ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ການເດີນຂະບວນ ປະທ້ວງເອົາສິດທິກະເທີຍ ໃນຣັດເຊຍ


ພວກກະເທີຍ ແລະເລສບຽນ ໃນນະຄອນນີວຢ໊ອກ ສະຫລອງດີໃຈ ກັບ ກົດໝາຍລັດທີ່ອະນຸຍາດ ໃຫ້ຄົນເພດດຽວກັນແຕ່ງງານກັນໄດ້
ພວກກະເທີຍ ແລະເລສບຽນ ໃນນະຄອນນີວຢ໊ອກ ສະຫລອງດີໃຈ ກັບ ກົດໝາຍລັດທີ່ອະນຸຍາດ ໃຫ້ຄົນເພດດຽວກັນແຕ່ງງານກັນໄດ້

ເມື່ອວັນເສົາວານນີ້ ຕໍາຫລວດຣັດເຊຍ ໄດ້ກັກຂັງພວກນັກເຄຶ່ອນໄຫວຈໍານວນຫລາຍເຖິງ 14 ຄົນທີ່ເຂົ້າປະກອບສ່ວນໃນການເດີນຂະບວນສິດທິກະເທີຍທີ່ບໍ່ໄດ້ຮັບອະນຸຍາດທີ່ເມືອງ Saint Petersburg ເມືອງໃຫຍ່ ອັນສອງຂອງລັດເຊຍນັ້ນ.

ພວກເຈົ້າໜ້າທີ່ຣັດເຊຍ ໄດ້ຫ້າມການເຕົ້າໂຮມຂອງພວກນັກເຄື່ອນໄຫວ ເພື່ອທວງເອົາສິດທິ ກະເທີຍຢູ່ເປັນປະຈໍາ.

ການເດີນຂະບວນປະທ້ວງ ແມ່ນເກີດຂື້ນພ້ອມໆກັນກັບການປະທ້ວງຕ່າງໆທີ່ສະໜັບສະໜຸນ ພວກກະເທີຍໃນພາກສ່ວນອື່ນໆໃນຢູໂຣບ.

ເມື່ອວັນເສົາວານນີ້ປະຊາຊົນຈໍານວນຫລາຍໝື່ນຄົນໄດ້ເຕົ້າໂຮມກັນຢູ່ທີ່ ນະຄອນຫລວງປາຣີ ປະເທດຝລັ່ງ. ຫລາຍໆຄົນສັນລະເສີນຂອງການອອກກົດໝາຍທີ່ອະນຸຍາດການແຕ່ງງານ ກັບເພດດຽວກັນໄດ້ຢູ່ໃນລັດ ນີວຢ໊ອກຂອງສະຫະລັດ ແລະຮຽກຮ້ອງໃຫ້ຝລັ່ງຈົ່ງເຮັດແບບ ດຽວກັນກັບສະຫະລັດ. ພວກນັກການເມືອງຝລັ່ງບາງຄົນກໍໄດ້ເຂົ້າຮ່ວມໃນການເດີນຂະບວນ ປະທ້ວງຄັ້ງນີ້.

ການໂຮມຊຸມນຸມດັ່ງກ່າວມີຂື້ນເປັນເວລາເກືອບໄດ້ສອງອາທິດ ຫລັງຈາກສະພາແຫ່ງຊາດ ຝລັ່ງ ໄດ້ປະຕິເສດຮ່າງຍັດຕິສະບັບນຶ່ງທີ່ສະເໜີໂດຍພັກສັງຄົມນິຍົມ ຊຶ່ງເປັນພັກຝ່າຍຄ້ານ ທີ່ຈະອະນຸຍາດໃຫ້ພວກກະເທີຍ ແຕ່ງງານກັນໄດ້.

ສ່ວນທີ່ປະເທດເຢຢຣະມັນ ປະຊາຊົນຫລາຍພັນຄົນທີ່ແຕ່ງຊຸດຢ່າງມີສີສັນ ໄດ້ໄປອັ່ງອໍກັນຢູ່ ໃນໃຈກາງເມືອງ Berlin ພາກັນຮຽກຮ້ອງໃຫ້ຍອມຮັບເອົາ ພວກກະເທີຍ ເລສບຽນ ຄົນສອງ ເພດ ແລະພວກແປງເພດ ຄາດວ່າທ່ານ Klaus Wowereit ເຈົ້າຄອງກໍາແພງ ນະຄອນ Berlin ຜູ້ເປັນກະເທີຍນັ້ນ ກໍຈະເຂົ້າປະກອບສ່ວນໃນການຮຽກຮ້ອງຄັ້ງນີ້ນໍາ.

ພວກປະເທດສະຊິກຂອງສະຫະພັນຢຸໂຣບບາງປະເທດ ໂຮມທັງ ສະເປນ ເບລຢ້ຽມ ແລະ ເນເທີແລນດ໌ ກໍໄດ້ອອກກົດໝາຍອະນຸດຍາດໃຫ້ພວກກະເທີຍແຕ່ງງານໄດ້.

XS
SM
MD
LG