ສະຫະພາບ ຢູໂຣບ ໄດ້ເປີດຂໍ້ບັງຄັບການຝ່າຝືນຕໍ່ ປະເທດ ໂປແລນ ກ່ຽວກັບ ການປະ
ຕິຮູບ ທີ່ປະເທດນັ້ນ ໄດ້ເຮັດຕໍ່ລະບົບສານຂອງເຂົາເຈົ້າ, ເຊິ່ງສະຫະພາບ ຢູໂຣບ
ຢ້ານວ່າ ມັນຈະສົ່ງຜົນກະທົບຕໍ່ຄວາມລຳອຽງຂອງສານ ໂປແລນ.
ຄະນະກຳມາທິການ ສະຫະພາບ ຢູໂຣບ ໄດ້ຕັດສິນໃຈວ່າ ຈະເລີ່ມການປະຕິບັດການ
ທາງກົດໝາຍໃນວັນພຸດທີ່ຈະມາເຖິງນີ້, ກ່ອນການປະກາດກົດໝາຍໃໝ່ຂອງ ໂປແລນ
ຈະມີຂຶ້ນ, ພ້ອມດ້ວຍຄວາມເປັນຫ່ວງທີ່ສຳຄັນວ່າ ລັດຖະມົນຕີຍຸຕິທຳ ຕອນນີ້ຈະສາ
ມາດຍືດເຍື້ອຄຳສັ່ງຂອງສານ ແລະ ປະຕິເສດ ແລະ ແຕ່ງຕັ້ງປະທານຂອງສານ.
ຄະນະກຳມາທິການ ສະຫະພາບ ຢູໂຣບ ໄດ້ກ່າວໃນຖະແຫຼງການສະບັບໜຶ່ງໃນວັນເສົາ
ວານນີ້ວ່າ “ກົດລະບຽບໃໝ່ຈະອະນຸຍາດໃຫ້ລັດຖະມົນຕີຍຸຕິທຳໃຊ້ອຳນາດ ຕໍ່ຜູ້ພິພາກ
ສາບຸກຄົນທຳມະດາ ຜ່ານບັນທັດຖານ ທີ່ຄຸມເຄືອ ສຳລັບການຍືດຄຳສັ່ງຂອງເຂົາເຈົ້າ
ອອກໄປ, ດ້ວຍເຫດນັ້ນມັນຈະທຳລາຍ ຫຼັກການ ກ່ຽວກັບ ການບໍ່ສາມາດປົດຜູ້ພິພາກ
ສາອອກໄດ້.”
ພ້ອມກັນນັ້ນ ໃນຄວາມເປັນຫ່ວງຕໍ່ຄະນະກຳມະທິການກໍແມ່ນວ່າ ຜູ້ພິພາກສາແມ່ຍິງ
ແມ່ນຕ້ອງໄດ້ອອກບຳນານໃນເວລາ 5 ປີ ໄວກວ່າເພື່ອນຮ່ວມງານເພດຊາຍຂອງເຂົາ
ເຈົ້າ.
ພັກລັດຖະບານຂອງ ໂປແລນ ຢາກດຳເນີນການປະຕິຮູບສານ ຍ້ອນພວກເຂົາເຈົ້າກ່າວ
ວ່າ ສານມີຄວາມຊັກຊ້າ ແລະ ຕິດຂັດຫຼາຍໂພດ ພ້ອມດ້ວຍມີແນວຄິດຍຸກສະໄໝຄອມ
ມູນິສ.
ອີງຕາມຖະແຫຼງການຂອງ ສະຫະພາບ ຢູໂຣບແລ້ວແມ່ນວ່າ ພັກທີ່ກຳລັງປົກຄອງປະ
ເທດ ໂປແລນ ຢູ່ ມີເວລາໜຶ່ງເດືອນທີ່ຈະຕອບແຈ້ງການດັ່ງກ່າວ, ເຊິ່ງໄດ້ແຈ້ງໃຫ້ປະ
ເທດຮູ້ວ່າ ເຂົາເຈົ້າແມ່ນກຳລັງລ່ວງລະເມີດກົດໝາຍສະຫະພາບ ຢູໂຣບ ຢູ່.