ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວໜ້າດ້ານນະໂຍບາຍການຕ່າງປະເທດ ຂອງ EU ເດີນທາງໄປຮອດຈີນ ເພື່ອຫາລືກ່ອນກອງປະຊຸມສຸດຍອດ


ແຟ້ມຮູບ-ທ່ານໂຈເຊັບ ບໍເຣລ, ຫົວໜ້ານະໂຍບາຍການຕ່າງປະເທດຂອງສະຫະພາບຢູໂຣບ.
ແຟ້ມຮູບ-ທ່ານໂຈເຊັບ ບໍເຣລ, ຫົວໜ້ານະໂຍບາຍການຕ່າງປະເທດຂອງສະຫະພາບຢູໂຣບ.

ຫົວໜ້ານະໂຍບາຍການຕ່າງປະເທດ ຂອງສະຫະພາບຢູໂຣບ ທ່ານໂຈເຊັບ ບໍເຣລ (Josep Borrell) ໄດ້ເດີນທາງໄປເຖິງ ຈີນ ໃນວັນພະຫັດມື້ນີ້, ເພື່ອຊອກຫາຊ່ອງ​ທາງ​ຄຸ້ມ​ຄອງຍຸດທະສາດ "ຫຼຸດຄວາມສ່ຽງ" ຂອງກຸ່ມ ພ້ອມດ້ວຍພາຄີທາງການຄ້າທີ່ໃຫຍ່ທີ່ສຸດຂອງຕົນ ໃນລະຫວ່າງທີ່ກໍາລັງວາງພື້ນຖານໃຫ້ແກ່ກອງປະຊຸມສຸດຍອດທີ່ວາງແຜນໄວ້ໃນປີນີ້, ອີງຕາມລາຍງານຂອງອົງການຂ່າວ AFP.

ການ​ຢ້ຽມ​ຢາມ​ຄັ້ງ​ນີ້ ​ມີ​ຂຶ້ນພຽງບໍ່​ເທົ່າ​ໃດ​ມື້​ຫຼັງ​ຈາກ​ສົງ​ຄາມ​ລະ​ຫວ່າງ​ອິ​ສຣາ​ແອລ ​ແລະ​ກຸ່ມ​ຮາ​ມາ​ສ​ ລະເບີດຂຶ້ນ, ເຊິ່ງໄດ້ຜັກດັນໃຫ້ ທ່ານບໍເຣລ ຈັດ​ກອງ​ປະ​ຊຸມ​ສຸກ​ເສີນ​ຂອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ພາບຢູໂຣບຂຶ້ນ, ເຊິ່ງ ຈີນ ​ໄດ້​ຮຽກ​ຮ້ອງ​ໃຫ້​ທຸກ​ຝ່າຍ "ຢຸດຍິງ".

ການເດີນທາງຂອງທ່ານບໍເຣລ, ເຊິ່ງໄດ້ຖືກເລື່ອນເວລາສອງຄັ້ງໃນປີນີ້ ແລະຄາດໄວ້ວ່າ ກອງປະຊຸມຈະແກ່ຍາວຈົນຮອດວັນເສົານີ້, ໂດຍຈະລວມມີການເຈລະຈາກັບລັດຖະມົນຕີການຕ່າງປະເທດຈີນ ທ່ານຫວັງ ຢີ ແລະ ຈະແກ້ໄຂບັນຫາຕ່າງໆ ລວມທັງການພົວພັນສອງຝ່າຍ, ສິ່ງທ້າທາຍຢູ່ໃນໂລກ ແລະການຄ້າ.

ສະຫະພາບຢູໂຣບ (EU) ກ່າວ​ວ່າ ການ​ຢ້ຽມ​ຢາມ​ ​ເຊິ່ງເປັນ​ຄັ້ງ​ຫລ້າ​ສຸດ ​ໃນ​ການ​ຫາລື​ລະ​ດັບ​ສູງລະຫວ່າງ EU ແລະ ຈີນ, "ຄວນ​ຈະສົ່ງຜົນ​ຕໍ່​ກອງ​ປະ​ຊຸມ​ສຸດຍອດລະຫວ່າງ EU ແລະ ຈີນ ໃນ​ທ້າຍ​ປີ​ນີ້".

ທ່ານບໍເຣລ ກ່າວຢູ່ໃນບັນຊີທີ່ໄດ້ຮັບການຢືນຢັນກ່ຽວກັບທ່ານ ໃນສື່ສັງຄົມ X, ເຊິ່ງໃນເມື່ອກ່ອນແມ່ນທວິດເຕີ້ ວ່າ "ຫາ​ກໍ​ໄປຮອດຈີນ ເພື່ອເປັນປະທານຮ່ວມການເຈລະຈາຍຸດທະສາດລະຫວ່າງ EU ແລະ ຈີນ ກັບຄູ່ຕໍາແໜ່ງຂອງຂ້າພະ ເຈົ້າ ທ່ານຫວັງ ຢີ."

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG