ປະທານາທິບໍດີຢູເຄຣນ ທ່ານໂວໂລດີເມຍ ເຊເລນສກີ ໄດ້ຂະຫຍາຍການສືບສວນຢູ່ໃນອົງການຄຸ້ມຄອງຄວາມປອດໄພຂອງປະເທດ ໂດຍກ່າວວ່າ ມີເຈົ້າໜ້າທີ່ອີກ 28 ຄົນອາດຈະຖືກປົດອອກຈາກຕຳແໜ່ງ ນຶ່ງມື້ຫຼັງຈາກໄດ້ມີການສັ່ງໃຫ້ໂຈະການປະຕິບັດງານຂອງເຈົ້າໜ້າທີ່ອະວຸໂສ 2 ທ່ານ ທີ່ຖືກກ່າວຫາວ່າ ບໍ່ສາມາດກຳຈັດພວກໃຫ້ການຮ່ວມມືກັບຣັດເຊຍ.
ໃນການກ່າວຄຳປາໄສ ທາງວີດີໂອ ໃນຄືນວັນຈັນຜ່ານມານີ້ ທ່ານເຊເລນສກີ ເວົ້າວ່າ “ການກວດບຸກຄະລາກອນ” ຢູ່ໃນອົງການຄຸ້ມຄອງຄວາມປອດໄພ ຂອງຢູເຄຣນ ຫຼື USB ພວມມີຂຶ້ນແລະເຈົ້າໜ້າທີ່ 28 ຄົນພວມຖືກພິຈາລະນາໃຫ້ມີການປົດອອກຈາກຕຳແໜ່ງ.
ທ່ານເຊເລນສກີກ່າວວ່າ “ມີຫຼາຍລະດັບທີ່ແຕກຕ່າງກັນ ມີການເພັ່ງເລັງໃສ່ຫຼາຍຂົງເຂດ ແຕ່ເຫດຜົນແມ່ນຄ້າຍຄືກັນ ນັ້ນກໍຄືຜົນຂອງການເຮັດວຽກທີ່ບໍ່ເປັນໜ້າພໍໃຈ.”
ການເຄື່ອນໄຫວດັ່ງກ່າວມີຂຶ້ນນຶ່ງມື້ ຫຼັງຈາກທ່ານເຊເລນສກີໄດ້ປະກາດໃຫ້ຫົວໜ້າອົງການຄຸ້ມຄອງຄວາມປອດໄພຂອງຢູເຄຣນ ທ່ານໄອແວນ ບາການັອບ (Ivan Bakanov) ແລະ ອະທິໄອຍະການ ອີຣີນາ ເວເນດິກໂຕວາ (Iryna Venediktova) ໂຈະການປະຕິບັດໜ້າທີ່ ເພື່ອທຳການພິຈາລະນາເພີ້ມຕື່ມວ່າ ພວກເຂົາເຈົ້າຄວນຖືກປົດອອກຈາກຕຳແໜ່ງຫຼືບໍ່.
ທ່ານເຊເລນສກີອ້າງໃນອັນທີ່ທ່ານກ່າວວ່າ ມີຫຼາຍຮ້ອຍຄະດີກ່ຽວກັບການກ່າວຫາຂາຍຊາດແລະໃຫ້ການຮ່ວມມືກັບຣັດເຊຍ ທີ່ພົວພັນກັບພະນັກງານພາຍໃນອົງການຄຸ້ມຄອງຄວາມປອດໄພ ແລະຫ້ອງການອະທິໄອຍະການຂອງຢູເຄຣນ.
ໃນດ້ານການສູ້ລົບກັນນັ້ນ ຣັດເຊຍຍັງສືບຕໍ່ຍິງຖະຫຼົ່ມໂຈມຕີຢູເຄຣນໃນວັນຈັນວານນີ້ ໂດຍໄດ້ສັງຫານພົນລະເຮືອນ 6 ຄົນທີ່ເມືອງໂທເຣັດ ໃນພາກຕາເວັນອອກຂອງປະເທດ ອີງຕາມເຈົ້າໜ້າທີ່ຂອງຢູເຄຣນ.
ອົງການຮັບມືກັບເຫດການສຸກເສີນຂອງຢູເຄຣນ ກ່າວຜ່ານທາງເຟສບຸກວ່າອາຄານຫຼົບໄພ 2 ຊັ້ນໃນເມືອງດັ່ງກ່າວໄດ້ຖືກທຳລາຍ ແລະພວກກູ້ໄພພົບສົບຂອງ 5 ຄົນທີ່ເສຍຊີວິດຢູ່ໃນຊາກຫັກພັງ ແລະຊ່ວຍຜູ້ທີ່ຍັງມີຊີວິດຢູ່ 3 ຄົນອອກມາ ແຕ່ຜູ້ນຶ່ງໄດ້ໄປເສຍຊີວິດຢູ່ໂຮງໝໍ.
“ເມືອງໂທເຣັດ ຖືກຍິງໂຈມຕີໃນມື້ນີ້ ເລີ້ມມາແຕ່ຕອນເຊົ້າພຸ້ນ. ອາຄານຫຼົບໄພຂອງປະຊາຊົນ 2 ຊັ້ນ ໄດ້ຖືກທຳລາຍ ຂະນະທີ່ລູກປືນໃຫຍ່ຕົກລົງມາໃສ່.