ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີ​ຢູ ​ຕໍ່ເວ​ລາ​ ການ​ລົງ​ໂທດ​ ​ຣັດ​ເຊຍ ອອກໄປ​ອີກ ຍ້ອນເລື້ອງສົງ​ຄາມ ໃນຢູ​ເຄ​ຣນ


ຄົນ​ພາ​ກັນ​ໄປ​ວາງດອກ​ໄມ້ ​ໄວ້​ອາ​ໄລ​ແກ່ ພວກ​ໄດ້​ຮັບ​ເຄາະ​ຮ້າຍ ຈາກ​ເຫດ​ເຮືອ​ບິນ ຂອງ​ມາ​ເລ​ເຊຍ​ຕົກ​ຢູ່​ໃກ້​ກັບ​ບ້ານ Hrabove, ເຂດ Donetsk ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄ​ຣນ​ໃນ​ວັນ​ທີ 17 ກໍ​ລະ​ກົດ 2017.
ຄົນ​ພາ​ກັນ​ໄປ​ວາງດອກ​ໄມ້ ​ໄວ້​ອາ​ໄລ​ແກ່ ພວກ​ໄດ້​ຮັບ​ເຄາະ​ຮ້າຍ ຈາກ​ເຫດ​ເຮືອ​ບິນ ຂອງ​ມາ​ເລ​ເຊຍ​ຕົກ​ຢູ່​ໃກ້​ກັບ​ບ້ານ Hrabove, ເຂດ Donetsk ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄ​ຣນ​ໃນ​ວັນ​ທີ 17 ກໍ​ລະ​ກົດ 2017.

ສະ​ຫະ​ພາບ​ຢູ​ໂຣບ ຫລື ອີ​ຢູ EU ໄດ້​ຍືດເວ​ລາ​ຂອງ​ການ​ລົງ​ໂທດ​ຕໍ່​ຣັດ​ເຊຍ​ທີ່​ກ່ຽວ​ພັນ​ກັບ​ເລື້ອງ​ສະ​ພາບ​ໂກ​ລະ​ຫົນຢູ່​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄ​ຣນ ແລະ​ຮຽກ​ຮ້ອງ​ໃຫ້​ຣັດ​ເຊຍ​ໃຫ້ຮ່ວມ​ມື​ກັບການ​ສືບ​ສວນ​ຕໍ່ເລື້ອງການ​ຍິງ​ເຮືອ​ບິນອາຍ​ພົ່ນ​ໂດຍ​ສານ​ຂອງ​ມາ​ເລ​ເຊຍ​ຕົກນັ້ນ ​ອອກ​ໄປອີກ.

ໂຄ​ສົກ​ຂອງ​ອີ​ຢູ (EU) ກ່າວ​ໃນ​ວັນ​ພະ​ຫັດ​ວານນີ້​ວ່າ "ການ​ລົງ​ໂທດ ​ຕໍ່​ຣັດ​ເຊຍ ແມ່ນ​ໄດ້​ຮັບ​ການ​ເຫັນ​ດີ​ແບບ​ເປັນ​ເອ​ກະ​ສັນ​ກັນ​ວ່າ ໃຫ້​ຍືດ​ເວ​ລາ​ອອກ​ໄປຕື່ມ​ອີກ 6 ເດືອນ ເພາະ​ບໍ່​ມີ​ການ​ຈັດ​ຕັ້ງ​ປະ​ຕິ​ບັດຂໍ້​ຕົກ​ລົງມິນ​ສ​ຄ໌.”

ທ່ານ​ໝາຍ​ເຖິງ​ຂໍ້​ຕົກ​ລົງປີ 2014 ທີ່​ແນ​ໃສ່​ຍຸ​ຕິການ​ສູ້​ລົບ​ກັນ ຢູ່​ໃນ​ພາກຕາ​ເວັນ​ອອກ​ຂອງ​ຢູ​ເຄ​ຣນ ລະ​ຫວ່າງພວກ​ກະ​ບົດ​ທີ່​ໜຸນ​ຫລັງ​ໂດຍ​ຣັດ​ເຊຍ ແລະ​ກຳ​ລັງ​ທະ​ຫານ​ຂອງ​ຢູ​ເຄ​ຣນ.

ທ່ານ ເຟ​ຣດ ແວ​ສ​ເຕີ​ເບັກ​ເກ (Fred Westerbeke) (ຂວາ) ໄອ​ຍະ​ການ​ຊາວ ເນ​ເທີ​ແລນ ເຂົ້າ​ຮ່ວມ​ການ​ສືບ​ສວນການ​ຍິງ​ເຮືອ​ບິນ​ຂອງ​ມາ​ເລ​ເຊຍ, ຖ້ຽວ​ບິນ MH17 ຕົກໃນ​ຢູ​ເຄ​ຣນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວ​ໃນ​ເນ​ເທີ​ແລນ, 28 ກັນ​ຍາ, 2016
ທ່ານ ເຟ​ຣດ ແວ​ສ​ເຕີ​ເບັກ​ເກ (Fred Westerbeke) (ຂວາ) ໄອ​ຍະ​ການ​ຊາວ ເນ​ເທີ​ແລນ ເຂົ້າ​ຮ່ວມ​ການ​ສືບ​ສວນການ​ຍິງ​ເຮືອ​ບິນ​ຂອງ​ມາ​ເລ​ເຊຍ, ຖ້ຽວ​ບິນ MH17 ຕົກໃນ​ຢູ​ເຄ​ຣນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວ​ໃນ​ເນ​ເທີ​ແລນ, 28 ກັນ​ຍາ, 2016

ການ​ລົງ​ໂທດ​ຊຸດ​ນຶ່ງ​ຕ່າງ​ຫາກ​ອີກ ທີ່​ຫ້າມ​ປະ​ເທດອີ​ຢູ (EU) ບໍ່​ໃຫ້​ເຮັດ​ທຸ​ລະ​ກິດ​ກັບ​ແຫລມ​ແຄ​ຣມ​ເມຍ ​ທີ່​ຣັດ​ເຊຍ​ໄດ້​ປະ​ກາດ​ໃຫ້​ເປັນ​ສວ່ນ​ນຶ່ງຂອງ​ຕົນ​ນັ້ນ ກໍຖືກ​ຍືດ​ເວ​ລາ​ອອກ​ໄປ​ອີກ​ນຶ່ງ​ປີ. ພ້ອມ​ກັນ​ນັ້ນ ສະ​ຫະ​ພາບ​ຢູ​ໂຣບຍັງ​ເວົ້າ​ອີກວ່າ ຕົນ​ກຳ​ລັງ​ພິ​ຈາ​ລະ​ນາທີ່​ຈະ​ປະ​ຕິ​ເສດບໍ່​ຮັບ​ຮູ້​ໜັງ​ສື​ຜ່ານ​ແດນ​ຣັດ​ເຊຍ​ທີ່​ອອກ​ໃຫ້​ຢູ່​ເຂດພາກຕາ​ເວັນ​ອອກ​ຂອງ​ຢູ​ເຄ​ຣນ.

ພວກ​ຜູ້​ນຳ​ຂອງ​ ອີ​ຢູ (EU) ຍັງ​ໄດ້​ຮຽກ​ຮ້ອງ​ໃຫ້​ຣັດ​ເຊຍ "ໃຫ້​ການ​ຮ່ວມ​ມື​ຢ່າງ​ເຕັມ​ສ່ວນ" ກັບ​ການ​ສືບ​ສວນ​ທີ່​ນຳ​ພາ​ໂດຍ​ຊາວ​ເນ​ເທີ​ແລນ” ຕໍ່​ເລື້ອງ​ການ​ຍິງ​ເຮືອ​ບິນອາຍ​ພົ່ນ​ໂດຍ​ສານ​ຂອງ​ມາ​ເລ​ເຊຍ​ຕົກໃນ​ປີ 2014 ຢູ່​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄ​ຣນທີ່​ໄດ້​ເຮັດ​ໃຫ້ 298 ຄົນ​ເສຍ​ຊີ​ວິດນັ້ນ.

ໃນ​ວັນ​ພຸດ​ຜ່ານ​ມານີ້ ພວກ​ໄອ​ຍະ​ການ​ໄດ້​ຕັ້ງ​ຂໍ້​ກ່າ​ວ​ຫາ​ຕໍ່ຄົນ​ຣັດ​ເຊຍ 3 ຄົນ --ຄື​ທ້າວ ອີ​ກໍ ເກີ​ຄິນ (Igor Girkin), ເຊີ​ເກ ດູ​ບິນ​ສ໌​ກີ (Sergey Dubinskiy) ແລະ ໂອ​ເລກ ພູ​ລາ​ຕັອ​ຟ (Oleg Pulatov) -- ແລະ​ຊາວ​ຢູ​ເຄ​ຣນຄົນ​ນຶ່ງ ຄື​ທ້າວ ເລ​ໂອ​ນິດ ຄາ​ເຊນ​ໂກ (Leonid Karchenko) ວ່າ​ເປັນ​ຄາດ​ຕະ​ກອນ.

"ສະ​ພາ​ຢູໂຣບກ່າວ​ເນັ້ນຢ້ຳ​ການ​ສະ​ໜັ​ບ​ສະ​ໜຸນ​ຂອງ​ຕົນ​ຢ່າງ​ເຕັມ​ສ່ວນ​ຕໍ່​ການ​ດຳ​ເນີນ​ຄວາມ​ພະ​ຍາ​ຍາມ​ທຸກ​ຢ່າງທີ່​ຈະ​ພາ​ໃຫ້​ມີ​ການ​ພົບ​ຄວາມ​ຈິງ, ​ຄວາມ​ຍຸ​ຕິ​ທຳ ແລະ​ຄວາມ​ຮັບ​ຜິດ​ຊອບ ​ຕໍ່​ພວກ​ໄດ້​ຮັບ​ເຄາະ​ຮ້າຍ ແລະ​ຍາດ​ພີ່​ນ້ອງ​ຂອງ​ພວກ​ເຂົາ​ເຈົ້າ," ນັ້ນ​ຄື​ຄຳ​ເວົ້າ​ຂອງ​ພວກ​ຜູ້​ນຳ ອີ​ຢູ (EU) ຊຶ່ງ​ໄດ້​ກ່າວ​ຕໍ່​ໄປ​ວ່າ ພວກ​ເພິ່ນ​ມີ​ຄວາມ​ເຊື່ອ​ໝັ້ນ​ຢ່າງ​ເຕັມ​ສ່ວນ ​ໃນຄວາມ​ເປັນ​ອິດ​ສະ​ລະ ແລະການ​ເຮັດ​ວຽກ​ແບບ​ເປັນ​ມື​ອາ​ຊີບຂອງ​ພວກ​ນັກ​ສືບ​ສວນ ສອບ​ສວນ.

ທ່ານ ເຟ​ຣດ ແວ​ສ​ເຕີ​ເບັກ​ເກ (Fred Westerbeke), ໄອ​ຍະ​ການ​ຊາວ ເນ​ເທີ​ແລນ ກ່າວຢູ່​ໃນ​ນະ​ຄອນ ເຮກ (Hague) ວ່າ ເຖິງ​ແມ່ນ​ພວກ​ຕ້ອງ​ສົງ​ໄສອາດ​ຈະ​ບໍ່​ໄດ້ “ກົດປຸ່ມ​ດ້ວຍ​ຕົນ​ເອງ​ກໍ​ຕາມ ແຕ່​ເປັນ​ໜ້າ​ສົງ​ໄສວ່າ ພວກເຂົາ​ກໍ​ໄດ້ມີ​ການຮ່ວມ​ມືກັນເປັນຢ່າງ​ດີ ​ເພື່ອ​ໃຫ້​ໄດ້​ເຄື່ອງ​ຍິງ​ຈະ​ຫລວດທີ່​ຍິງເຄື່ອງ​ບິນ​ອາຍ​ພົ່ນ ນັ້ນ."

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG