ສະພາຢູໂຣບ ໄດ້ມອບລາງວັນ ຊາຄາຣອຟ 2022 ຂອງເຂົາເຈົ້າ “ໃຫ້ປະຊາຊົນ ຢູເຄຣນ ທີ່ກ້າຫານ” ໃນການຕໍ່ສູ້ ຕ້ານການບຸກລຸກທີ່ບໍ່ໄດ້ຖືກຍຸແຍ່ຂອງ ຣັດເຊຍ ໃນທ້າຍເດືອນກຸມພາທີ່ຜ່ານມາ.
ສະພາຢູໂຣບ ໄດ້ກ່າວໃນຖະແຫຼງການສະບັບນຶ່ງ ໃນວັນພຸດວານນີ້ວ່າ ລາງວັນດັ່ງກ່າວຖືກມອບໃຫ້ “ປະຊາຊົນ ຢູເຄຣນ ທີ່ກ້າຫານ, ເປັນຕົວແທນຮັບໂດຍປະທານາທິບໍດີຂອງເຂົາເຈົ້າ ທ່ານ ໂວໂລດີເມຍ ເຊເລັນສກີ, ຜູ້ນຳທີ່ຖືກເລືອກ ແລະ ສັງຄົມພົນລະເຮືອນ.”
ປະທານສະພາຢູໂຣບ ທ່ານນາງ ໂຣເບີຕ້າ ເມັດໂຊລາ ໄດ້ກ່າວໃນຖະແຫຼງການສະບັບນຶ່ງວ່າ “ລາງວັນນີ້ແມ່ນສຳລັບປະຊາຊົນ ຢູເຄຣນ ຜູ້ທີ່ກຳລັງຕໍ່ສູ້ຢູ່ພາກພື້ນດິນ. ສຳລັບຜູ້ທີ່ຖືກບັງຄັບໃຫ້ຫຼົບໜີ. ສຳລັບຜູ້ທີ່ໄດ້ສູນເສຍພີ່ນ້ອງ ແລະ ໝູ່ເພື່ອນ. ສຳລັບທຸກຄົນຜູ້ທີ່ລຸກຂຶ້ນ ແລະ ຕໍ່ສູ້ເພື່ອສິ່ງທີ່ເຂົາເຈົ້າເຊື່ອຖື. ຂ້າພະເຈົ້າຮູ້ວ່າປະຊາຊົນຢູເຄຣນທີ່ກ້າຫານນັ້ນຈະບໍ່ຍອມແພ້ ແລະ ພວກເຮົາກໍເຊັ່ນກັນ.”
ລາງວັນປະຈຳປີດັ່ງກ່າວຖືກຕັ້ງຊື່ຕາມນັກຟີຊິກ ໂຊຫວຽດ ແລະ ຜູ້ທີ່ຄັດຄ້ານລັດຖະບານ ທ່ານ ອານເດຣ ຊາຄາຣອຟ ແລະ ຖືກສ້າງຕັ້ງຂຶ້ນໃນປີ 1998 ໂດຍສະພາຢູໂຣບ ເພື່ອໃຫ້ກຽດແກ່ບຸກຄົນ ແລະ ອົງການຕ່າງໆທີ່ປ້ອງກັນສິດທິມະນຸດ ແລະ ເສລີພາບພື້ນຖານ.