ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາຜູ້ນຳຂອງ EU ເລື່ອນການເຈລະຈາ ອອກໄປຕື່ມ ເພື່ອຫາຂໍ້ຕົກລົງ ໃນດ້ານງົບປະມານການຊ່ອຍເຫຼືອ


ນາຍົກລັດຖະມົນຕີຂອງລຸກຊຳເບີກ ຮາວີແອຣ ເບດແທລ ລໍຖ້າລົດຂອງເພິ່ນໃນຂະນະອອກມາຈາກ ຕຶກສະພາຂອງຢູໂຣບ ໃນຕອນເຊົ້າາລະຫວ່າງ ກອງປະຊຸມສຸດຍອດ ສະຫະພາບຢູໂຣບ ໃນນະຄອນບຣັສໂຊລ, ວັນຈັນ ທີ 20 ກໍລະກົດ 2020.
ນາຍົກລັດຖະມົນຕີຂອງລຸກຊຳເບີກ ຮາວີແອຣ ເບດແທລ ລໍຖ້າລົດຂອງເພິ່ນໃນຂະນະອອກມາຈາກ ຕຶກສະພາຂອງຢູໂຣບ ໃນຕອນເຊົ້າາລະຫວ່າງ ກອງປະຊຸມສຸດຍອດ ສະຫະພາບຢູໂຣບ ໃນນະຄອນບຣັສໂຊລ, ວັນຈັນ ທີ 20 ກໍລະກົດ 2020.

ບັນດາຜູ້ນຳສະຫະພາບຢູໂຣບ ໄດ້ຢຸດພັກຜ່ອນໃນຕອນເຊົ້າວັນຈັນມື້ນີ້ ໃນການເຈລະຈາມື້ທີສີ່ ຂອງພວກເພິ່ນ ຊຶ່ງແນເປົ້າໝາຍການຕົກລົງຕໍ່ງົບປະມານມູນຄ່າ 2 ພັນຕື້ໂດລາ ແລະການໃຫ້ທຶນຊ່ອຍເຫຼືອບັນດາປະເທດສະມາຊິກ ເພື່ອຮັບມືກັບຜົນກະທົບຈາກໂຣກລະບາດໄວຣັສໂຄໂຣນາໃນທົ່ວໂລກ.

ການເຈລະຈາ ຊຶ່ງໃນເບື້ອງຕົ້ນ ຈະດຳເນີນໄປເຖິງວັນເສົາເທົ່ານັ້ນ ແຕ່ມີກຳນົດຈະເລີ້ມຕົ້ນຄືນໃໝ່ ໃນຕອນບ່າຍວັນຈັນມື້ນີ້.

ນາຍົກລັດຖະມົນຕີຂອງເນເທີແລນ ທ່ານມາກຄ໌ ຣຸດຕ໌ ໄດ້ກ່າວວ່າ ບັນດາຜູ້ນຳໄດ້ທຳຄວາມກ້າວໜ້າ ແລະນາຍົກລັດຖະມົນຕີຂອງອອສເຕຣຍ ທ່ານເຊີແບສຕຽນ ຄຸຣສ໌ ໄດ້ກ່າວວ່າ ໃນຂະນະທີ່ການເຈລະຈາແມ່ນຍາກລຳບາກ “ພວກເຮົາສາມາດພໍໃຈ ກັບຜົນທີ່ໄດ້ຮັບໃນມື້ນີ້.”

ໃນບໍ່ເທົ່າໃດມື້ຜ່ານມານັ້ນ ໄດ້ກຳນົດໂດຍ ການແຕກແຍກທີ່ເຮັດໃຫ້ບໍ່ລົງລອຍ ກັນໃນກຸ່ມ 5 ປະເທດ ທາງພາກເໜືອທີ່ຮັ່ງມີຂອງຢູໂຣບ ເຊັ່ນ ອອສເຕຣຍ ເດັນມາກ ຟິນແລນ ເນເທີແລນ ແລະສະວີເດັນ ກັບ ພວກປະເທດຢູ່ທາງພາກໃຕ້ ທີ່ໄດ້ຖືກກະທົບໜັກທີ່ສຸດໂດຍໄວຣັສໂຄໂຣນາ ແລະທີ່ໄດ້ຮັບການສະໜັບສະໜຸນຂອງ ເຢຍຣະມັນ ແລະຝຣັ່ງ.

ພວກປະເທດຢູ່ທາງພາກເໜືອ ໄດ້ສະໜັບສະໜູນໃຫ້ອອກມາດຕະການຄວບຄຸມການໃຊ້ຈ່າຍຢ່າງເຂັ້ມງວດ ທີ່ເປັນພາກສ່ວນນຶ່ງຂອງຂໍ້ຕົກລົງໃດໆ ໃນຂະນະທີ່ປະເທດອື່ນໆ ເຊັ່ນວ່າ ອີຕາລີ ແລະສະເປນ ໄດ້ຫາທາງທີ່ຈະເຮັດໃຫ້ເງື່ອນໄຂດັ່ງກ່າວນັ້ນ ໜ້ອຍທີ່ສຸດເທົ່າທີ່ເປັນໄປໄດ້.

ບັນດາປະເທດໃນສະຫະພາບຢູໂຣບ ໄດ້ປະສົບກັບ ການເສຍຊີວິດຍ້ອນ COVID-19 135,000 ຄົນ ໂດຍມີອີຕາລີ ຝຣັ່ງ ແລະສະເປນ ມີຈໍານວນການເສຍຊີວິດ ທີ່ສູງທີ່ສຸດໃນໂລກ.

ມາດຕະການປິດເມືອງທັງຫຼາບໄດ້ຖືກວາງອອກໂດຍຫຼາຍໆລັດຖະບານ ເພື່ອຢຸດຢັ້ງການແຜ່ລະບາດຂອງເຊື້ອໄວຣັສ ທີ່ໄດ້ສົ່ງຜົນເສຍຫາຍແກ່ເສດຖະກິດຂອງສະຫະພາບຢູໂຣບ ໂດຍທີ່ບັນດານັກເສດຖະສາດ ໄດ້ຄາດຄະເນ ການຫົດຕົວຂອງເສດຖະກິດ ໃນປີນີ້ ຢູ່ທີ່ອັດຕາສະເລຍ 8.3 ເປີເຊັນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG