ບັນດາຜູ້ນໍາຂອງ 27 ປະເທດທີ່ປະກອບເປັນສະຫະພາບຢູໂຣບ ພາກັນເຕົ້າໂຮມກັນຢູ່ທີ່ນະຄອນຫຼວງ Brussels ປະເທດເບລຢ້ຽມເພື່ອເຂົ້າຮ່ວມກອງປະຊຸມສຸດຍອດໃນວັນພຸດມື້ນີ້ ທີ່ແນເປົ້າໝາຍໃສ່ການແກ້ໄຂບັນວິກິດການໜີ້ສິນ ທີ່ກໍາລັງຂົ່ມຂູ່ຕໍ່ຄວາມຢູ່ລອດຂອງສະຫະພາບຢູໂຣບຫຼືອີຢູນັ້ນ.
ຈຸດເພ່ງເລັງຂອງອີຢູ ໄດ້ປ່ຽນຈາກການປະຢັດມັດທະຍັດໄປສູ່ພວກນະໂຍບາຍທີ່ສະໜັບສະໜຸນການເຕີບໂຕ ນັບຕັ້ງແຕ່ການເລືອກຕັ້ງທ່ານ Fran-cois Hollande ຈາກພັກສັງຄົມນິຍົມ ເປັນປະທານາທິບໍດີຝຣັ່ງ ແລະສະພາບການການເມືອງທີ່ບໍ່ໄປບໍ່ມາຂອງປະເທດກຣີສ ບ່ອນທີ່ພວກປ່ອນບັດເລືອກຕັ້ງບໍ່ຍອມຮັບເອົາພັກການເມືອງຕ່າງໆທີ່ເຫັນພ້ອມກັບການຕັດງົບປະມານລົງຢ່າງຫຼວງຫຼາຍນັ້ນ ເພື່ອແລກປ່ຽນກັບເງິນຄໍ້າປະກັນ. ແຕ່ແນວໃດກໍດີ ອິດທິພົນຂອງທ່ານ Hollande ແມ່ນຂັດກັບທ່ານນາງ Angela Merkel ນາຍົກລັດຖະມົນຕີເຢຍຣະມັນ ທີ່ໄດ້ນໍາພາໃຫ້ມີການ
ຮັບເອົານະໂຍບາຍປະຢັດມັດທະຍັດນັບຕັ້ງແຕ່ວິກິດການໜີ້ສິນໄດ້ເລີີ່ມຕົ້ນຂຶ້ນ.
ມື້ນຶ່ງ ກ່ອນກອງປະຊຸມສຸດຍອດດັ່ງກ່າວນັ້ນສະພາພາກພື້ນຢູໂຣບໄດ້ເຫັນ ພ້ອມຕໍ່ໂຄງການນໍາທາງໂຄງການນຶ່ງ ທີ່ຈະໃຊ້ເງິນເກືອບ 300 ພັນລ້ານ ໂດລາ ໃນອັນທີ່ເອີ້ນວ່າ ເປັນໂຄງການພັນທະບັດສຳຫຼັບປີ 2012 ແລະ 2013 ເພື່ອໃຫ້ເງິນປະມານ 5 ພັນ 8 ຮ້ອຍລ້ານໂດລາ ຂອງໂຄງການການລົງທຶນຕ່າງໆນັ້ນ.