ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໔ ມີນາ ໒໐໒໓

ທ່ານນາງ Ashton ຊ່ວຍໄກ່ເກ່ຍ ບັນຫາຂັດແຍ້ງ ໃນອີຈິບ (ວີດີໂອ)


ລມຕ ຕ່າງປະເທດ ອີຈິບ ທ່ານ Nabil Fahmy (ຊ້າຍ) ແລະຫົວໜ້ານະໂຍບາຍຕ່າງປະເທດ ສະຫະພາບຢູໂຣບ ທ່ານນາງ Katherine Ashton (ຂວາ)
ຫົວໜ້າ​ນະ​ໂຍບາຍ​ຕ່າງປະ​ເທດສະຫະພາບ​ຢູ​ໂຣບທ່ານ​ນາງ
Katherine Ashton ກໍາລັງ​ຢູ່​ທີ່​ປະ​ເທດ​ອີ​ຈິບ ​ໃນ​ຄວາມ​ພະ
ຍາຍາມ​ຊ່ວຍຟື້ນຟູ​ ຄວາມ​ສຳພັນ ​ລະຫວ່າງ​ລັດຖະບານ​ຊົ່ວ
ຄາວ​ຂອງ​ປະ​ເທດດັ່ງກ່າວ ​ແລະ​ພັກ​ພະລາດອນພາບມຸສລິ​ມ.

​ໃນ​ວັນ​ພຸດ​ມື້ນີ້ ທ່ານ​ນາງ Ashton ​ໄດ້​ພົບກັບລັດຖະມົນຕີ​ການ
​ຕ່າງປະ​ເທດອີ​ຈິບ ທ່ານ Nabil Fahmy ​ໃນ​ວັນ​ພຸດ​ມື້​ນີ້ ແລະ
​ມີ​ກໍານົດ​ທີ່​ຈະເຈລະຈາ​ຫາລືກັບພວກຜູ້​ນໍາຫຼາຍໆ​ຄົນຮວມ​ທັງ
ປະທານາທິບໍດີອີ​ຈິບ​ແລະ​ນາຍົກລັດຖະມົນຕີພ້ອມ​ດ້ວຍ​ເຈົ້າ​
ໜ້າ​ທີ່ພັກ​ພະລາດອນພາບ ​ແລະ​ຜູ້​ນໍາ​ທາງ​ສາສະໜາ.

ນອກ​ນັ້ນ ທ່ານ​ນາງຍັງຈະ​ພົບປະ​ກັບ​ຜູ້​ບັນຊາ​ການ​ທະຫານ ນາຍ​ພົນ Abdul Fattah al-Sissi ​ໃນ​ລະຍະ​ສອງ​ມື້​ຂອງ​ການ​ຢ້ຽມ​ຢາມເພື່ອ​ຫາ​ທາງການ​ໄກ່​ເກ່ຍດັ່ງກ່າວ.

​ໃນ​ວັນ​ອັງຄານ​ວານ​ນີ້ ທ່ານ Sissi ​ໄດ້ຮຽກ​ຮ້ອງ​ໃຫ້​ມີ​ການສ້າ​ຕັ້ງລັດຖະບານ​ໄລຍະ​ຂ້າມ​ຜ່ານຢ່າງ​ຮີບ​ດ່ວນ ​ອີງ​ຕາມ​ແຜນການທາງ​ການ​ເມືອງ ທີ່​ຫລິງ​ເຫັນ​ວ່າ ການ​ເລືອກ​ຕັ້ງປະທານາທິບໍດີ​ຄົນ​ໃໝ່ ຈະ​ມີ​ຂຶ້ນ​ໃນ​ລະ​ດູ​ບານ​ໃໝ່ ​ປີໜ້ານີ້.

egypt
please wait
Embed

No media source currently available

0:00 0:00:26 0:00

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG