ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະທານ EU ທ່ານ Juncker ຮຽກຮ້ອງ ໃຫ້ ສາມັກຄີກັນ ທ່າມກາງ ການຖອນຕົວ ຂອງອັງກິດ


ປະທານຄະນະກຳມາທິການ ຂອງຢູໂຣບ ທ່ານ Jean-Claude Juncker.
ປະທານຄະນະກຳມາທິການ ຂອງຢູໂຣບ ທ່ານ Jean-Claude Juncker.

ຜູ້ນຳຄະນະກຳມາທິການຂອງຢູໂຣບ ທ່ານ Jean-Claude Juncker ໄດ້ອອກຄຳ ຮຽກຮ້ອງ ໃຫ້ມີຄວາມສາມັກຄີ ພາຍໃນບັນດາປະເທດ ຢູ່ພາກຕາເວັນອອກ ແລະ ພາກຕາເວັນຕົກ ຂອງຢູໂຣບ ໃນລະຫວ່າງການກ່າວຄຳປາໄສ ລາຍງານສະພາບ ຂອງສະຫະພາບຢູໂຣບ ໃນວັນພຸດມື້ນີ້ ຂະນະທີ່ຄວາມເຄັ່ງຕຶງ ສືບຕໍ່ສູງຂຶ້ນເລື້ອຍໆ ພາຍໃນບັນດາປະເທດສະມາຊິກ ຫຼັງຈາກການລົງຄະແນນສຽງຖອນ​ໂຕອອກຈາກ ສະຫະພາບຢູໂຣບຂອງອັງກິດ.

ທ່ານ Juncker ໄດ້ອ້າງເຖິງ ຄວາມເປັນຊາດນິຍົມ ທີ່ກຳລັງ​ເພີ້ມທະວີຂຶ້ນ ໃນບັນດາ ປະເທດຕ່າງໆ ອັນເປັນການຕອບສະໜອງ ຕໍ່ວິກິດການອົບພະຍົບ ທີ່ເປັນບັນຫາໃຫຍ່ ທີ່ຈະຕ້ອງໄດ້ຮັບການແກ້ໄຂ ແລະທ່ານໄດ້ກ່າວວ່າ “ເປັນຂອບເຂດເຊິ່ງພວກເຮົາ ຮ່ວມມືກັນ ໜ້ອຍເກີນໄປ.”

ທ່ານ Juncker ໄດ້ກ່າວຕໍ່ໄປວ່າ “ໂດຍສ່ວນ​ໃຫຍ່ແລ້ວຜົນປະໂຫຍດແຫ່ງຊາດ ມັກ ຈະເປັນເລື່ອງທີ່ມາກ່ອນ. ພວກເຮົາບໍ່ຄວນເຂົ້າໃຈຜິດ ຕໍ່ອັນນີ້ ການເຊື່ອມໂຍງເຂົ້າ ກັນຂອງປະເທດໃນຢູໂຣບ ຕ້ອງຄວນມາກ່ອນ ຜົນປະໂຫຍດ ຂອງປະເທດໃດໜຶ່ງ. ຢູໂຣບ ບໍ່ສາມາດກາຍເປັນ ທະວີບ ທີ່ບໍ່ມີສີຜິວ.”

ນອກເໜືອ​ໄປ​ຈາກການຮຽກຮ້ອງໃຫ້ສາມັກຄີກັນແລ້ວ ທ່ານ Juncker ຍັງໄດ້ປະກາດ ແຜນການລົງທຶນໂດຍກົງ ໃນບັນດາປະເທດອາຟຣິກາ ໃນຄວາມພະຍາຍາມ​ເພື່ອຈະຍຸຕິ ວິກິດການຍົກຍ້າຍຖິ່ນຖານ ຢູ່ທີ່ແຫຼ່ງຂອງມັນເລີຍ. ທ່ານໄດ້ຮຽກຮ້ອງໃຫ້ຈັດຕັ້ງກອງທຶນ ມູນຄ່າ 49 ລ້ານໂດລາ ທີ່ອາດເປັນໄປໄດ້ວ່າ ຈະມີຫຼາຍຂຶ້ນເປັນສອງເທົ່າ ຫຼັງຈາກນັ້ນ ຊຶ່ງຂຶ້ນຢູ່ກັບວ່າ ມັນຈະປະສົບຜົນສຳເລັດຊ່ຳໃດ.

ທ່ານ Juncker ໄດ້ກ່າວວ່າ ທ່ານ ແລະ ສະຫະພາບຢູໂຣບ ຄວນ “ຢູ່ໃນຖານະທີ່ເປັນ ເພື່ອນມິດກັນ” ກັບອັງກິດ ແຕ່ກໍໄດ້ເຕືອນວ່າ ປະເທດອັງກິດ ບໍ່ຄວນຄາດໝາຍວ່າ ຈະໄດ້ເຂົ້າຫາຕະຫຼາດດຽວຂອງສະຫະພາບຢູໂຣບໄດ້ຄືເກົ່າ ໃນເມື່ອປະເທດນັ້ນ ໄດ້ຖອນ​ໂຕອອກໄປຢ່າງເປັນທາງການ.

ທ່ານເວົ້າອີກວ່າ “ພວກເຮົາເຄົາລົບນັບຖື ແລະ ໃນເວລາດຽວກັນ ກໍເສຍໃຈນຳການ ຕັດສິນໃຈຂອງອັງກິດ ແຕ່ສະຫະພາບຢູໂຣບນັ້ນ ແມ່ນບໍ່ມີຄວາມສ່ຽງເລີຍ.”

ທ່ານ Juncker ໄດ້ຊຸກຍູ້ໃຫ້ອັງກິດເລີ່ມການເຈລະຈາກ່ຽວກັບ ການຖອນ​ໂຕ ໂດຍໄວ ທີ່ສຸດເທົ່າທີ່ເປັນໄປໄດ້ ເພື່ອວ່າ ທັງສອງຝ່າຍອາດຈະເຄື່ອນໄຫວ ໄປຕາມທິດທາງ ຂອງໃຜມັນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

EU Juncker
please wait
Embed

No media source currently available

0:00 0:01:13 0:00

XS
SM
MD
LG