ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ກຳ​ປັ່ນບັນ​ທຸກ​​ເຮືອ​ບິນ ແລະ​ເຮືອ​ບິນ​ຖິ້ມ​ລະ​ເບີດ B-52 ຂອງ ສ​ຫລ ໄປ​ເຖິງ​ພາກ​ຕາ​ເວັນ​ອອກກາງ​ແລ້ວ ເພື່ອ​ຮັບ​ມື​ກັບ​ອີ​ຣ່ານ


ກຳ​ປັ່ນບັນ​ທຸກ​​ເຮືອ​ບິນ USS Abraham Lincoln ແລ່ນ​ຜ່ານ​ມະ​ຫາ​ສະ​ໝຸດ ແອັດ​ລັງ​ຕິກ ໃນ​ວັນ​ທີ 30 ມັງ​ກອນ, 2019
ກຳ​ປັ່ນບັນ​ທຸກ​​ເຮືອ​ບິນ USS Abraham Lincoln ແລ່ນ​ຜ່ານ​ມະ​ຫາ​ສະ​ໝຸດ ແອັດ​ລັງ​ຕິກ ໃນ​ວັນ​ທີ 30 ມັງ​ກອນ, 2019

ກຸ່ມກຳ​ປັ່ນ​ບຸກ​ໂຈມ​ຕີ ທີ່​ນຳ​ພາ​ໂດຍ​ກຳ​ປັ່ນບັນ​ທຸກເຮືອ​ບິນ USS Abraham Lincoln ແລະ​ເຮືອ​ບິນ​ຖິ້ມ​ລະ​ເບີດ B-52 ສີ່​ລຳ ໄດ້​ໄປ​ເຖິງ​ເຂດ​ພາກ​ຕາ​ເວັນ​ອອ​ກາງແລ້ວ ພາຍ​ຫລັງ​ທີ່ມີ​ຄວາມ​ເປັນ​ຫ່ວງ​ກັນ​ວ່າ ອີ​ຣ່ານ​ອາດ​ພວມ​ວາງ​ແຜນ​ທຳ​ການ​ໂຈມ​ຕີ​ຕໍ່ເປົ້າ​ໝາຍຂອງ​ອາ​ເມ​ຣິ​ກັນ​.

ກຸ່ມກຳ​ປັ່ນ​ບຸກ​ໂຈມ​ຕີທີ່​ນຳ​ພາ​ໂດຍ​ກຳ​ປັ່ນ​ບັນ​ທຸກ​ເຮືອ​ບິ​ນ​ດັ່ງ​ກ່າວ ​ໄດ້ແລ່ນ​ຜ່ານ​ຄອງ​ຊູ​ເອດແລ້ວ ໃນ​ວັນ​ພະ​ຫັດ​ວານນີ້, ອີງ​ຕາມຄຳ​ເວົ້າ​ຂອງໂຄ​ສົກ​ປະ​ຈຳ​ກອງ​ບັນ​ຊາ​ການ​ສະ​ຫະ​ລັດໃນ​ພາກ​ຕາ​ເວັນ​ອອ​ກາງ, ພັນ​ເອກ​ນາ​ວີ​ກະ​ໂຍ​ທິນວິ​ລ​ລຽມ ເອີ​ເບິນ (William Urban) ທີ່ກ່າວ​ຕໍ່​ວີ​ໂອ​ເອ. ທ່ານ​ຍັງ​ໄດ້​ເວົ້າ​ອີກວ່າ ເຮືອ​ບິນ​ຖິ້ມ​ລະ​ເບີດ B-52 ສອງ​ລຳ ກໍ​ໄດ້​ໄປ​ເຖິງ​ຂົງ​ເຂດ​ດັ່ງ​ກ່າວ​ເຊັ່ນ​ກັນ ​ໃນ​ວັນ​ພະ​ຫັດ​ວານນີ້ ໃນ​ຂະ​ນະ​ທີ່ອີກສອງ​ລຳ ໄດ້​ໄປ​ເຖິງ​ທີ່ນັ້ນ​ ແຕ່​ວັນ​ພຸດ​ຜ່ານ​ມາ.

ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ປະ​ເທດທ່ານ​ນຶ່ງກ່າວ​ຢືນ​ຢັນໂດຍບໍ່ປະ​ສົງ​ອອກ​ນາມ​ວ່າ ເຮືອ​ບິນ​ຖິ້ມ​ລະ​ເບີດດັ່ງ​ກ່າວ ດຽວນີ້ ແມ່ນ​ຢູ່​ທີ່​ຖານ​ທັບອາ​ກາດ ອາ​ລ ຢູ​ດາຍ​ດ໌ (Al Udeid) ໃນ​ປະ​ເທດ​ກາ​ຕາ.

ຄຳ​ຮ້ອງ​ຂໍ​ໃຫ້​ສົ່ງ​ອຸ​ປະ​ກອນ​ທາງ​ທະ​ຫານ​ເພີ້ມ​ອີກ ​ໄປ​ຍັງ​ພາກ​ຕາ​ເວັນ​ອອກ​ກາງ ກໍ​ແມ່ນ​ເປັ​ນ ການ "ຕອບ​ໂຕ້​ໂດຍ​ກົງ ​ຕໍ່ສິ່ງ​ບົ່ງ​ຊີ້​ໃຫ້​ເຫັນ​ເຖິງບັນຫາ ແລະ​ການ​ເພີ້ມ​ທະ​ວີ​ຂຶ້ນ ແລະ​ຄຳ​ເຕືອນ​ຈຳ​ນວນ​ນຶ່ງ" ຈາກ​ອີ​ຣ່ານ, ອີງ​ຕາມ​ຜູ້​ບັນ​ຊາ​ການ ກຳ​ລັງ​ສະ​ຫະ​ລັດ​ໃນ​ພາກ​ຕາ​ເວັນ​ອອກ​ກາງ ຫຼື CENTCOM, ນາຍ​ພົນ​ນາ​ວີ​ກະ​ໂຍ​ທິນ ເຄນ​ເນດ “ແຟ​ຣັງ” ແມັກ​ແຄນ​ຊີ (Kenneth "Frank" McKenzie) ທີ່​ກ່າວ​ໃນ​ວັນ​ພຸດ​ຜ່ານ​ມາ ຢູ່ນະ​ຄອນ​ຫລວງ​ວໍ​ຊິງ​ຕັນ.

ປະ​ທາ​ນາ​ທິ​ບໍ​ດີຮາສ​ຊານ ຣູ​ຮາ​ນີ (Hassan Rouhani) ຂອງ​ອີ​ຣ່ານ​ກ່າວ​ຄຳ​ປາ​ໄສ ໃນ​ພິ​ທີເປີດ​ງານ "ວັນ​ເທັກ​ໂນ​ໂລ​ຈີ​ດ້ານ​ນີວ​ເຄ​ລຍ​ແຫ່ງ​ຊາດ" ທີ່ນະ​ຄອນ​ເຕ​ຫະ​ຣ່ານ, ວັນ​ທີ 9 ເມ​ສາ, 2019
ປະ​ທາ​ນາ​ທິ​ບໍ​ດີຮາສ​ຊານ ຣູ​ຮາ​ນີ (Hassan Rouhani) ຂອງ​ອີ​ຣ່ານ​ກ່າວ​ຄຳ​ປາ​ໄສ ໃນ​ພິ​ທີເປີດ​ງານ "ວັນ​ເທັກ​ໂນ​ໂລ​ຈີ​ດ້ານ​ນີວ​ເຄ​ລຍ​ແຫ່ງ​ຊາດ" ທີ່ນະ​ຄອນ​ເຕ​ຫະ​ຣ່ານ, ວັນ​ທີ 9 ເມ​ສາ, 2019

ຫົວ​ໜ້າ​ເສ​ນາ​ທິ​ການກອງ​ທັບ​ອາ​ກາດ, ພາຍ​ພົນເດ​ວິດ ໂກ​ລດ໌​ຟາຍ​ນ໌ (David Goldfein) ກ່າວ​ຕໍ່​ວີ​ໂອ​ເອວ່າ ການ​ເຄືອນ​ໄຫ​ວທາງ​ທະ​ຫານ​ຢ່າງວ່ອງ​ໄວ​ດັ່ງ​ກ່າວ "ສະ​ແດງໃຫ້​ຮູ້​ວ່າ ພວກ​ເຮົາ​ສາ​ມາດ​ທີ່​ຈະ​ປະ​ເຊີນ​ໜ້າ​ກັບ​ການ​ນາບ​ຂູ່ໄດ້ ໃນ​ທຸກເວ​ລາ ແລະຢູ່​ທຸກ​ຫົນ​ແຫ່ງ​ ທີ່​ພວກ​ເຮົາ​ເລືອກ​ທີ່​ຈະປະ​ຕິ​ບັດ."

ກຳ​ລັງທະ​ຫານ​ອາ​ເມ​ຣິ​ກັນ ​ໄດ້​ໄປ​ເຖິງ​ພາກ​ຕາ​ເວັນ​ອອກ​ກາງ ໃນ​ຂະ​ນະ​ທີ່​ບັນ​ດາ​ຜູ້​ນຳ​ຂອງ​ຢູ​ໂຣບ ​ໄດ້​ປະ​ນາມ​ການ​ນາບ​ຂູ່​ຈາກອີ​ຣ່ານວ່າ​ ຈະ​ຍຸ​ຕິ​ການ​ຫລຸດ​ໂຄງ​ການ​ນິວ​ເຄ​ລຍ​ຂອງ​ຕົນ​ລົງ, ຊຶ່ງ​ເປັນ​ການ​ກະ​ທຳ ​ທີ່​ຈະ​ລະ​ເມີດ​ຕໍ່​ຂໍ້​ຕົກລົງທີ່​ເປັນ​ຂີດ​ໝາຍ​ລະ​ດັບ​ໂລກ.

​ບໍ່​ພໍ​ເທົ່າ​ໃດ​ຊົ່ວ​ໂມງ​ ກ່ອນ​ຈະ​ມີ​ການ​ວາງ​ມາດ​ຕະ​ການ​ລົງ​ໂທດ​ໃໝ່​ອອກ​ມາຂອງ​ສະ​ຫະ​ລັດ, ໃນ​ວັນ​ພຸດ​ຜ່ານ​ມານີ້, ປະ​ທາ​ນາ​ທິ​ບໍ​ດີຮາສ​ຊານ ຣູ​ຮາ​ນີ (Hassan Rouhani) ຂອງ​ອີ​ຣ່ານ ໄດ້​ເວົ້າ​ວ່າ ອີ​ຣ່ານ​ຈະເພີ້ມການ​ກັ່ນ​ທາດ​ຢູ​ເຣ​ນຽມ ​ໃນ​ລະ​ດັບ​ທີ່​ສູງເໜືອ​ຂອບ​ເຂດ​ທີ່ອະນຸ​ຍາດ​ໃຫ້​ນັ້ນ​ ຖ້​າ​ຫາກບັນ​ດາ​ປະ​ເທດ​ມະ​ຫາ​ອຳ​ນາດ​ຂອງ​ໂລກ ບໍ່​ໃຫ້​ການ​ປ້ອງ​ກັນ​ແກ່​ອີ​ຣ່ານ ເພື່ອບໍ່​ໃຫ້​ຖືກ​ລົງ​ໂທດ ພາຍ​ໃນ 60 ມື້ຂ້າງ​ໜ້ານີ້.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG