ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

EU ຍັງ​ຕອບບໍ່ໄດ້ວ່າ​ ຜູ້ນໍາຂອງຕົນ ຈະ​ເຂົ້າຮ່ວມ ​ກອງ​ປະຊຸມ ASEM ຢູ່​ລາວ ໝົດທຸກຄົນ ຫລືບໍ່


ທາງການລາວໄປກວດການກໍ່ສ້າງບ້ານພັກຂອງຄະນະຜູ້ແທນທີ່ຈະເຂົ້າຮ່ວມ​ກອງ​ປະຊຸມ ASEM ຄັ້ງທີ່ 9 ຢູ່​ນະຄອນວຽງຈັນ ທີ່ສ້າງສໍາເລັດໄດ້ 85% ແລ້ວໃນເດືອນກໍລະກົດນີ້
ທາງການລາວໄປກວດການກໍ່ສ້າງບ້ານພັກຂອງຄະນະຜູ້ແທນທີ່ຈະເຂົ້າຮ່ວມ​ກອງ​ປະຊຸມ ASEM ຄັ້ງທີ່ 9 ຢູ່​ນະຄອນວຽງຈັນ ທີ່ສ້າງສໍາເລັດໄດ້ 85% ແລ້ວໃນເດືອນກໍລະກົດນີ້

ບັນດາ​ຜູ້​ນໍາ​ສະຫະພາບ​ຢູ​ໂຣບ ຈະໃຫ້ການ​ຢືນຢັນ​ວ່າ​ຈະ​ເຂົ້າຮ່ວມ​ກອງ​ປະຊຸມ ASEM ຄັ້ງທີ່ 9 ຢູ່​ລາວ ຫຼື​ບໍ່ ພາຍ​ໃນ​ເດືອນ​ກັນຍາ​ນີ້ ຫາກແຕ່​ຄະນະ​ຜູ້​ແທນ EU ກໍ​ເພິ່ງ​ພໍ​ໃຈ​ຕໍ່ການ​ຕຽມ​ການ​ຂອງ​ທາງ​ການ​ລາວນັ້ນ​ຢູ່.

ທ່ານ Michel Goffin ຜູ້ຕາງໜ້າ​ສະຫະພາບ​ຢູ​ໂຣບ ຫຼື EU ປະ​ຈໍາ​ປະ​ເທດລາວ ​ໄດ້
​ຖະ​ແຫຼ​ງຢືນຢັນ​ວ່າ​ ຈົນ​ເຖິງ​ຂະນະ​ນີ້ ຍັງ​ຄົງ​ບໍ່​ສາມາດ​ໃຫ້ການ​ຢືນ​ຢັນ​ໄດ້​ວ່າ ບັນດາ​ຜູ້​
ນໍາ​ປະ​ເທດ​ສະມາຊິກ​ໃນ​ສະຫະພາບ​ຢູ​ໂຣບ ຈະເດີນທາງ​ມາ​ເຂົ້າຮ່ວມ​ກອງ​ປະຊຸມ​ສຸດ
​ຍອດ​ຜູ້​ນໍາ​ລະຫວ່າງ​ເອ​ເຊຍ​ກັບ​ສະຫະພາບ​ຢູ​ໂຣບ (ASEM) ຄັ້ງ​ທີ່ 9 ໃນ​ວັນ​ທີ 5-6 ​
ເດືອນ​ພະ​ຈິກ​ນີ້ ຢູ່​ນະຄອນຫລວງ​ວຽງ​ຈັນ ​ຢ່າງ​ຄົບ​ຖ້ວນ ​ຫຼື​ບໍ່.

​ທ່ານ Michel Goffin ​ໄດ້​ໃຫ້ການ​ຊີ້​ແຈງ​ວ່າ​ ຂະນະ​ນີ້​ຍັງ​ເປັນ​ຊ່ວງ​ເວລາ​ທີ່​ໄວ​ເກີນ​ໄປ
​ທີ່​ບັນດາ​ຜູ້​ນໍາ​ຂອງອີ​ຢູ (EU) ຈະ​ຕອບ​ຮັບ​ການ​ເຂົ້າຮ່ວມ​ໃນ​ກອງ​ປະຊຸມ​ດັ່ງກ່າວ ​ເນື່ອງ​
ຈາກ​ຍັງ​ເຫຼືອ​ເວລາ​ອີກ​ກວ່າ 3 ​ເດືອນ ​ຈຶ່ງ​ຈະ​ມີ​ການ​ປະຊຸມ​ເກີດ​ຂຶ້ນ ​ເພາະສະ​ນັ້ນ ຈຶ່ງ​
ຄາດ​ວ່າ​ ບັນດາ​ຜູ້​ນໍາ​ສ່ວນ​ໃຫຍ່​ຂອງ​ EU ຈະ​ໃຫ້ການ​ຢືນຢັນວ່າ​ຈະ​ເຂົ້າຮ່ວມ​ກອງ​ປະຊຸມ
ASEM ຢ່າງ​ເປັນ​ທາງ​ການ​ຫຼື​ບໍ່​ນັ້ນ ​ກໍ​ຈະ​ຕ້ອງ​ລໍຖ້າ​ໄປ​ຈົນ​ເຖິງ​ເດືອນ​ກັນຍາ ຫາ​ກ​ແຕ່​ວ່າ​
ພາກສ່ວນ​ຂອງ​ EU ທີ່​ໄດ້​ມີ​ການ​ຢືນຢັນ​ຢ່າງ​ເປັນ​ທາງ​ການ ​ແລ້ວ​ວ່າ​ຈະ​ເຂົ້າຮ່ວມ​ໃນ​ກອງ
​ປະຊຸມ ASEM ຢູ່​ລາວ​ຢ່າງ​ແນ່ນອນ ກໍ​ຄື​ປະທານ​ສະພາ​ມົນຕີ ​ແລະ​ປະທານ​ຄະນະ​ກໍາ
ມາ​ທິການ​ສະຫະພາບ​ຢູ​ໂຣບນັ້ນ​ເອງ.

