ຣັດເຊຍໄດ້ທຳການເປີດສາກໂຈມຕີທາງອາກາດ ໃສ່ເຂດບ້ານພັກຂອງປະຊາຊົນ ໃນເມືອງກຣາມາຕອສທາງພາກຕາເວັນອອກຂອງຢູເຄຣນ ໃນຂະນະທີ່ເຈົ້າໜ້າທີ່ຂັ້ນສູງຂອງສະຫະພາບຢູໂຣບ ເຕົ້າໂຮມກັນທີ່ນະຄອນຫຼວງກີຢິບ ໃນການສະແດງຄວາມສະໜັບສະໜັບຄັ້ງໃໝ່ ໃນການຕໍ່ສູ້ຂອງຢູເຄຣນ ຕ້ານການຮຸກຮານຣັດເຊຍ ທີ່ດຳເນີນມາໄດ້ເກືອບນຶ່ງປີແລ້ວນັ້ນ.
ການໂຈມຕີເມືອງກຣາມາຕອສ ທີ່ເລີ້ມຂຶ້ນໃນຕອນແລງຂອງມື້ວັນພຸດ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 3 ຄົນ ແລະໄດ້ຮັບບາດເຈັບ 21 ຄົນ ອີງຕາມຄຳເວົ້າຂອງເຈົ້າໜ້າທີ່ ໃນຂະນະທີ່ການຊອກຄົ້ນຫາ ຜູ້ເຄາະຮ້າຍຕື່ມອີກນຶ່ງຄົນ ທີ່ເຊື່ອກັນວ່າທັບຖົມຢູ່ໄຕ້ຊາກຫັກພັງ ທີ່ໄດ້ຮັບຄວາມເສຍຫາຍຈາກການໂຈມກຕີຂອງລູກສອນໄຟ.
ທ່ານປາວະໂລ ຄີຣີເລັນໂກ ເຈົ້າແຂວງຂອງເຂດດັ່ງກ່າວຂຽນລົງໃນເທເລກຣາມ
ວ່າ “ເມືອງກຣາມາຕອສ ອີກຄັ້ງນຶ່ງ ໄດ້ຖືກທຳລາຍດ້ວຍລະເບີດ - ຣັດເຊຍໄດ້ທຳການໂຈມຕີດ້ວຍລູກສອນໄຟຕື່ມອີກ 2 ລູກ.”
ທ່ານກ່າວວ່າ ມີພົນລະເຮືອນ 5 ຄົນ ໄດ້ຮັບບາດເຈັບ ໃນການໂຈມຕີຮອບຫຼ້າສຸດໃສ່ຕຶກອາຄານບ້ານພັກຂອງປະຊາຊົນຕະຫຼອດທັງຄລີນິກແລະໂຮງຮຽນຂອງພວກເດັກນ້ອຍ ຢູ່ໃນເມືອງດັ່ງກ່າວ ຊຶ່ງເປັນຄ້າຍທະຫານໃຫຍ່ທີ່ສຳຄັນໃນພາກຕາເວັນອອກຂອງຢູເຄຣນ. ຣັດເຊຍມັກຍິງໂຈມຕີ ໃສ່ຕຶກອາພາດເມັນ ໃນການເຮັດສົງຄາມ ທີ່ເລີ້ມຂຶ້ນເມື່ອວັນທີ 24 ກຸມພາປີກາຍ ໃນຂະນະທີ່ປະຕິເສດວ່າຕົນບໍ່ໄດ້ແນເປົ້າໝາຍໃສ່ພື້ນຖານໂຄງລ່າງທາງງພົນລະເຮືອນ.
ຫ້ອງການຂອງທຳນຽບປະທນາທິບໍດີຢູເຄຣນກ່າວວ່າ ການໂຈມຕີທັງໝົດໃນມື້ວານນີ້ ໄດ້ສັງຫານພົນລະເຮືອນຢ່າງໜ້ອຍ 8 ຄົນ ແລະບາດເຈັບ 29 ຄົນ.
ໃນຂະນະດຽວກັນ ປະທານາທິບໍດີຢູເຄຣນ ທ່ານໂວລດີເມຍ ເຊເລນສກີ ໄດ້ພົບປະ ທີ່ນະຄອນຫຼວງກີຢິບ ກັບປະທານກຳມາທິການຢູໂຣບ ທ່ານນາງເອີຊູລາ ວອນ ເດິ ເລເຢັນ ກ່ອນໜ້າໃນອັນທີ່ເຈົ້າໜ້າທີ່ກ່າວວ່າ ກອງປະຊຸມສຸດຍອດ ໃນວັນສຸກມື້ນີ້.
ຜູ້ນຳຂອງສະຫະພາບຢູໂຣບ ຂຽນລົງໃນທວີດເຕີ້ວ່າ “ພວກເຮົາມາທີ່ນີ້ພ້ອມພຽງກັນ ເພື່ອສະແດງໃຫ້ເຫັນວ່າ ສະຫະພາບຢູໂຣບ ໃຫ້ການສະໜັບສະໜຸນຢ່າງໜັກແໜ້ນຕໍ່ຢູເຄຣນ ແບບທີ່ເຄີຍມີມາ ແລະກໍລົງເລິກຕື່ມອີກ ໃນການສະໜັບສະໜຸນ ແລະການຮ່ວມມືຂອງພວກເຮົາ.”
ຫົວໜ້ານະໂຍບາຍການຕ່າງປະເທດ ຂອງສະຫະພາບຢູໂຣບ ທານໂຈເຊັບ ບໍແຣລ ກ່າວວ່າ ຄະນະຜູ້ແທນໄດ້ໄປເຖິງກີຢິບ ເພື່ອສົ່ງສານຂອງສະຫະພາບຢູໂຣບ “ທີ່ແຂງຂັນທີ່ສຸດໃນການໃຫ້ຄວາມສະໜັບສະໜຸນຕໍ່ຊາວຢູເຄຣນທີ່ພວມປົກປ້ອງປະເທດຊາດຂອງເຂົາເຈົ້າ. ທ່ານກ່າວຕື່ມວ່າ ສະຫະພາບຢູໂຣບໄດ້ຢືນຄຽງບ່າຄຽງໄຫລ່ກັບຢູເຄຣນ ນັບແຕ່ການເລີ້ມຕົ້ນຂອງສົງຄາມຣັດເຊຍ ແລະ “ກໍຈະຢືນຢູ່ກັບພວກທ່ານເພື່ອໃຫ້ໄດ້ຮັບໄຊຊະນະແລະບູລະນະສ້າງສາຄືນໃໝ່.”