ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະພາບ ຢູໂຣບ ໃຫ້ເງິນ 207 ລ້ານຢູໂຣ ຊ່ວຍເຫຼືອ ລາວ


ບັນດາເຈົ້າໜ້າທີ່ ລາວ ແລະ ສະຫະພາບ ຢູໂຣບ ຖ່າຍ
ຮູບນຳກັນ ທີ່ກອງປະຊຸມລິເລີ່ມໃນການປຶກສາຫາລື ກ່ຽວ
ກັບ ແຜນງານການຮ່ວມມື ລະຫວ່າງ ສປປ ລາວ ກັບ ບັນດາປະເທດສະມາຊິກໃນສະຫະພາບ ຢູໂຣບ.
ບັນດາເຈົ້າໜ້າທີ່ ລາວ ແລະ ສະຫະພາບ ຢູໂຣບ ຖ່າຍ ຮູບນຳກັນ ທີ່ກອງປະຊຸມລິເລີ່ມໃນການປຶກສາຫາລື ກ່ຽວ ກັບ ແຜນງານການຮ່ວມມື ລະຫວ່າງ ສປປ ລາວ ກັບ ບັນດາປະເທດສະມາຊິກໃນສະຫະພາບ ຢູໂຣບ.

ສະຫະພາບ ຢູໂຣບ ໃຫ້ທຶນການຊ່ວຍເຫຼືອແກ່ ລາວ 207 ລ້ານຢູໂຣ ສຳລັບນຳໃຊ້ໃນ
ການພັດທະນາດ້ານໂພຊະນາການ, ການສຶກສາ ແລະ ການຍົກລະດັບປະສິດທິພາບ
ໃນການບໍລິຫານງານຂອງລັດຖະບານ ລາວ ຈົນເຖິງປີ 2020.

ສຳນັກງານຜູ້ຕາງໜ້າຂອງສະຫະພາບ ຢູໂຣບ ປະຈຳ ສປປ ລາວ ລາຍງານວ່າການ
ເສີມຂະຫຍາຍຄວາມຮ່ວມມືລະຫວ່າງ ສະຫະພາບ ຢູໂຣບ ກັບ ລັດຖະບານ ລາວ ໃນ
ປັດຈຸບັນ ແລະ ຍັງຈະຈັດຕັ້ງປະຕິບັດຕໍ່ໄປຈົນເຖິງປີ 2020 ໄດ້ເນັ້ນໜັກໃຫ້ຄວາມສຳ
ຄັນເປັນພິເສດໃນການພັດທະນາດ້ານໂພຊະນາການ, ດ້ານການສຶກສາ ແລະ ການ
ພັດທະນາ-ປັບປຸງເພື່ອຍົກລະດັບປະສິດທິພາບໃນການບໍລິຫານງານຂອງລັດຖະບານ
ລາວ ໂດຍສະຫະພາບ ຢູໂຣບ ໄດ້ອະນຸມັດງົບປະມານເຖິງ 207 ລ້ານຢູໂຣ ເພື່ອໃຫ້
ການຊ່ວຍເຫຼືອດັ່ງກ່າວແກ່ ລາວ.

ກ່ອນໜ້ານີ້ ກອງປະຊຸມຄັ້ງທີ 8 ຂອງຄະນະກຳມາທິການຮ່ວມລະຫວ່າງ ລາວ ກັບສະ
ຫະພາບຢູໂຣບ ກໍໄດ້ຮ່ວມກັນທົບທວນຄືນ ກ່ຽວກັບ ການຮ່ວມມືທະວີພາຄືທັງໃນດ້ານ
ການເມືອງ, ເສດຖະກິດ, ສັງຄົມ, ສິ່ງແວດລ້ອມທຳມະຊາດ, ການຄ້າ, ການລົງທຶນ
ແລະ ການພັດທະນາ-ປັບປຸງດ້ານສິດທິມະນຸດຂອງ ລາວ ໂດຍສະເພາະແມ່ນໃນດ້ານ
ການຄ້ານັ້ນ ສະຫະພາບຢູໂຣບ ໄດ້ຢືນຢັນວ່າ ລາວ ຍັງບໍ່ທັນໄດ້ຮັບຜົນປະໂຫຍດຢ່າງ
ເຕັມສ່ວນຈາກສິດທິພິເສດທາງການຄ້າທີ່ໄດ້ຮັບຈາກສະຫະພາບ ຢູໂຣບ ດັ່ງກ່າວ.

ທັງນີ້ໂດຍມີສາເຫດມາຈາກ 4 ປັດໃຈດ້ວຍກັນຄື ສິນຄ້າ ລາວ ຍັງມີຄຸນນະພາບບໍ່ໄດ້
ລະດັບມາດຕະຖານຂອງສະຫະພາບ ຢູໂຣບ, ຜູ້ສົ່ງອອກສິນຄ້າ ລາວ ຍັງຂາດຄວາມຮູ້
ແລະ ຄວາມເຂົ້າໃຈ ກ່ຽວກັບ ສິດທິພິເສດທາງການຄ້າ ຈຶ່ງເຮັດໃຫ້ການກຳໃຊ້ສິດທິພິ
ເສດຕ່າງໆຍັງບໍ່ເປັນປົກກະຕິ, ວິສາຫະກິດສ່ວນໃຫຍ່ໃນ ລາວ ກໍຍັງເປັນວິສາຫະກິດ
ຂະໜາດນ້ອຍທີ່ມີລັກສະນະການຜະລິດແບບຄອບຄົວ ຈຶ່ງບໍ່ມີຄວາມເຂົ້າໃຈໃນການ
ນຳໃຊ້ສິດທິພິເສດທາງດ້ານການຄ້າ ແລະ ການບໍ່ມີໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ ຈຶ່ງ
ສົ່ງສິນຄ້າໄປສະຫະພາບ ຢູໂຣບ ບໍ່ໄດ້ ແຕ່ກໍເຊື່ອວ່າຈະລົບລ້າງບັນຫາເຫຼົ່ານີ້ໃຫ້ໝົດ
ໄປ ດ້ວຍການຮ່ວມມືຮອບດ້ານລະຫວ່າງກັນ ດັ່ງທີ່ທ່ານ Michel Goffin ຜູ້ຕາງໜ້າ
ຂອງສະຫະພາບ ຢູໂຣບ ໄດ້ໃຫ້ການຢືນຢັນໃນໂອາກດໝົດວາລະຂອງການປະຕິບັດ
ໜ້າທີ່ໃນ ລາວ ເປັນເວລາເຖິງ 4 ປີເຄິ່ງ ເມື່ອບໍ່ນານມານີ້ວ່າ.

"ພວກເຮົາສາມາດປັບປຸງສາຍພົວພັນ ລະຫວ່າງ ທັງສອງປະເທດ, ເສີມຂະຫຍາຍການ
ຮ່ວມມື ທັງຍັງເພີ່ມການປຶກສາຫາລືໃນດ້ານການເມືອງນຳ. ສະຫະພາບ ຢູໂຣບ ປັດຈຸ
ບັນນີ້ເປັນອົງການຢ່າງຄົບຖ້ວນ ບໍ່ພຽງແຕ່ເປັນອົງການຜູ້ໃຫ້ທຶນເທົ່ານັ້ນ EU ມີບົດບາດ
ໃນດ້ານການທູດຢູ່ໃນປະເທດນີ້ ແລະ ພາກພື້ນແຫ່ງນີ້ ແຕ່ຄວາມຈິງແລ້ວ ລາວ ແມ່ນຢູ່
ຈຸດສູງກາງຂອງ ອາຊຽນ ເຊິ່ງມີຄວາມສຳຄັນຢ່າງຍິ່ງ ເພາະມີຕະຫຼາດທັງຫຼາຍຢູ່ອ້ອມ
ຮອບ."

ການຊ່ວຍເຫຼືອຂອງສະຫະພາບ ຢູໂຣບ ດັ່ງກ່າວນີ້ ໄດ້ມີຂຶ້ນໃນຖ່າມກາງສະພາບການ
ທີ່ລັດຖະບານ ລາວ ກຳລັງປະເຊີນກັບບັນຫາຂອງການເປັນໜີ້ຕ່າງປະເທດເພີ່ມຂຶ້ນ
ເພາະຕ້ອງກູ້ຢືມເງິນທຶນມາດຸ່ນດ່ຽງງົບປະມານລາຍຈ່າຍທີ່ນຳໃຊ້ໃນໂຄງການພັດທະ
ນາຕ່າງໆທີ່ເປັນການລົງທຶນຂອງລັດຖະບານ ເຊິ່ງເຮັດໃຫ້ລັດຖະບານ ລາວ ມີໜີ້ຕ່າງ
ປະເທດສະສົມຫຼາຍກວ່າ 6,900 ລ້ານໂດລາ ຫຼື ເທົ່າກັບ 52 ເປີເຊັນຂອງມູນຄ່າຜະລິດ
ຕະພັນລວມ (GDP) ໃນປີ 2016.

ຍິ່ງໄປກວ່ານັ້ນ ລັດຖະບານ ລາວ ຍັງມີໜີ້ສິນໃນປະເທດອື່ນເກີນກວ່າ 836 ລ້ານໂດລາ
ຫຼື ຄິດເປັນ 6.3 ເປີເຊັນຂອງ GDP ໃນປີ 2016 ອີກດ້ວຍ. ສ່ວນໃນປີ 2017 ກໍຄາດວ່າ
ຈະເພີ່ມຂຶ້ນອີີກທັງໜີ້ຕ່າງປະເທດ ແລະ ໜີ້ສິນພາຍໃນ ເພາະໃນ 6 ເດືອນທຳອິດຂອງປີ
2017 ນີ້ ລັດຖະບານ ລາວ ກໍປະເຊີນກັບການຂາດດຸນດ້ານງົບປະມານແລ້ວຫຼາຍກວ່າ
2,250 ຕື້ກີບ ຈຶ່ງຕ້ອງດຸ່ນດ່ຽງດ້ວຍການກູ້ຢືມທັງພາຍໃນ ແລະ ຈາກຕ່າງປະເທດເປັນ
ດ້ານຫຼັກ.

ຫາກແຕ່ວ່າເພື່ອເປັນການຄວບຄຸມສະພາວະການເປັນໜີ້ຕ່າງປະເທດໃຫ້ຢູ່ໃນອັດຕາທີ່
ເໝາະສົມກັບສະພາບຕົວຈິງດ້ານລາຍຮັບ-ລາຍຈ່າຍຂອງລັດຖະບານ, ສະພາແຫ່ງຊາດ
ລາວ ກໍໄດ້ລົງມະຕິໃຫ້ຈຳກັດສິດທິໃນການກູ້ເງິນຕ່າງປະເທດຂອງລັດຖະບານ ລາວ
ໃຫ້ຢູ່ໃນມູນຄ່າບໍ່ເກີນ 400 ລ້ານໂດລາເທົ່ານັ້ນໃນແຕ່ລະປີ.

ສ່ວນທະນາຄານແຫ່ງ ສປປ ລາວ ໄດ້ລາຍງານວ່າໜີ້ຕ່າງປະເທດຂອງລັດຖະບານ ລາວ
ໄດ້ເພີ່ມຂຶ້ນຈາກ 2,470 ກວ່າລ້ານໂດລາໃນປີ 2006 ເປັນຫຼາຍກວ່າ 5,627 ລ້ານໂດລາ
ໃນປີ 2015 ແລະ ເກີນກວ່າ 6,900 ລ້ານໂດລາໃນປີ 2016 ສຳລັບໃນປີ 2017 ກໍຄາດ
ວ່າຈະເພີ່ມຂຶ້ນເປັນ 7,300 ກວ່າລ້ານ ເພາະລັດຖະບານ ລາວ ຖືກຈຳກັດສິດທິການກູ້
ຢືມດັ່ງກ່າວ ຊຶ່ງເຮັດໃຫ້ຕ້ອງຂໍການຊ່ວຍເຫຼືອລ້າຈາກຕ່າງປະເທດຫຼາຍຂຶ້ນ.

XS
SM
MD
LG