ກອງປະຊຸມເພື່ອກະກຽມກອງປະຊຸມ ASEM ຄັ້ງທີ 9 ທີ່ໄດ້ຈັດຂຶ້ນ ໃນເດືອນກໍລະກົດ, 2012
ກອງປະຊຸມເພື່ອກະກຽມກອງປະຊຸມ ASEM ຄັ້ງທີ 9 ທີ່ໄດ້ຈັດຂຶ້ນ ໃນເດືອນກໍລະກົດ, 2012

​ແຕ່​ຢ່າງ​ໃດ​ກໍ​ຕາມ ສໍາລັບ​ໃນ
​ສ່ວນ​ກ່ຽວ​ກັບ​ການ​ດໍາ​ເນີນ​
ວຽກ​ງານ​ໃນ​ດ້ານ​ຕ່າງໆ​ຂອງ
ທາງ​ການ​ລາວ​ເພື່ອ​ຕຽມ​
ຄວາມ​ພ້ອມ​ໃນ​ການ​ເປັນ
​ເຈົ້າພາບ​ຈັດ​ກອງ​ປະຊຸ​ມ
ASEM ຄັ້ງ​ທີ່ 9 ນັ້ນ ຄະນະ​
ຜູ້​ແທນ​ຂອງ​ EU ກໍ​ໄດ້​ສະ
​ແດງ​ຄວາມເ​ພິ່ງ​ພໍ​ໃຈ ​ພາຍ
ຫຼັງ​ຈາກ​ທີ່​ໄດ້ໄປ​ກວດ​ເບິ່ງ
​ຄວາມ​ຄືບ​ໜ້າ ​ເມື່ອ​ບໍ່​ນານ​
ມາ​ນີ້ ຊຶ່ງ​ກໍ​ພົບ​ວ່າການ​ດໍາ​ເນີນ​ງານ​ເປັນ​ໄປຕາມ​ແຜນການ​ທ່ີ່ວາງເອົາ​ໄວ້ເປັນ​ຢ່າງ​ດີ.

ຕໍ່​ກໍ​ລະ​ນີດຽວ​ກັນ​ນີ້ ທ່ານ​ທອງ​ລຸນ​ ສີ​ສຸ​ລິດ ຮອງ​ນາຍົກລັດຖະມົນຕີ ​ແລະ​ລັດຖະມົນຕີ
​ກະຊວງການ​ຕ່າງປະ​ເທດ ​ກໍ​ໄດ້​ຖະ​ແຫຼ​ງຢືນ​ຢັນ​ວ່າ ການ​ດໍາ​ເນີນ​ງານ​ໃນ​ແຕ່ລະໂຄງການ
​ໄດ້​ຄືບ​ໜ້າ​ເປັນ​ຢ່າງ​ດີ ຈຶ່ງ​ໝັ້ນ​ໃຈໄດ້​ວ່າ ​ລັດຖະບານ​ລາວ​ຈະ​ມີ​ຄວາມ​ພ້ອມ​ໃນ​ທຸກ​ດ້ານ​ທີ່
​ຈະ​ຈັດ​ກອງ​ປະຊຸມ ASEM ຄັ້ງ​ທີ່ 9 ໄດ້​ເປັນ​ຢ່າງ​ດີ​ເຊັ່ນ​ກັນ ດັ່ງ​ທີ່​ທ່ານ​ທອງ​ລຸນ ​ໄດ້​ຖະ
​ແຫຼ​ງວ່າ:

“ສປປ. ລາວ ຂອງ​ພວກ​ເຮົາ​ ມີ​ຄວາມ​ພ້ອມ​ຢ່າງ​ເຕັມ​ສ່ວນ​ແລ້ວ​ໃນ​ການ​ຈັດ​ກອງ​ປະ
ຊຸມ ຈະ​ເປັນ​ດ້ານ​ເນື້ອ​ໃນ ຈະ​ເປັນ​ດ້ານ​ພື້ນຖາ​ນ​ໂຄງ​ຫລ່າງ ຈະ​ເປັນ​ດ້ານ​ຄວາມ​ສະ
ດວກຕ່າງໆ ກຽມພ້ອມ​ຕ້ອນຮັບ​ບັນດາ​ຜູ້​ນໍາ​ຂອງ​ບັນດາ​ປະ​ເທດ​ເອ​ເຊຍ​ແລະ​ຢູໂຣບ.”

ການຂະຫຍາຍເດີ່ນບິນສາກົນທີ່ວັດໄຕເພື່ອຮອງຮັບຍົນຂອງຄະນະ ຜູ້ແທນ ທີ່ຈະມາຮ່ວມກອງປະຊຸມ ASEM
ການຂະຫຍາຍເດີ່ນບິນສາກົນທີ່ວັດໄຕເພື່ອຮອງຮັບຍົນຂອງຄະນະ ຜູ້ແທນ ທີ່ຈະມາຮ່ວມກອງປະຊຸມ ASEM

​ການ​ກະ​ກຽມພ້ອມ​ໃນ​ດ້ານ​
ຕ່າງໆ​ນັ້ນ ທາງ​ການ​ລາວ​ກໍ​
ໄດ້​ແບ່ງ​ການ​ດໍາ​ເນີນ​ງານ
ອອກ​ເປັນ 6 ພາກສ່ວນ​ດ້ວຍ
​ກັນ ກໍ​ຄື​ການ​ກໍ່ສ້າງ​ສູນ​ການ
​ປະຊຸມ​ນາໆ ​ຊາດ​ທີ່​ຕັ້ງ​ຢູ່​ເທິງ​
ເນື້ອ​ທີ່​ກວ້າງ 7 ​ເຮັກ​ຕ້າຢູ່​ຫຼັກ
6 ຖະໜົນ​ໄກສອນພົມວິຫານ
ທີ່​ໄດ້​ຮັບ​ການຊ່ວຍ​ເຫຼືອ​ຈາກ​
ລັດຖະບານຈີນ​ໃນ​ມູນ​ຄ່າ​ລວມ
80 ລ້ານ​ໂດ​ລາ.

​ໂຄງການ​ທີ່ 2 ​ກໍ​ແມ່ນ​ການ​ຂະຫຍາຍ​ບ່ອນ​ຈອດເຮືອບິນ​ຢູ່​ສະໜາມ​ບິນ​ນາໆ​ຊາດ​ວັດໄຕ
ເພື່ອ​ໃຫ້​ສາມາດ​ຮອງ​ຮັບ​ເຮືອບິນ​ຂະໜາດ​ໃຫຍ່​ໄດ້​ເຖິງ 40 ລໍາ ພ້ອມ​ດ້ວຍ​ອຸບປະກອນ
ຮັກສາ​ຄວາມ​ປອດ​ໄພ ​ແລະ​ສິ່ງ​ອໍານວຍ​ຄວາມ​ສະ​ດວກ​ຕ່າງໆ​ຢ່າງ​ຄົບ​ຊຸດ ​ໂດຍ​ເປັນ​ການ​
ຊ່ວຍ​ເຫຼືອ​ຈາກ​ລັດຖະບານ​ຍີ່ປຸ່ນ​ໃນ​ມູນ​ຄ່າ 1,246 ລ້ານ​ເຢັນ ​ແລະ​ກູ້ຢືມ​ຈາກ​ລັດຖະບານ
​ຈີນ​ອີກ​ຈໍານວນ​ນຶ່ງ.

ສ່ວນ​ອີກ 4 ​ໂຄງການ​ທີ່​ເຫຼືອ ​ກໍ​ປະກອບ​ດ້ວຍ​ການ​ພັດທະນາ​ປັບປຸງ​ຖະໜົນ​ 21 ​ເສັ້ນໃນ
​ເຂດ​ນະຄອນ​ວຽງ​ຈັນ ການ​ກໍ່ສ້າງ​ເຮືອນ​ຮັບ​ແຂກ​ຂອງ​ຄະນະ​ຜູ້​ແທນ ASEM ຈໍານວນ 52
ຫຼັງ​ຢູ່​ດອນ​ຈັນ ການ​ກໍ່ສ້າງ​ໂຮງ​ແຮມ 8 ຊັ້ນ ລະດັບ 5 ດາວ​ ຢູ່​ດອນຈັນ ​ແລະ​ການ​ກໍ່ສ້າງ​
ເຮືອນ​ພັກ​ສໍາລັບ​ຄະນະ​ຜູ້​ແທນ​ທີ່​ເຂົ້າຮ່ວມ​ກອງ​ປະຊຸມ​ອີກ 50 ຫຼັງ​ຢູ່​ບ້ານ​ພະ​ຂາວ ​ເມືອງ​
ໄຊ​ທານີ ຊຶ່ງ​ທັງ​ໝົດ​ນີ້​ກໍ​ເປັນ​ການ​ລົງທຶນ ​ແລະ​ການ​ຊ່ວຍ​ເຫຼືອ​ຈາກ​ຈີນ​ເຊັ່ນ​ດຽວ​ກັນ.

XS
SM
MD
LG