ປະທານາທິບໍດີຢູເຄຣນ ທ່ານໂວໂລດີເມຍ ເຊເລນສກີ ກ່າວວ່າ ກອງທັບມີກຳນົດທີ່ຈະເປີດສາກບຸກໂຈມຕີຕອບໂຕ້ຄືນຕໍ່ກຳລັງຣັດເຊຍ ແຕ່ຕ້ອງການຄວາມຊ່ວຍເຫຼືອຈາກບັນດາປະເທດເພື່ອນບ້ານໃນຢູໂຣບ.
ທ່ານເຊເລນສກີເຕືອນບັນດາຜູ້ນຳຂອງຢູໂຣບໃນວັນພະຫັດວານນີ້ວ່າ “ພວກຊົ່ວຮ້າຍອາດມີເວລາເຕົ້າໂຮມກຳລັງຄືນ ແລະກະກຽມເຮັດສົງຄາມເປັນເວລາຫຼາຍປີ.”
ໃນການກ່າວຄຳປາໄສທາງວີດີໂອຈາກລົດໄຟນັ້ນ ທ່ານເຊເລນສກີໄດ້ຮຽກຮ້ອງໃຫ້ບັນດາຜູ້ນຳ ເພີ້ມແລະເລັ່ງລັດການຈັດສົ່ງອາວຸດ ແລະລູກກະສຸນ ໄປໃຫ້ຢູເຄຣນ ນຳໃຊ້ໃນການບຸກໂຈມຕີຕ້ານຄືນການຮຸກຮານຂອງຣັດເຊຍ.
ພວກຜູ້ນຳຢູໂຣບ ໄດ້ລົງນາມໃນຂໍ້ຕົກລົງມູນຄ່າ 2 ຕື້ໂດລາໃນວັນພະຫັດານນີ້ ເພື່ອໃຫ້ການສະໜັບສະໜຸນຕໍ່ບັນດາລັດຖະມົນຕີການຕ່າງປະເທດແລະກະຊວງ ປ້ອງກັນປະເທດ ທີ່ຮຽກຮ້ອງໃຫ້ຈັດສົ່ງອາວຸດທີ່ມີຢູ່ແລ້ວໃນສາງແລະບັນດາປະເທດສະຫະພາບຢູໂຣບເຮັດວຽກຮ່ວມກັນ ເພື່ອຊັ່ງຊື້ລູກກະສຸນເພີ້ມຕື່ມ.
ໃນຂະນະທີ່ຄວາມພະຍາຍາມຂອງຣັດເຊຍຈະເຂົ້າຢຶດເອົາເມືອງບາກມຸດໄດ້ຖືກສະກັດກັ້ນ ແລະການເປີດສາກບຸກໂຈມຕີຕອບໂຕ້ຄືນທີ່ມີການຄອງຄອຍຖ້າມາເປັນເວລາດົນນານແລ້ວນັ້ນ ຈະເລີ້ມຂຶ້ນ “ໃນໄວໆນີ້” ອີງຕາມຄຳເວົ້າຂອງຫົວໜ້າຜູ້ບັນຊາການ ກຳລັງພາກພື້ນດິນຂອງຢູເຄຣນ ໃນວັນພະຫັດວານນີ້.
ນາຍພົນໂອເລັກຊານເດີ ຊີຣິສກີ ຂອງຢູເຄຣນ ກ່າວຜ່ານສື່ສັງຄົມເຕເລກຣາມວ່າ ພວກທະຫານຮັບຈ້າງແວັກເນີຂອງຣັດເຊຍ ຊຶ່ງຈຳນວນນຶ່ງແມ່ນນັກໂທດທີ່ຖືກເກນມາຈາກຄຸກຕ່າງໆນັ້ນ “ພວມສູນເສຍກຳລັງຈຳນວນແລະເລີ້ມໝົດແຮງແລ້ວ” ໃນຄວາມພະຍາຍາມທີ່ຈະບຸກເຂົ້າຢຶດເອົາເມືອງບາກມຸດ. ຫຼັງຈາກໄດ້ພິຈາລະນາທີ່ຈະຖອນກຳລັງຂອງຕົນ ອອກຈາກເມືອງທີ່ຕັ້ງຢູ່ໃນພາກຕາເວັນອອກຂອງປະເທດດັ່ງກ່າວ ແຕ່ຢູເຄຣນໄດ້ຮັກສາກຳລັງຂອງຕົນໄວ້ກັບທີ່ ໃນຂະນະທີ່ມີການສົ່ງກຳລັງໄປເພີ້ມ.
