ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ບັນ​ດາ​ຜູ້​ນຳ ສະ​ຫະ​ພາບ ຢູ​ໂຣບ ເລີ່ມ​ເລືອກ ຜູ້​ນຳ​ລະ​ດັບ​ສູງ​ສຸດຂອງກຸ່ມ


ນາ​ຍົກ​ລັດ​ຖະ​ມົນ​ຕີ ອັງ​ກິດ ທ່ານ​ນາງ ເທີ​ຣີ​ຊາ ເມ, ຍ່າງ​ຜ່ານຫຼັງ​ຂອງ​ບັນ​ດາ​ຜູ້​ນຳ ສະ​ຫະ​ພາບ ຢູ​ໂຣບ ທີ່​ນັ່ງ​ໃນ​ກອງ​ປະ​ຊຸມ​ຮັບ​ປະ​ທານ​ອາ​ຫານ​ຄ​່ຳ ທີ່ກອງ​ປະ​ຊຸ​ມ​ສຸດຍອດ ສະ​ຫະ​ພາບ ຢູ​ໂຣບ, ນະ​ຄອນຫຼວງ ບ​ຣັ​ສ​ໂຊ​ລ​ສ໌. 28 ພຶດ​ສະ​ພາ, 2019.
ນາ​ຍົກ​ລັດ​ຖະ​ມົນ​ຕີ ອັງ​ກິດ ທ່ານ​ນາງ ເທີ​ຣີ​ຊາ ເມ, ຍ່າງ​ຜ່ານຫຼັງ​ຂອງ​ບັນ​ດາ​ຜູ້​ນຳ ສະ​ຫະ​ພາບ ຢູ​ໂຣບ ທີ່​ນັ່ງ​ໃນ​ກອງ​ປະ​ຊຸມ​ຮັບ​ປະ​ທານ​ອາ​ຫານ​ຄ​່ຳ ທີ່ກອງ​ປະ​ຊຸ​ມ​ສຸດຍອດ ສະ​ຫະ​ພາບ ຢູ​ໂຣບ, ນະ​ຄອນຫຼວງ ບ​ຣັ​ສ​ໂຊ​ລ​ສ໌. 28 ພຶດ​ສະ​ພາ, 2019.

ບັນ​ດາ​ຜູ້​ນຳ ຢູ​ໂຣບ ໄດ້​ເຕົ້າ​ໂຮມ​ກັນ ​ຢູ່​ໃນ​ນະ​ຄອນຫຼວງ ບ​ຣັ​ສ​ໂຊ​ລ​ສ໌ ເພື່ອ​ເລືອກ​ບັນ
ດາຜູ້ລົງແຂ່ງຂັນທີ່ເຂົາເຈົ້າຕ້ອງການ ສຳລັບຕຳແໜ່ງລະດັບສູງສຸດຂອງ ສະຫະພາບ
ຢູໂຣບ ຫລັງຈາກການເລືອກຕັ້ງສະພາ ໃນອາທິດແລ້ວນີ້, ແຕ່ວ່າພວກເພິ່ນແມ່ນບໍ່
ສາມາດເຫັນພ້ອມກັນ ກ່ຽວກັບວ່າ ຜູ້ໃດຄວນເປັນປະທານຄະນະກຳມາທິການ ຢູໂຣບ
ຄົນຕໍ່ໄປ, ເຊິ່ງແມ່ນຜູ້ບໍລິຫານຂອງກຸ່ມທີ່ມີ 28 ປະເທດນັ້ນ.

ສະ​ໄໝ​ການ​ດຳ​ລົງ​ຕຳ​ແໜ່ງ ​ເປັນ​ປະ​ທານ​ຄະ​ນະ​ກຳ​ມາ​ທິ​ການ​ດັ່ງ​ກ່າວ​ ຂອງ​ທ່ານ ຊັອງ
ຄລອດ ຈັງເກີ ຈາກປະເທດ ລຸກຊຳເບີກ ຈະສິ້ນສຸດລົງ ໃນເດືອນຕຸລານີ້. ແຕ່ ເຢຍຣະ
ມັນ ແລະ ຝຣັ່ງ, ເຊິ່ງແມ່ນສອງກຳລັງທາງເສດຖະກິດທີ່ໃຫຍ່ທີ່ສຸດຂອງທະວີບດັ່ງກ່າວ
ນັ້ນ, ແມ່ນບໍ່ເຫັນພ້ອມກັນ ກ່ຽວກັບ ຜູ້ທີ່ຈະມາແທນຕຳແໜ່ງຂອງທ່ານ, ເປັນຕົວເລືອກ
ທີ່ຈະໄດ້ຮັບການໃຫ້ສັດຕະຍາບັນໂດຍສະມາຊິກສະພາ 751 ທ່ານ ເມື່ອເຂົາເຈົ້າຈະ
ເຂົ້າມາຮັບຜິດຊອບໃນເດືອນກໍລະກົດນີ້.

ນາ​ຍົກ​ລັດ​ຖະ​ມົນ​ຕີ​ ເຢຍ​ຣະ​ມັນ ທ່ານ​ນາງ ແອນ​ເຈີ​ລາ ເມີ​ໂກ​ລ ໄດ້​ສະ​ໜັບ​ສະ​ໜູນ​
ເພື່ອນຮ່ວມຊາດ ທ່ານ ແມນເຟຣດ ເວເບີ, ຜູ້ທີ່ໄດ້ນຳໜ້າກຸ່ມຫົວອະນຸລັກນິຍົມ ພັກ
ການເມືອງຂອງປະຊາຊົນ ຢູໂຣບ ຫຼື EPP, ເຊິ່ງແມ່ນກຸ່ມທີ່ໃຫຍ່ທີ່ສຸດໃນສະພາ
ສະຫະພາບ ຢູໂຣບ, ນັບຕັ້ງແຕ່ປີ 2014 ເປັນຕົ້ນມາ. ພັກ EPP, ເຖິງແມ່ນເຂົາເຈົ້າ
ຈະສູນເສຍບ່ອນນັ່ງ ໃນການເລືອກຕັ້ງສະພານັ້ນກໍຕາມ, ເຂົາເຈົ້າກໍຍັງເປັນກຸ່ມ ຂອງ
ບັນດາສະມາຊິກສະພາທີ່ໃຫຍ່ທີ່ສຸດ ແລະ ການສະໜັບສະໜູນຂອງທ່ານນາງສຳລັບ
ທ່ານ ເວເບີ ແມ່ນສອດຄ່ອງກັບການປະຕິບັດໃນອະດີດ ໃນການເລືອກຕັ້ງປະທານ
ຄະນະກຳມາທິການ ຈາກພັກທີ່ນຳໜ້າໃນສະພາ.

ແຕ່​ກຸ່ມ​ການ​ເມືອງ​ເປັນ​ກາງ​ຂະ​ໜາດ​ໃຫຍ່​ໃນ​ສະ​ພາ ຈະ​ສູນ​ເສຍ​ສຽງ​ສ່ວນຫຼາຍ​ຂອງ​
ເຂົາເຈົ້າໃນສະພານິຕິບັນຍັດໃໝ່, ດ້ວຍກຸ່ມຊາດນິຍົມ ແລະ ສີຂຽວ ໄດ້ມີຄວາມກ້າວ
ໜ້າ, ເຊິ່ງຈະນຳໄປສູ່ສະພາທີ່ມີການແຕກແຍກກັນຫຼາຍຂຶ້ນ ແລະ ມີຄວາມເປັນໄປ
ໄດ້ທີ່ຈະເລືອກເອົາຜູ້ຖືກສະເໜີຊື່ ສຳລັບປະທານຂອງຄະນະກຳມາທິການໄດ້ຍາກ
ຂຶ້ນກວ່າເກົ່າ, ເຊິ່ງຈະສະເໜີກົດໝາຍ ສະຫະພາບຢູໂຣບ ແລະ ບັງຄັບໃຊ້ມັນ.

ປະ​ທາ​ນາ​ທິ​ບໍ​ດີ ຝ​ຣັ່ງ ທ່ານ ເອັມ​ມາ​ນູ​ແອ​ລ ມາ​ຄ​ຣົງ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ວ່າ
ທ່ານສະໜັບສະໜູນຜູ້ຖືກສະເໜີຊື່ທີ່ມີ “ປະສົບການຢູ່ໃນປະເທດຂອງເຂົາເຈົ້າ ຫຼື ບໍ່
ກໍໃນ ຢູໂຣບ ທີ່ຈະເຮັດໃຫ້ເຂົາເຈົ້າມີຄວາມເຊື່ອຖື ແລະ ມີຄວາມສາມາດທີ່ຈະດຳ
ເນີນການດ້ວຍຄວາມເໝາະສົມ,” ເປັນອັນທີ່ປາກົດວ່າແມ່ນໂຈມຕີຕໍ່ທ່ານ ເວເບີ ອາຍຸ
46 ປີ, ຜູ້ທີ່ບໍ່ເຄີຍຮັບໃຊ້ໃນລັດຖະບານ ຫຼື ສະຖາບັນທີ່ສຳຄັນຄືຄະນະກຳມາທິການ
ດັ່ງກ່າວ.

ທ່ານ ມາ​ຄ​ຣົງ ໄດ້​ແນະ​ນຳ ​ຜູ້​ຖືກ​ສະ​ເໜີ​ຊື່​ຕ່າງ​ຫາກ​ສອງ​ຄົນຄື, ທ່ານ​ນາງ ມາ​-ເກ​ຣັ​ດ
ເວັສຕາເກີ ຈາກປະເທດ ເດັນມາກ, ເຊິ່ງແມ່ນຄະນະກຳມາທິການ ເພື່ອການແຂ່ງຂັນ
ຢູໂຣບ ນັບຕັ້ງແຕ່ປີ 2014, ແລະ ທ່ານ ໄມເກິລ ບາກນີເອ ສັນຊາດ ຝຣັ່ງ, ຜູ້ທີ່ໄດ້ນຳ
ພາການເຈລະຈາກັບ ອັງກິດ ທີ່ປັດຈຸບັນນີ້ ບໍ່ໄດ້ປະສົບຄວາມສຳເລັດ, ກ່ຽວກັບ ຂະ
ບວນການ ເບຣັກຊິດ ຂອງລັດຖະບານ ລອນດອນ ເພື່ອແຍກຕົນເອງອອກຈາກສະ
ຫະພາບ ຢູໂຣບ.

ນາ​ຍົກ​ລັດ​ຖະ​ມົນ​ຕີ ສ​ເປນ ທ່ານ ເປ​ໂດ​ຣ ແຊນ​ເຈ​ສ ໄດ້​ສະ​ເໜີ​ເພື່ອນ​ຮ່ວມ​ພັກ​ສັງ​ຄົມ
ນິຍົມຂອງທ່ານຈາກ ໂຮນລັງ, ທ່ານ ຟຣານສ໌ ທິມເມີແມນສ໌, ທ່ານເວົ້າວ່າ ລາວມີ
“ຄຸນນະພາບ ແລະ ປະສົບການ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG