ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ສະ​ຫະ​ພາບ​ຢູ​ໂຣບ ​ວາງມາດຕະການລົງໂທດຄັ້ງໃໝ່ຕໍ່ມຽນມາ ເນື່ອງຈາກຄວາມຮຸນແຮງທີ່ເພີ້ມຂຶ້ນ

ແຟ້ມຮູບ-ສະມາຊິກທະຫານຂອງກອງທັບມຽນມາ ໃນ​ພິ​ທີ​ສວນ​ສະ​ໜາມ ​ທີ່ນະຄອນຫຼວງນາປີດໍ, ປະເທດມຽນມາ, ວັນທີ 27 ມີນາ 2022. ສະຫະພາບຢູໂຣບ ໄດ້ວາງມາດຕະການລົງໂທດຄັ້ງທີ 6 ຕໍ່ມຽນມາ ໃນວັນທີ 20 ກຸມພາ 2023.
ແຟ້ມຮູບ-ສະມາຊິກທະຫານຂອງກອງທັບມຽນມາ ໃນ​ພິ​ທີ​ສວນ​ສະ​ໜາມ ​ທີ່ນະຄອນຫຼວງນາປີດໍ, ປະເທດມຽນມາ, ວັນທີ 27 ມີນາ 2022. ສະຫະພາບຢູໂຣບ ໄດ້ວາງມາດຕະການລົງໂທດຄັ້ງທີ 6 ຕໍ່ມຽນມາ ໃນວັນທີ 20 ກຸມພາ 2023.

ບັນດາເຈົ້າໜ້າທີ່ ແລະ​ບໍ​ລິ​ສັດຕ່າງໆຂອງມຽນມາ ໄດ້ຖືກ​ມາດ​ຕະການລົງໂທດທາງເສດຖະກິດຮອບທີ 6 ໃນ​ວັນ​ຈັນ​ວານນີ້ຂອງສະຫະພາບຢູໂຣບເນື່ອງຈາກການກໍ່ລັດຖະປະຫານຂອງກອງທັບໃນປີ 2021 ເຊິ່ງໄດ້ຢຶດອໍານາດຈາກລັດຖະ ບານທີ່ໄດ້ຮັບການເລືອກຕັ້ງແບບປະຊາທິປະໄຕ ໂດຍມີທ່ານນາງອອງ ຊານ ຊູ ຈີ ເປັນຫົວໜ້າ, ເຊິ່ງໄດ້ສ້າງຄວາມບໍ່ພໍໃຈໄປທົ່ວໂລກ.

ການລົງໂທດ​ຮອບຫຼ້າສຸດລວມມີ ການວາງຂໍ້ຈໍາກັດຕໍ່ 9 ຄົນ ແລະ 7 ບໍ​ລິ​ສັດ​ ເຊິ່ງສະຫະພາບຢູໂຣບກ່າວວ່າ ເປັນຜູ້ຊ່ວຍເຮັດໃຫ້ມີຄວາມຮຸນແຮງເພີ້ມຂຶ້ນ ແລະລະເມີດສິດທິດມະນຸດຢູ່ໃນປະເທດເອເຊຍຕາເວັນອອກສຽງໃຕ້ແຫ່ງນີ້.

ການລົງໂທດຕໍ່ບຸກຄົນນັ້ນ ລວມມີ ລັດຖະມົນຕີກະຊວງແຮງງານ, ເຈົ້າໜ້າທີ່ລະດັບສູງ, ນັກການເມືອງ ແລະບັນດານັກທຸລະກິດທີ່ມີຊື່ສຽງ ເຊິ່ງໄດ້ພາກັນສະໜັບສະໜຸນ​ອຳ​ນາດ​ການ​ປົກ​ຄອງຜະເດັດການ.

ການລົງໂທດດັ່ງກ່າວ ຍັງໄດ້ຖືກວາງໃສ່ບັນດາພະແນກການຕ່າງໆຢູ່ໃນກະຊວງປ້ອງກັນປະເທດ, ເຊັ່ນດຽວກັບບໍລິສັດ ແລະອົງການຕ່າງໆທີ່ລັດເປັນເຈົ້າຂອງ ພາຍໃຕ້ຂອບເຂດຂອງອໍານາດສານ, ພ້ອມທັງບໍລິສັດເອກະຊົນ ທີ່ສະໜອງເງິນທຶນ ແລະອາວຸດໃຫ້ແກ່ກອງທັບຂອງລັດຖະບານທະຫານ.

ແຟ້ມຮູບ-ຂະບວນລົດຂອງກອງທັບ ລາດຕະເວນຢູ່ໃນຖະໜົນຂອງເມືອງມັນດາເລ, ມຽນມາ, ວັນທີ 3 ກຸມພາ 2021. ໃນຕອນເຊົ້າໆຂອງວັນທີ 1 ກຸມພາ ປີ 2021, ກອງທັບມຽນມາເຂົ້າຢຶດອໍານາດຈາກລັດຖະບານພົນລະເຮືອນຂອງ ທ່ານນາງອອງ ຊານ ຊູ ຈີ, ເຊິ່ງກໍ່ລັດຖະປະຫານກ່ຽວກັບຂໍ້ກ່າຫາວ່າມີການສໍ້ໂກງ ກ່ຽວກັບການເລືອກຕັ້ງໃນເດືອນພະຈິກ.

ສະຫະພາບຢູໂຣບ ຍັງໄດ້ວາງຂໍ້ຈໍາກັດຕໍ່ບຸກຄົນ 93 ຄົນ ແລະ 18 ບໍລິສັດ ເຊິ່ງຜູ້ທີ່ໄດ້ຮັບການລົງໂທດເຫຼົ່ານັ້ນ ຈະຖືກ​ກັກຊັບສິນ ແລະຫ້າມບໍ່ໃຫ້ມີການເດີນທາງ​ເຂົ້າໄປໃນດິນແດນຂອງສະຫະພາບຢູໂຣບ.

ນອກຈາກນີ້, ຍັງ​ມີ​ການວາງຂໍ້ຈໍາກັດ​ຕໍ່ການສົ່ງອອກ ກ່ຽວກັບອຸປະກອນສໍາລັບ “ກວດກາຂໍ້ມູນຂ່າວສານ ເຊິ່ງອາດຈະມີການນໍາໃຊ້ເຂົ້າໃນການປາບປາມພາຍໃນ,” ພ້ອມທັງຂໍ້ຫ້າມຂອງສະຫະພາບຢູໂຣບກ່ຽວກັບການຝຶກແອບທາງທະຫານ ແລະ ການດໍາເນີນງານຮ່ວມມືກັບກອງທັບ ຫຼື Tatmadaw ຂອງມຽນມາ ອີກດ້ວຍ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG