ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

EU ຕົກລົງຕໍ່ເວລາ ການລົງໂທດຣັດເຊຍ ອອກໄປອີກ 6 ເດືອນ


ສຳນັກງານໃຫຍ່ຂອງ EU ໃນນະຄອນຫຼວງ Brussels, ປະເທດ Belgium.
ສຳນັກງານໃຫຍ່ຂອງ EU ໃນນະຄອນຫຼວງ Brussels, ປະເທດ Belgium.

ບັນດາລັດຖະມົນຕີ​ການ​ຕ່າງປະ​ເທດ​ ຂອງສະຫະພາບ ຢູ​ໂຣບ
ໄດ້​ຕົກລົງ​ກັນຢ່າງ​ເປັນ​ທາງ​ການ ​ໃນວັນ​ຈັນ​ມື້​ນີ້​ ທີ່​ຈະ​ຕໍ່​ເວລາ
ການລົງ​ໂທດ​ຕໍ່ ຣັດ​ເຊຍ ອອກໄປຕື່ມ​ອີກ 6 ​ເດືອນ ​ໃນ​ການ​ຕອບ
​ໂຕ້​ຕໍ່​ບົດບາດຂອງ ຣັດ​ເຊຍ ຢູ່​ໃນ​ປະ​ເທດ​ເພື່ອນ​ບ້ານ ຢູ​ເຄຼນ.

ການເຄື່ອນ​ໄຫວ​ດັ່ງກ່າວ ມີ​ຂື້ນ​ໃນ​ກອງ​ປະຊຸມ​ຂອງບັນດາ ລັດຖະມົນຕີ​ຕ່າງປະ​ເທ​ດ ຂອງ​ EU ທີ່​ປະກອບ​ດ້ວຍ ​28 ປະ​ເທດ​ສະມາຊິກ ຢູ່​ປະ​ເທດ ລັກຊັມ​ເບີກ. ບັນດາ​ນັກ​ການ​ທູດ EU ​ໄດ້ໃຫ້ການ​ເຫັນ​ດີ​ໃນ​ເບື້ອງ​ຕົ້ນ ​ແກ່ມາດ​ຕະການດັ່ງກ່າວ​ ໃນ​ສັບປະດາ​ທີ່​ຜ່າ​ນມາ.

ການ​ລົງ​ໂທດ​ແມ່ນແນ​ໃສ່​ ພາກສ່ວນພະລັງງານ​, ປ້ອງ​ກັນ​ປະ​ເທດ ​ແລະ ການ​ເງິນຂອງ ຣັດ​ເຊຍ ແລະ ໄດ້​ດຳ​ເນີນ​ມາ​ແລ້ວ​ຕັ້ງ​ແຕ່ເດືອນ ກໍລະກົດ​ 2014, ສີ່​ເດືອນ​ຫຼັງ​ຈາກ ຣັດ​ເຊຍ​ ​ໄດ້ເຂົ້າ​ຍຶດຄອງ​ແຫຼມ Crimea ຂອງ​ ຢູ​ເຄຼນ. ບັດ​ນີ້​ ການ​ລົງ​ໂທດ​ດັ່ງກ່າວ​ແມ່ນ​ຈະ​ມີໄປ​ຮອດ​ ວັນທີ 31 ມັງ​ກອນ 2016.

​ໂຄສົກວັງ Kremlin ທ່ານ Dmitri Peskov ​ກ່າວ​ວ່າ ຣັດ​ເຊຍ ຖືວ່າມາດ​ຕະການ​ລົງໂທດ ເຫຼົ່ານັ້ນ ​ບໍ່​ມີ​ເຫດມີຜົນ ​ແລະ ວ່າການ​ໂຕ້​ຕອບ​ຂອງ ມອສ​ໂກ ແມ່ນຈະ​ມີ​ຂຶ້ນ​ບົນພື້ນ​ຖານ​ຂອງ​ການ “ຕອບ​ໂຕ້​ໃນ​ທຳນອງ​ດຽວກັນ.” ພວກນັກ​ວິ​ເຄາະໄດ້ກ່າວວ່າ ນັ້ນ​ອາດ​ຈະ​ໝາຍ​ເຖິງ​ການ​ສັ່ງ​ຫ້າມ​ເພີ່​ມ​ເຕີມ ຕໍ່ການ​ນຳ​ເຂົ້າ​ອາຫານ​ຂອງ ​ຢູ​ໂຣບ.

ຄາດວ່າ ຣັດເຊຍຈະຕໍ່ ຂໍ້ຫ້າມນຳເຂົ້າອາຫານ ຈາກອີຢູ:

XS
SM
MD
LG