ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ບັນ​ດາ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ສະ​ຫະ​ພາບ ຢູ​ໂຣບ ພິ​ຈາ​ລະ​ນາ​ສົ່ງ​ການ​ຊ່ວຍ​ເຫຼືອ​ດ້ານ​ລູກ​ປືນ​ໃຫ້ ຢູ​ເຄ​ຣນ


ທະ​ຫານ ຢູ​ເຄ​ຣນ ຍິງ​ປືນໃຫຍ່ ໂຮ​ວິດ​ເຊີ ໄປ​ໃສ່​ຕຳ​ແໜ່ງ​ຂອງ ຣັດ​ເຊຍ ໃກ້​ກັບ​ເມືອງ ບາກ​ມຸດ, ພາກ​ພື້ນ ໂດ​ເນັດ​ສ໌, ຢູ​ເຄ​ຣນ, 7 ມີ​ນາ 2023.
ທະ​ຫານ ຢູ​ເຄ​ຣນ ຍິງ​ປືນໃຫຍ່ ໂຮ​ວິດ​ເຊີ ໄປ​ໃສ່​ຕຳ​ແໜ່ງ​ຂອງ ຣັດ​ເຊຍ ໃກ້​ກັບ​ເມືອງ ບາກ​ມຸດ, ພາກ​ພື້ນ ໂດ​ເນັດ​ສ໌, ຢູ​ເຄ​ຣນ, 7 ມີ​ນາ 2023.

ບັນ​ດາ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ພາບ​ຢູ​ໂຣບ ໄດ້​ເຕົ້າ​ໂຮມ​ກັນ​ໃນ​ວັນ​ພຸດມື້ນີ້​ຢູ່​ນະ​ຄອນຫຼວງ ສ​ຕັອກ​ໂຮມ ປະ​ເທດ ສວີ​ເດັນ ດ້ວຍ​ການ​ຜັກ​ດັນ​ເພື່ອ​ສະ​ໜອງ​ລູກ​ປືນ​ເພີ່ມ​ເຕີມ​ໃຫ້​ກອງ​ກຳ​ລັງ ຢູ​ເຄ​ຣນ ແມ່ນ​ຫົວ​ຂໍ້​ສຳ​ຄັນ​ທີ່​ຈະ​ຖືກ​ປຶກ​ສາ​ຫາ​ລື​ໃນ​ກອງ​ປະ​ຊຸມ.

ໃນ​ການ​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ກ່ອນ​ການ​ປະ​ຊຸມ​ນັ້ນ, ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ແອັ​ສ​ໂທ​ເນຍ ທ່ານ ຮານ​ໂນ ເປ​ຟ​ເກີ ໄດ້​ສະ​ໜັບ​ສະ​ໜູນ​ໃຫ້​ບັນ​ດາ​ປະ​ເທດສະ​ຫະ​ພາບ​ຢູ​ໂຣບ ສະ​ໜອງ​ເງິນ​ເພື່ອ​ຊື້​ລູກ​ປືນ​ຮ່ວມ​ກັນ​ໃຫ້​ຢູ​ເຄ​ຣນ, ໂດຍ​ໂຕ້​ຖຽງ​ວ່າ​ຄວາມ​ພະ​ຍາ​ຍາມ​ດັ່ງ​ກ່າວ​ຈະ​ຂະ​ຫຍາຍ​ຄວາມ​ສາ​ມາດ​ຂອງ​ອຸດ​ສາ​ຫະ​ກຳ ແລະ ຊ່ວຍ​ເຫຼືອ​ການ​ຮັກ​ສາ​ຄວາມ​ປອ​ດ​ໄພ​ຂອງ​ສະ​ຫະ​ພາ​ບ​ຢູ​ໂຣບ​ໃນ​ອະ​ນາ​ຄົດ.

ຫົວ​ໜ້າ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ ສະ​ຫະ​ພາບຢູ​ໂຣບ ທ່ານ ໂຈເຊັບ ບໍ​ແຣ​ລ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ວ່າ ​ນອກ​ຈາກ​ການ​ພະ​ຍາ​ຍາມ​ຮ່ວມ​ກັນ​ເພື່ອ​ຂະ​ຫຍາຍ​ຄວາມ​ສາ​ມາດ​ຂອງອຸດ​ສາ​ຫະ​ກຳ​ການ​ປ້ອງ​ກັນ​ປະ​ເທດ​ນັ້ນ, ບັນ​ດາ​ສະ​ມາ​ຊິກ​ສະ​ຫະ​ພາບ​ຢູ​ໂຣບ ຄວນ​ສະ​ໜອງ​ລູກ​ປືນ​ໃຫ້​ຢູ​ເຄ​ຣນ ຈາກ​ຄັງ​ທີ່​ມີ​ຢູ່​ຂອງ​ເຂົາ​ເຈົ້າ​ໃນ​ໄລ​ຍະ​ອັນ​ໃກ້​ນີ້. ທ່ານ ບໍ​ແຣ​ລ ໄດ້​ກ່າວ​ວ່າ​ການ​ສົ່ງ​ສິ່ງ​ທີ່​ມີ​ຢູ່​ໃນ​ຕອນນີ້ ​ຈະ​ສາ​ມາດ​ເຮັດ​ໃຫ້​ແລ້ວ​ສຳ​ເລັດ​ພາຍ​ໃນ​ບໍ່​ເທົ່າ​ໃດ​ອາ​ທິດ.

ທ່ານ ບໍ​ແຣ​ລ ໄດ້​ກ່າວ​ວ່າ “ບັນ​ຫາ​ແມ່ນ​ຈະ​ສົ່ງ​ລູກ​ປືນ​ທີ່ ຢູ​ເຄ​ຣນ ຕ້ອງ​ການ​ໃຫ້​ໄດ້​ແນວ​ໃດ​ເພື່ອ​ສືບ​ຕໍ່​ການ​ປ້ອງ​ກັນ.”

ຢູ​ເຄ​ຣນ ໄດ້​ຂໍ​ບັນ​ດາ​ພັນ​ທະ​ມິດ​ໂດຍ​ສະ​ເພາະ​ເຈາະ​ຈົງ ເພື່ອ​ສະ​ໜອງ​ລູກ​ປືນ​ໃຫຍ່ 155 ມມ ໃຫ້​ເພີ່ມ​ເຕີມ.

ຫົວ​ໜ້າ​ກຸ່ມ​ທະ​ຫານ​ຮັບ​ຈ້າງ ແວກ​ເນີ ຂອງ ຣັດ​ເຊຍ, ທ່ານ ເຢ​ຟ​ເກ​ນີ ປ​ຣີ​ໂກ​ຊິນ ໄດ້​ກ່າວ​ໃນ​ວັນ​ພຸດ​ວານນີ້​ວ່າ ໜ່ວຍ​ຂອງ​ພວກ​ເຂົາ​ໄດ້​ເຂົ້າ​ຄວບ​ຄຸມ​ພື້ນ​ທີ່ກ້ຳ​ຕາ​ເວັນ​ອອກ​ຂອງ​ເມືອງ ບາກ​ມຸດ.

ຣັດ​ເຊຍ ໄດ້​ພະ​ຍາ​ຍາມ​ທີ່​ຈະ​ຍຶດ​ເອົາ​ເມືອງ​ດັ່ງ​ກ່າວ​ໃນ​ແຂວງ ໂດ​ເນັດ​ສ໌ ທາງ​ພາກ​ຕາ​ເວັນ​ອອກ​ຂອງ ຢູ​ເຄ​ຣນ ມາ​ໄດ້ຫຼາຍ​ເດືອນ​ແລ້ວ.

ທ່ານ ປ​ຣີ​ໂກ​ຊິນ ໄດ້​ກ່າວ​ວ່າ​ກອງ​ກຳ​ລັງ ແວກ​ເນີ ໄດ້​ຄວບ​ຄຸມ​ທຸກ​ເມືອງ​ຢູ່​ກ້ຳ​ຕາ​ເວັນ​ອອກ​ຂອງ​ແມ່​ນ້ຳ ບາ​ກມຸດ​ກາ, ເຊິ່ງ​ຈະ​ເທົ່າ​ກັບ​ປະ​ມານ​ເຄິ່ງ​ນຶ່ງ​ຂອງ​ເມືອງ​ນັ້ນ.

ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ຣັດ​ເຊຍ ທ່ານ ເຊີ​ເກ ຊອຍ​ກູ ໄດ້​ກ່າວ​ໃນ​ວັນ​ອັງ​ຄານ​ວານນີ້​ວ່າ ການ​ຍຶດ​ເອົາ​ເມືອງ​ບາກ​ມຸດ ແມ່ນ​ສຳ​ຄັນ​ສຳ​ລັບ​ການ​ເປີດ​ການ​ປະ​ຕິ​ບັດ​ການ​ໂຈມ​ຕີ​ຕໍ່​ໄປ​ໃນ​ພາກ​ພື້ນ​ນັ້ນ.

ບັນ​ດາ​ຜູ້​ນຳ ຢູ​ເຄ​ຣນ ໄດ້​ກ່າວ​ໃນ​ສອງ​ສາມ​ວັນ​ທີ່​ຜ່ານ​ມາ​ວ່າ ເຂົາ​ເຈົ້າ​ມີ​ຈຸ​ດ​ປະ​ສົງ​ທີ່​ຈະ​ຕໍ່​ສູ້​ຕໍ່​ໄປ​ໃນ​ເມືອງ ບາກ​ມຸດ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG