ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາ​ຜູ້ນຳ EU ເຂົ້າຮ່ວມ ກອງປະຊຸມ ເພື່ອ ປຶກສາຫາລື ເລື່ອງການຖອນຕົວ ຂອງອັງກິດ


ທ່ານ Michel Barnier ຫົວໜ້າຂອງສະຫະພາບຢູໂຣບ ທີ່ເຈລະຈາ ກ່ຽວກັບຖອນຕົວຂອງອັງກິດ ອອກຈາກ EU ກຳລັງເດີນທາງໄປຮອດ ກອງປະຊຸມ EPP ທີ່ Brussels, 22 ມິຖຸນາ, 2017.
ທ່ານ Michel Barnier ຫົວໜ້າຂອງສະຫະພາບຢູໂຣບ ທີ່ເຈລະຈາ ກ່ຽວກັບຖອນຕົວຂອງອັງກິດ ອອກຈາກ EU ກຳລັງເດີນທາງໄປຮອດ ກອງປະຊຸມ EPP ທີ່ Brussels, 22 ມິຖຸນາ, 2017.

ບັນດາ​ຜູ້ນຳສະຫະພາບຢູ​ໂຣບ ​ໄດ້​ເປີດ​ກອງ​ປະຊຸມ​ສຸດ​ຍອດ ​ເປັນ​ເວລາ 2 ມື້ ​ໃນ​ນະ
ຄອນ Brussels ​ໃນ​ວັນ​ພະຫັດ​ມື້​ນີ້ ​ເພື່ອ​ແກ້​ໄຂ​ບັນຫາ​ຫຼາຍໆ​ຢ່າງ ​ນັບ​ຕັ້ງ​ແຕ່​ແຜນ
ການຖອນ​ຕົວຂອງ​ອັງກິດ​ອອກ​ຈາກ​ສະຫະພາບ​ຢູ​ໂຣບ ຫຼື EU ຕະຫລອດ​ເຖິງ​ການ
​ຟື້ນ​ຕົວ​ຄືນ​ຂອງ​ເສດຖະກິດ.

​ເປັນ​ທີ່​ຄາດ​ກັນ​ວ່າ ການ​ໃຫ້​ຄວາມ​ເຫັນ ​ຂອງນາຍົກລັດຖະມົນຕີອັງກິດ ທ່ານ​ນາງ
Theresa May ​ຕໍ່​ກອງ​ປະຊຸມສຸດ​ຍອດ​ເປັນ​ເວລາ ​2 ວັນດັ່ງກ່າວ ຈະ​ຮວມທັງການ​
ຄ້ຳປະກັນ ກ່ຽວ​ກັບ​ອະນາ​ຄົດ ຂອງປະຊາຊົນ​ປະ​ເທດ​ຕ່າງໆ 3 ລ້ານ​ຄົນ ທີ່​ເປັນສະ
ມາຊິກ​ຂອງ​ສະຫະພາບ​ຢູໂຣບ ທີ່​ອາ​ໄສ​ຢູ່​ໃນປະ​ເທດ​ອັງກິດ ​ໃນ​ປັດຈຸບັນ​ນີ້.

ພ້ອມນີ້ ກໍຍັງ​ກ່ຽວ​ກັບອະນາ​ຄົດ​ຂອງ​ປະຊາຊົນ​ຊາວ​ອັງກິດ ຫຼາຍ​ກວ່າ 1 ລ້ານ ທີ່​ອາ​
ໄສ​ຢູ່​ໃນແຫ່ງ​ຕ່າງໆຂອງສະຫະພາບ​ຢູ​ໂຣບ ​ແມ່ນ​ຫົວ​ຂໍ້​ທີ່​ສຳຄັນ​ອັນ​ນຶ່ງ ທີ່ທັງສອງ
ຝ່າຍຈະຕ້ອງໄດ້ຕົກລົງກັນ ຊຶ່ງ​ເປັນ​ສ່ວນ​ນຶ່ງ​ຂອງເຈລະຈາກັນ ທີ່​ໄດ້​ເລີ້ມຂຶ້ນໃນຕົ້ນ
ສັບປະດານີ້.

ຫຼັງຈາກທີ່ທ່ານນາງ May ໄດ້ກ່າວໃນແລງວັນພະຫັດມື້ນີ້ແລ້ວ ບັນດາຜູ້ນຳຂອງ​ປະ​ເທດ
​ອື່ນໆ ກໍຈະພົບປະກັນ ໂດຍປາດສະຈາກທ່ານນາງ ເພື່ອປຶກສາຫາລືກ່ຽວ​ກັບຂັ້ນຕອນ​ໃນການຖອນອອກຈາກ EU ຂອງອັງກິດ ທີ່ໄດ້ມີຂຶ້ນດ້ວຍ​ການ​ລົງ​ປະຊາ​ມະຕິ​ເມື່ອນຶ່ງປີ
ຜ່ານ ມາ ແລະກຳນົດວ່າຈະເສັດສິ້ນລົງ ພາຍໃນ​ເດືອນ​ມີນາປີ 2019.

ກອງປະຊຸມສຸດຍອດ EU ຈະສົນທະນາຫາທາງ​ແກ້​ໄຂ​ເລື່ອງ​ການ​ຍົກຍ້າຍ​ຖິ່ນ​ຖານການ ລົງໂທດຣັດເຊຍຮອບ​ໃໝ່ ແລະຄວາມພະຍາຍາມ​ໃນ​ການ​ປາບ​ປາມພວກຫົວຮຸນແຮງ
ທາງອິນເຕີແນັດ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG