າງໆ ກ່ອນທ້າຍເດືອນກັນຍາ.
ໄຂ່ຫລາຍໆລ້ານໜ່ວຍ ແລະຜະລິດຕະພັນຕ່າງໆທີ່ເຮັດຈາກໄຂ່ ໄດ້ຖືກສັ່ງໃຫ້ຖອນ
ອອກຈາກຕະຫຼາດຊູເປີ້ມາກເກັດຂອງຢູໂຣບຢູ່ໃນຢ່າງນ້ອຍ 11 ປະເທດ ນັບແຕ່ໄດ້
ເກີດຂ່າວນອງນັນເມື່ອວັນທີ 1 ສິງຫາຜ່ານມາ. ມາຮອດປັດຈຸບັນຍັງບໍ່ມີລາຍງານວ່າ
ມີຜູ້ໃດລົ້ມປ່ວຍຍ້ອນໄຂ່ທີ່ເປັນພິດດັ່ງກ່າວນີ້ເທື່ອ.