“ໃນອີກບໍ່ດົນ ພວກເຮົາກໍຈະສວຍເອົາໂອກາດອັນນີ້ ດັ່ງທີ່ພວກເຮົາເຄີຍໄດ້ເຮັດຜ່ານມາ ໃກ້ໆນະຄອນຫຼວງກີຢິບ ຄາກິບ ບາລັກລີຢາ ແລະກູປຽນ” ທ່ານກ່າວໂດຍໄດ້ອ້າງຊື່ເມືອງຕ່າງໆຂອງຢູເຄຣນ ທີ່ສາມາດປ້ອງກັນໂຕຫຼືຢຶດຄືນມາຈາກ ການຄວບຄຸມຂອງຣັດເຊຍ.
ນາຍພົນຊີຣິສກີແມ່ນນຶ່ງໃນບັນດາຜູ້ບັນຊາການອະວຸໂສທີ່ຢູ່ເບື້ອງຫຼັງຍຸດທະສາດຂອງຢູເຄຣນໃນປີກາຍ ໃນຊຸມອາທິດທຳອິດຂອງສົງຄາມທີ່ໄດ້ຕ້ານຢັນການບຸກໂຈມຕີຂອງຣັດເຊຍຕໍ່ນະຄອນຫຼວງກີຢິບຂອງຢູເຄຣນແລະຂັບໄລ່ກຳລັງຂອງມົສກູໃຫ້ແຕກຖອຍໄປ ໃນໄລຍະເຄິ່ງທີສອງຂອງປີ 2022.
ໃນມື້ວັນພຸດຜ່ານມານີ້ ກະຊວງປ້ອງກັນປະເທດກ່າວວ່າ ຍັງມີການຂົ່ມຂູ່ຢູ່ ຕໍ່ກຳລັງທະຫານຢູເຄຣນໃນເມືອງບາກມຸດ ໂດຍອາດຈະຖືກປິດລ້ອມ ແຕ່ກໍມີ “ຄວາມເປັນໄປໄດ້ຢ່າງແທ້ຈິງ ທີ່ການບຸກໂຈມຕີຂອງທະຫານຣັດເຊຍ ຕໍ່ເມືອງດັ່ງກ່າວ ສູນເສຍແຮງກະຕຸ້ນຢ່າງຈຳກັດທີ່ຣັດເຊຍໄດ້ຮັບ.”
ເຂດແນວໜ້າຂອງສະໜາມລົບໃນພາກຕາເວັນອອກຢູເຄຣນ ສ່ວນໃຫຍ່ແລ້ວໄດ້ຕົກຢູ່ໃນສະພາບບໍ່ໄປບໍ່ມາ ໃນໄລຍະສອງສາມເດືອນຜ່ານມານີ້ ຊຶ່ງບໍ່ມີຝ່າຍໃດສາມາດບຸກຢຶດດິນແດນໃໝ່ທີ່ສຳຄັນໃນຂະນະທີ່ທັງສອງຝ່າຍໄດ້ປະສົບກັບການບາດເຈັບລົ້ມຕາຍເປັນຈຳນວນຫຼວງຫຼາຍ.
ມົສກູຍັງບໍ່ທັນໃຫ້ຄວາມເຫັນໃດໆຕໍ່ການກ່າວອ້າງຂອງຝ່າຍຢູເຄຣນທີ່ວ່າ ພວກເຂົາໄດ້ສູນເສຍແຮງກະຕຸ້ນທີ່ເມືອງບາກມຸດ ແຕ່ເຢັບເກນີ ພຣີໂກຊິນ ຫົວໜ້າກຸ່ມແວກເນີ ໃນໄລຍະສອງສາມມື້ທີ່ຜ່ານມານີ້ ໄດ້ເຕືອນໃນແງ່ລົບກ່ຽວກັບການບຸກໂຈມຕີຕອບໂຕ້ຄືນຂອງຝ່າຍຢູເຄຣນ.