ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ນຳ ສະຫະພາບ ຢູໂຣບ ພົບປະກັນ ເພື່ອ ປຶກສາຫາລືເລື່ອງ ອະນາຄົດຂອງກຸ່ມປະເທດ


ພາບຂອງສະພາ ຢູໂຣບໃນລະຫວ່າງກອງປະຊຸມໃຫຍ່
ໃນນະຄອນຫຼວງ ບຣັສໂຊສ, ປະເທດ ແບລຈຽມ
ພາບຂອງສະພາ ຢູໂຣບໃນລະຫວ່າງກອງປະຊຸມໃຫຍ່ ໃນນະຄອນຫຼວງ ບຣັສໂຊສ, ປະເທດ ແບລຈຽມ

ບັນດາຜູ້ນຳລະດັບສູງຂອງ ຢູໂຣບ 4 ທ່ານໄດ້ຈັດການເຈລະຈາ ກ່ຽວກັບ ອະນາຄົດຂອງ
ສະຫະພາບ ຢູໂຣບ ໃນວັນຈັນມື້ນີ້, ໃນເວລາທີ່ພວກເພິ່ນໄດ້ປະເຊີນໜ້າກັບວິກິດການ
ຫຼາຍຢ່າງທີ່ໄດ້ກໍ່ໃຫ້ມີຄວາມສົງໄສ ເລື່ອງ ການຢູ່ລອດຂອງພວກເພິ່ນ.

ກອງປະຊຸມອາຫານຄໍ່າ ຈັດໂດຍປະທານາທິບໍດີ ຝຣັ່ງ ທ່ານ Francois Hollande ຢູ່ພະ ລາຊະວັງ Versailles ຕັ້ງຢູ່ນອກນະຄອນຫຼວງ ປາຣີ, ໄດ້ເຊື້ອເຊີນບັນດາຜູ້ນຳຈາກປະ
ເທດ ເຢຍຣະມັນ, ອິຕາລີ ແລະ ສເປນ ເຂົ້າຮ່ວມຖ່າມກາງການປຶກສາຫາລືທີ່ເຮັ່ງຮ້ອນ
ກ່ຽວກັບ ວິທີທີ່ຈະເຄື່ອນສະຫະພາບ ຢູໂຣບ ທີ່ມີບັນຫາໄປຂ້າງໜ້າເຖິງແມ່ນຈະປະສົບ ກັບບັນຫາ Brexit, ລັດທິຊາດນິຍົມທີ່ເພີ່ມຂຶ້ນ ແລະ ຄວາມສົງໄສຂອງ EU ຕໍ່ລັດຖະ
ບານທ່ານ ທຣຳ ໃນນະຄອນຫຼວງ ວໍຊິງຕັນກໍຕາມ.

ບັນຫາດັ່ງກ່າວນັ້ນຈະຖືກປຶກສາຫາລືກັນໃນລະຫວ່າງ ກອງປະຊຸມສຸດຍອດ EU ທີ່ກວ້າງ ຂວາງກວ່າ ເຊິ່ງຈະຈັດຂຶ້ນໃນວັນທີ 25 ມີນາ ເດືອນນີ້, ກົງກັບວັນຄົບຮອບ 60 ປີຂອງສົນ
ທິສັນຍາ ໂຣມ ທີ່ໄດ້ວາງພື້ນຖານ ທີ່ກຳລັງພັງທະລາຍລົງສຳລັບອະນາຄົດຂອງກຸ່ມປະ
ເທດເຫຼົ່ານີ້.

ນັກວິເຄາະ ທ່ານ Philippe Moreau Defarges ຈາກສະຖາບັນ ຝຣັ່ງ ເພື່ອການພົວ
ພັນສາກົນໃນນະຄອນຫຼວງ ປາຣີ ທີ່ກຳລັງກ່າວຢໍ້າ ຄວາມເປັນຫ່ວງຂອງບັນດາຜູ້ຊ່ຽວ
ຊານ ແລະ ນັກການເມືອງຫຼາຍທ່ານໄດ້ເວົ້າວ່າ “ສະຫະພາບ ຢູໂຣບ ແມ່ນຢູ່ໃນສະຖາ ນະພາບທີ່ອັນຕະລາຍຫຼາຍ. ມັນອາດລົ້ມລະລາຍກໍເປັນໄດ້.”

ໃນສັບປະດາແລ້ວນີ້, ປະທານຄະນະກຳມະທິການ ຢູໂຣບ ທ່ານ Jean Claude
Juncker ໄດ້ສະເໜີໂຄງຮ່າງສຳລັບການປຶກສາຫາລື ຢູໂຣບ ທີ່ກວ້າງອອກ, ວາງທິດ
ທາງ 5 ຢ່າງທີ່ມີຄວາມເປັນໄປໄດ້ ສຳລັບກຸ່ມສະມາຊິກ 28 ປະເທດ, ເຊິ່ງໃນໄວໆນີ້ ກໍ
ຈະເປັນ 27, ດ້ວຍການອອກໄປຂອງ ອັງກິດ. ມັນນັບຈາກການລວມຕົວກັນຢ່າງ

ແໜ້ນໜາກວ່າເກົ່າ ແລະ ດ້ວຍລະດັບທີ່ໄວ, ກັບກຸ່ມຂອງບັນດາປະເທດທີ່ມີ “ຄວາມ
ເຕັມໃຈ”
ເຄື່ອນໄປຂ້າງໜ້າໃນດ້ານສະເພາະເຈາະຈົງເຊັ່ນເລື່ອງການປ້ອງກັນປະເທດ
ເປັນຕົ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG