ລັດຖະມົນຕີກະຊວງການຕ່າງປະເທດໃນສະຫະພາບຢູໂຣບ ຫລື ອີຢູ ທີ່ປະຊຸມກັນຢູ່ໃນນະຄອນຫຼວງຊາເກຣບຂອງປະເທດໂຄຣເອເຊຍ ໃນວັນສຸກວານນີ້ ກ່ຽວກັບວິກິດການຢູ່ໃນແຂວງອິດລິບຂອງຊີເຣຍ ໄດ້ມີຄວາມຍິນດີແບບລະມັດລະວັງຕໍ່ການກຢຸດຍິງຂອງຣັດເຊຍ ແລະເທີກີ.
ຜູ້ຕາງໜ້າລະດັບສູງຂອງ ອີຢູ, ທ່ານໂຈເຊັບ ບໍແຣລ ກ່າວໃນຂະນະທີ່ທ່ານເດີນທາງໄປເພື່ອ ເຂົ້າຮ່ວມກອງປະຊຸມດັ່ງກ່າວວ່າ “ແນ່ນອນ, ຂ້າພະເຈົ້າມີຄວາມຍິນດີກັບການຢຸດຍິງ, ການຢຸດຍິງເປັນເປັນຂ່າວດີ. ຢ່າງໜ້ອຍກໍເປັນເລື້ອງທີ່ດີ ມາພາກັນລໍຟັງເບິ່ງວ່າມັນຈະເປັນຢ່າງໃດ.”
ລັດຖະມົນຕີການຕ່າງປະເທດຂອງແອສໂທເນຍ, ທ່ານເອີມາສ ເຣນຊາລູ ກ່າວວ່າ “ບັດນີ້ເປັນທີ່ສຳຄັນທີ່ຈະສຸມໃສ່ການຊ່ວຍເຫຼືອດ້ານມະນຸດສະທຳ ແລະຂ້າພະເຈົ້າ ຈະຍິນດີເປັນຢ່າງຍິ່ງ ຖ້າຫາກຣັດເຊຍຈະໃຫ້ຄວາມນັບຖືແກ່ແນວຄວາມຄິດການລຳລຽງເຄື່ອງຊ່ວຍເຫຼືອດ້ານມະນຸດສະທຳໃຫ້ກວ້າງອອກໄປອີກ.”
ປະເທດອີຢູຈຳນວນນຶ່ງ ທີ່ນຳພາໂດຍເນເທີແລນ ໄດ້ຮຽກຮ້ອງໃຫ້ມີເຂດຫ້າມບິນຢູ່ໃນແຂວງອິດລິບ ເພື່ອຢຸດການຖີ້ມລະເບີດຂອງກຳລັງທະຫານລັດຖະບານທີ່ໄດ້ຮັບການໜູນຫຼັງຈາກຣັດເຊຍໃສ່ເປົ້າໝາຍພົນລະເຮືອນ.
ລັດຖະມົນຕີຕ່າງປະເທດຂອງ ເນເທີແລນ, ທ່ານສະແຕັຟ ບລັອກ ກ່າວວ່າ “ບັນດາປະເທດຢູໂຣບມີຄວາມຍິນດີທີ່ຈະໃຫ້ການຊ່ວຍເຫຼືອດ້ານມະນຸດສະທຳແກ່ແຂວງອິດລິບ. ບັນຫາທ້າທາຍກໍຄືການນຳເອົາການຊ່ວຍເຫຼືອເຂົ້າໄປໃນເຂດນັ້ນ ແລະນັ້ນເປັນບ່ອນທີ່ການຢຸດຍິງອາດ ຈະຊ່ວຍໄດ້. ເຂດຫ້າມບິນຜ່ານອາດຊ່ວຍໄດ້ຫຼາຍກວ່າ.”
ເຖິງຢ່າງໃດກໍດີ ບັນດາສະມາຊິກຂອງອີຢູ 27 ປະເທດບໍ່ມີອຳນາດທີ່ຈະປະຕິບັດ ຫຼືບັງຄັບໃຫ້ປະຕິບັດໃນການໃຫ້ມີເຂດຫ້າມບິນເຂດ ແລະພວກເຈົ້າໜ້າທີ່ພາກັນສະແດງຄວາມບໍ່ໝັ້ນໃນອອກມາເປັນການສ່ວນໂຕ.
ປະທານາທິບໍດີຣັດເຊຍ ທ່ານວລາເດີເມຍ ປູຕິນ ແລະນາຍົກລັດຖະມົນຕີເທີກີ ທ່ານຣີເຊັບ ຕາຍຢິບ ເອີໂດກັນ ໃນວັນພະຫັດໄດ້ເຫັນພ້ອມຕໍ່ການຢຸດຍິງຢູ່ທາງພາກຕາເວັນຕົກສຽງເໜືອແຂວງອິດລິບຂອງຊີເຣຍ ຫຼັງຈາກການສົນທະນາເພື່ອຫລຸດຜ່ອນຄວາມເຄັ່ງຕືງໃນຂົງເຂດ.
ຢູ່ມົສກູໃນວັນພະຫັດທີ່ຜ່ານມາ ຜູ້ນຳທັງສອງກ່າວວ່າ ການຢຸດຍິງຈະເປັນຜົນໃຊ້ຕອນທ່ຽງຄືນຕາມເວລາທ້ອງຖິ່ນໃນອິດລິບ ບ່ອນທີ່ຊີເຣຍ ແລະຣັດເຊຍ ໄດ້ໂຈມຕີຂັບໄລ່ພົນລະເຮືອນຫຼາຍກວ່າ 1 ລ້ານຄົນໄປສູ່ຊາຍແດນເທີກີໃນສາມເດືອນທີ່ຜ່ານມາ. ອິດລິບເປັນທີ່ໝັ້ນອັນແຂງແຮງແຫ່ງສຸດທ້າຍຂອງພວກກະບົດໃນຊີເຣຍ.
ອ່ານຂ່າວເພີ້ມເປັນພາສາອັງກິດ
EU foreign ministers meeting in Croatia's capital, Zagreb, Friday on the crisis in Syria's Idlib province cautiously welcomed the Russian-Turkish ceasefire.
"For sure I am pleased for the ceasefire, the ceasefire is good news. At least it's goodwill, let's see how it works," EU High Representative Josep Borrell said as he arrived for talks.
"It is important now to concentrate on humanitarian aid and I would welcome if Russia would respect the concept of humanitarian aid corridors to be widened," Estonian Foreign Minister Urmas Reinsalu said.
Some EU countries, led by the Netherlands, have called for a no-fly zone over Idlib to stop the Russian-backed government forces from bombing civilian targets.
"EU countries are willing to provide humanitarian aid to Idlib. The challenge is to get aid into the area and that's where the ceasefire might help. A no-fly zone might help even more," Dutch Foreign Minister Stef Blok said.
However, the 27-member bloc has no power to implement or enforce a no-fly zone, and officials have privately expressed skepticism.
Russian President Vladimir Putin and Turkish President Recep Tayyip Erdogan Thursday agreed to a cease-fire in northwestern Syrian province of Idlib, following talks on easing tensions in the region.
In Moscow Thursday, the two leaders said the cease-fire would take effect at midnight local time in Idlib, where a Syrian and Russian offensive has driven more than 1 million civilians toward the Turkish border over the past three months. Idlib is the last remaining rebel stronghold in Syria.