ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຫົວ​ໜ້າ ນະ​ໂຍ​ບາຍ ຕ່າງ​ປະ​ເທດ ຂອງສະ​ຫະ​ພາບ ຢູ​ໂຣບ ຢ້ຽມ​ຢາມ ອີ​ຣ່ານ


ຫົ​ວ​ໜ້າ ນະ​ໂຍ​ບາຍ ຕ່າງ​ປະ​ເທດ ສະ​ຫະ​ພາບ ຢູ​ໂຣບ ທ່ານ ສະ​ຫະ​ພາບ ຢູ​ໂຣບ ທ່ານ ໂຈ​ເຊັບ ໂບ​ແຣ​ລ ລົມ​ກັບ​ນັກ​ຂ່າວ​ຢູ່​ສະ​ພາ ຢູ​ໂຣບ, ເມືອງ ສ​ຕ​ຣ​າ​ສບວກ, ປະ​ເທດ ຝ​ຣັ່ງ. 14 ມັງ​ກອນ, 2020.
ຫົ​ວ​ໜ້າ ນະ​ໂຍ​ບາຍ ຕ່າງ​ປະ​ເທດ ສະ​ຫະ​ພາບ ຢູ​ໂຣບ ທ່ານ ສະ​ຫະ​ພາບ ຢູ​ໂຣບ ທ່ານ ໂຈ​ເຊັບ ໂບ​ແຣ​ລ ລົມ​ກັບ​ນັກ​ຂ່າວ​ຢູ່​ສະ​ພາ ຢູ​ໂຣບ, ເມືອງ ສ​ຕ​ຣ​າ​ສບວກ, ປະ​ເທດ ຝ​ຣັ່ງ. 14 ມັງ​ກອນ, 2020.

ນັກ​ການ​ທູດ​ລະ​ດັບ​ສູງ​ຂອງ ສະ​ຫະ​ພາບ ຢູ​ໂຣບ ທ່ານ ໂຈ​ເຊັບ ໂບ​ແຣ​ລ ແມ່ນ​ກຳ​ລັງ​ຢ້ຽມ​ຢາມ​ນະ​ຄອນຫຼວງ ເຕ​ຫະ​ຣ່ານ ໃນ​ວັນ​ຈັນ​ມື້ນີ້ ສຳ​ລັບ​ການ​ເຈ​ລະ​ຈາ​ກັບ​ບັນ​ດາ​ເຈົ້າ​ໜ້າ​ທີ່ ອີ​ຣ່ານ ເພື່ອ​ລົມ ກ່ຽວ​ກັບ ການຫຼຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ​ໃນ​ພາກ​ພື້ນ ແລະ ເພື່ອ​ສະ​ແດງ​ການ​ສະ​ໜັບ​ສະ​ໜູນ​ສຳ​ລັບ​ຂໍ້​ຕົກ​ລົງ​ປີ 2015 ກ່ຽວ​ກັບ ໂຄງ​ການນິວ​ເຄ​ລຍຂອງ ອີ​ຣ່ານ.

ການ​ປະ​ຊຸມ​ໃນ​ວັນ​ຈັນ​ມື້ນີ້ ແລະ ວັນ​ອັງ​ຄານມື້​ອື່ນ ຈະ​ລວມ​ມີ​ປະ​ທາ​ນາ​ທິ​ບໍ​ດີ ອີ​ຣ່ານ ທ່ານ ຮາ​ສ​ຊານ ຣູ​ຮາ​ນີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ທ່ານ ໂມ​ຮຳ​ມັດ ຈາ​ວາດ ຊາ​ຣິ​ຟ​ ແລະ ໂຄ​ສົກ​ ສະ​ພາ​ແຫ່ງ​ຊາດ​ທ່ານ ອາ​ລີ ລາ​ຣີ​ຈາ​ນີ.

ການ​ເດີນ​ທາງ​ຂອງ​ທ່ານ ໂບ​ແຣ​ລ ແມ່ນ​ການ​ພະ​ຍາ​ຍາມ​ຄັ້ງຫຼ້າ​ສຸດ​ໂດຍ​ ສະ​ຫະ​ພາບ ຢູ​ໂຣບ ເພື່ອ​ຮັກ​ສາ​ຂໍ້​ຕົກ​ລົງ​ນິວ​ເຄ​ລຍ​ໄວ້ ລະ​ຫວ່າງ ອີ​ຣ່ານ ກັບ​ກຸ່ມ​ປະ​ເທດ​ມະ​ຫາ​ອຳ​ນາດ​ໂລກ ທີ່​ຈຳ​ກັດ​ໂຄງ​ການ​ນິວ​ເຄ​ລຍ​ຂອງ ອີ​ຣ່ານ ເພື່ອ​ແລກ ​ປ່​ຽນກັບ​ການ​ຜ່ອນ​ເບົາ​ມາດ​ຕະ​ການ​ລົງ​ໂທດ.

ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ໄດ້​ຖອນ​ຕົວ​ໂດຍ​ຝ່າຍ​ດຽວ​ອອກ​ຈາກ​ຂໍ້​ຕົກ​ລົງ​ນັ້ນ​ໃນ​ປີ 2018 ແລະ ໄດ້​ວາງ​ມາດ​ຕະ​ການ​ລົງ​ໂທດ​ໃສ່ ອີ​ຣ່ານ ຄືນ.

ຫ້າ​ຝ່າຍ​ທີ່​ຍັງ​ເຫຼືອ​ໃນ​ຂໍ້​ຕົກ​ລົງ​ນັ້ນ​ຄື ອັງ​ກິດ, ຝ​ຣັ່ງ, ເຢຍ​ຣະ​ມັນ, ຈີນ ແລະ ຣັດ​ເຊຍ ໄດ້​ສັນ​ຍາ​ວ່າ​ຈະ​ຮັກ​ຂໍ້​ຕົກ​ລົງ​ດັ່ງ​ກ່າວ​ໃຫ້​ມີ​ຊີ​ວິດ​ຢູ່​ຄື​ເກົ່າ.

ອີ​ຣ່ານ ໃນ​ທີ່​ສຸດ​ໄດ້​ຫຼຸດ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ເຂົາ​ເຈົ້າ ​ພາຍ​ໃຕ້​ຂອງ​ຕົກ​ລົງ​ດັ່ງ​ກ່າວ ໃນ​ຂະ​ນະ​ທີ່​ເຂົາ​ເຈົ້າ​ຕຳ​ໜິ​ຝ່າຍ​ອື່ນໆ ​ໃນ​ການບໍ່​ຮັກ​ສາ​ຄຳ​ສັນ​ຍາ​ຂອງ​ເຂົາ​ເຈົ້າ ເພື່ອ​ຊ່ວຍ​ເຂົາ​ເຈົ້າ​ໄດ້​ຮັບ​ການ​ລົງ​ໂທດ​ໜ້ອຍ​ລົງ.

ຫຼັງ​ຈາກ ສະ​ຫະ​ລັດ ໄດ້​ສັງ​ຫານ​ຜູ້​ບັນ​ຊາ​ການ​ລະ​ດັບ​ສູງ​ຂອງ ອີ​ຣ່ານ ທ່ານ ກາ​ສ​ເຊັມ ໂຊ​ເລ​ມາ​ນີ ໃນ​ເດືອນ​ມັງ​ກອນ​ນັ້ນ, ອີ​ຣ່ານ ໄດ້​ປະ​ກາດ​ວ່າ ເຂົາ​ເຈົ້າ​ຈະ​ບໍ່​ເຄົາ​ລົບ​ຂໍ້​ຈຳ​ກັດ​ທີ່​ກຳ​ນົດ​ໃສ່​ວ່າ​ເຂົາ​ເຈົ້າ​ສາ​ມາດ​ໃຊ້​ເຄື່ອງ​ຈັກ​ ທີ່ສາ​ມາດ​ໃຊ້​ໃນ​ການ​ກັ່ນ​ກຳ​ມັນ​ຕະ​ລັງ​ສີ​ໄດ້​ຈັກ​ໜ່ວຍ.

ທ່ານ ໂບ​ແຣ​ລ ໄດ້​ພົບ​ປະ​ກັບ​ທ່ານ ຊາ​ຣິ​ຟ ຢູ່ນອກກອງ​ປະ​ຊຸມ ໃນ​ປະ​ເທດ ອິນ​ເດຍ ເມື່ອວັນ​ທີ 16 ມັງ​ກອນ ທີ່​ຜ່ານ​ມາ ເພື່ອ​ກົດ​ດັນລັດ​ຖະ​ບານ ເຕ​ຫະ​ຣ່ານ ໃຫ້​ຮັກ​ສາ ຂໍ້​ຕົກ​ລົງ​ນິ​ເຄ​ລຍ​ທີ່​ແຕກ​ຫັກ​ໄດ້​ງ່າຍ​ຍິ່ງ​ຂຶ້ນ​ນັ້ນ, ອີງ​ຕາມ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ​ທີ່​ຖືກ​ເປີດ​ເຜີຍ​ໃນ​ນະ​ຄອນຫຼວງ ບ​ຣັ​ສ​ໂຊ​ລ​ສ໌ ປະ​ເທດ ແບ​ລ​ຈ​ຽມ.

ທ່ານ ໂບ​ແຣ​ລ ໄດ້​ກ່າວ​ຕໍ່​ທ່ານ ຊາ​ຣິ​ຟ ວ່າ ຂໍ້​ຕົກ​ລົງ​ດັ່ງ​ກ່າວ “ແມ່ນ​ສຳ​ຄັນ​ກວ່າ​ທີ່​ເຄີຍ​ມີ​ມາ,” ຍ້ອນ​ຄວາມ​ເຄັ່ງ​ຕຶງ​ທີ່​ເພີ່ມ​ຂຶ້ນ​ໃນ​ເຂດ​ຕາ​ເວັນ​ອອກ​ກາງ, ອີງ​ຕາມ​ການ​ກ່າວ​ຂອງ​ຖະ​ແຫຼງ​ການນັ້ນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG