ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະມາຊິກສະພາ ສະຫະພາບ ຢູໂຣບ ທ່ານ ແອນດຣູລາກິສ ຖືກເລືອກເປັນຜູ້ນຳສັງຄົມນິຍົມ ກຣີສ


ທ່ານ ນິຄອສ ແອນດຣູລາກິສ, ຜູ້ທີ່ຖືກເລືອກເປັນຜູ້ນຳຄົນໃໝ່ຂອງພັກການເຄື່ອນໄຫວເພື່ອການປ່ຽນແປງສັງຄົມນິຍົມ ກ່າວຖະແຫຼງການຢູ່ນະຄອນຫຼວງ ເອເທັນ, ປະເທດ ກຣີສ, 12 ທັນວາ, 2021.
ທ່ານ ນິຄອສ ແອນດຣູລາກິສ, ຜູ້ທີ່ຖືກເລືອກເປັນຜູ້ນຳຄົນໃໝ່ຂອງພັກການເຄື່ອນໄຫວເພື່ອການປ່ຽນແປງສັງຄົມນິຍົມ ກ່າວຖະແຫຼງການຢູ່ນະຄອນຫຼວງ ເອເທັນ, ປະເທດ ກຣີສ, 12 ທັນວາ, 2021.

ກຸ່ມທີ່ໃຫຍ່ເປັນອັນດັບສາມໃນສະພາແຫ່ງຊາດຂອງປະເທດ ກຣີສ ໃນວັນອາທິດວານນີ້ ໄດ້ເລືອກຕັ້ງສະມາຊິກສະພາຢູໂຣບ ເປັນຜູ້ນຳຄົນໃໝ່ຂອງເຂົາເຈົ້າ.

ທ່ານ ນິຄອສ ແອນດຣູລາກິສ (Nikos Androulakis) ໄດ້ເອົາຊະນະອະດີດນາຍົກລັດຖະມົນ ທ່ານ ຈອດຈ໌ ປາປານເດຣອູ (George Papandreou) ເພື່ອເປັນຜູ້ນຳພາພັກການເຄື່ອນໄຫວເພື່ອການປ່ຽນແປງ ຫຼື Movement of Change, ເຊິ່ງແມ່ນພັກປະສົມສັງຄົມນິຍົມ.

ຜົນຄະແນນເບື້ອງຕົ້ນທີ່ໄດ້ເຜີຍອອກມາບໍ່ດົນກ່ອນ 9 ໂມງແລງຂອງວັນອາທິດວານີ້ ໄດ້ສະແດງໃຫ້ເຫັນທ່ານ ແອນດຣູລາກິສ ອາຍຸ 42 ປີ ມີຄະແນນສຽງ 68.4 ເປີເຊັນ ທຽບໃສ່ 31.6 ເປີເຊັນສຳລັບທ່ານ ປາປານເດຣອູ ອາຍຸ 69 ປີ. ທ່ານ ປາປານເດຣອູ ໄດ້ໂທລະສັບຫາຄູ່ແຂ່ງຂອງທ່ານເພື່ອສະແດງຄວາມຍິນດີ.

ທ່ານ ແອນດຣູລາກິສ, ເຊິ່ງແມ່ນນັກວິສະວະກອນພົນລະເຮືອນ, ໄດ້ເລີ່ມອາຊີບນັກການເມືອງຂອງທ່ານເປັນຜູ້ນຳຂອງພັກການເຄື່ອນໄຫວສັງຄົມນິຍົມ ປາແນລເລນິກ (Panhellenic) ຫຼື PASOK, ເຊິ່ງແມ່ນນຶ່ງໃນຫຼາຍພັກໃນພັກການເຄື່ອນໄຫວເພື່ອການປ່ຽນແປງ.

ດ້ວຍສະມາຊິກສະພາ 22 ​ຄົນໃນສະພາແຫ່ງຊາດ ກຣີສ ທີ່ມີສະມາຊິກ 300 ຄົນນັ້ນ, ພັກການເຄື່ອນໄຫວເພື່ອການປ່ຽນແປງແມ່ນການລວມກຸ່ມທາງການເມືອງທີ່ໃຫຍ່ທີ່ສຸດເປັນທີສາມຂອງ ກຣີສ ຕາມຫຼັງພັກອະນຸລັກນິຍົມ ປະຊາທິປະໄຕໃໝ່ ຫຼື News Democracy ທີ່ກຳລັງປົກຄອງປະເທດຢູ່ ແລະ ພັກປີກຂວາ ຊີຣີຊາ (Syriza). ເຂົາເຈົ້າໄດ້ຮັບຄະແນນສຽງ 8.1 ເປີເຊັນໃນການເລືອກຕັ້ງແຫ່ງຊາດຄັ້ງທີ່ຜ່ານມາຂອງ ກຣີສ,​ ໃນເດືອນກໍລະກົດ 2019.

ພັກສັງຄົມນິຍົມ PASOK ໄດ້ປົກຄອງປະເທດ ກຣີສ ແຕ່ປີ 1981-89, 1993-2004, 2009-11 ແລະ 2011-15, ເຊິ່ງສີ່ປີທີ່ຜ່ານມາໄດ້ເຂົ້າຮ່ວມກັບພັກປະຊາທິປະໄຕໃໝ່.

ການລົງຄະແນນສຽງໃຫ້ພັກສັງຄົມນິຍົມໄດ້ພັງລົງໃນລະຫວ່າງວິກິດການດ້ານການເງິນຂອງ ກຣີສ, ເຊິ່ງໄດ້ເລີ່ມຂຶ້ນພາຍໃຕ້ລັດຖະບານປີກຂວາ ແຕ່ຂະໜາດຂອງເຂົາເຈົ້າແມ່ນໄດ້ຖືກເປີດເຜີຍໃນການເບິ່ງແຍງຂອງທ່ານ ປາປານເດຣອູ ໃນຖານະເປັນາຍົກລັດຖະມົນຕີ.

ທ່ານ ແອນດຣູລາກິສ, ຜູ້ທີ່ເອີ້ນຕົນເອງວ່ານັກສັງຄົມປະຊາທິປະໄຕ, ໄດ້ຖືກພິຈາລະນາວ່າມີຄວາມເປັນໄປໄດ້ໜ້ອຍກວ່າທ່ານ ປາປານເດຣອູ ທີ່ຈະພະຍາຍາມເຂົ້າຮ່ວມກັບພັກ ຊີຣີຊາ.

ການແຂ່ງຂັນດ້ານການນຳໄດ້ມີການປ່ຽນແປງຢ່າງບໍ່ຄາດຄິດ ດ້ວຍການເສຍຊີວິດຂອງຜູ້ນຳພັກການເຄື່ອນໄຫວເພື່ອການປ່ຽນແປງ ທ່ານ ໂຟຟີ ເກນນີມານາ (Fofi Gennimata) ອາຍຸ 56 ປີ, ຍ້ອນໂຣກມະເຮັງ, ໃນວັນທີ 25 ຕຸລາທີ່ຜ່ານມາ.

ສະມາຊິກພັກຫຼາຍກວ່າ 206,00 ຄົນ ແລະ ໝູ່ເພື່ອນໄດ້ລົງຄະແນນສຽງໃນວັນອາທິດວານນີ້, ເຊິ່ງໜ້ອຍກວ່າ 270,000 ຄົນ ຜູ້ທີ່ໄດ້ມີໜ້າໃນການລົງຄະແນນສຽງຮອບທຳອິດເມື່ອອາທິດທີ່ຜ່ານມາ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG