ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານອີຢູ ວ່າ ປະເທດ ສະມາຊິກ ສາມາດ ປະຕິເສດ ບໍ່ຈ່າຍ ເງິນຫວ່າງງານ ໃຫ້ອົບພະຍົບ


ທຸງຂອງສະຫະພາບຢູໂຣບຫຼືອີຢູ ທີ່ສຳນັກງານໃຫຍ່ ໃນນະຄອນ Brussels ປະເທດແບລຢ້ຽມ.
ທຸງຂອງສະຫະພາບຢູໂຣບຫຼືອີຢູ ທີ່ສຳນັກງານໃຫຍ່ ໃນນະຄອນ Brussels ປະເທດແບລຢ້ຽມ.

ສານ​ແຫ່ງ​ນຶ່ງ​ຂອງ​ສະຫະພາບ​ຢູ​ໂຣບກ່າວ​ວ່າ ພວກ​ປະ​ເທດ
​ສະມາຊິກຂອງ​ສະຫະພາບຢູ​ໂຣບສາມາດ​ປະຕິ​ເສດ​ໃຫ້​ເງິນ
​ຊ່ອຍ​ເຫຼືອ​ໃນ​ການ​ຫວ່າງ​ງານ​ສຳລັບ​ພວກ​ອົບ​ພະຍົບ​ທີ່​ເຂົ້າ​
ເມືອງ​ມາ​ໂດຍ​ສະ​ເພາະ​ເພື່ອ​ຢາກ​ໄດ້ເງິນ​ຊ່ອຍ​ເຫຼືອດັ່ງກ່າວ
​ແລະ​ບໍ່​ໃຊ້​ຄວາມ​ພະຍາຍາມ​ໃດໆ​ຊອກ​ຫາ​ວຽກ​ການ​ເຮັດ​ນັ້ນ. ​

ໃນ​ວັນ​ອັງຄານ​ວານ​ນີ້ ສານ​ຍຸຕິ​ທຳ​ແຫ່ງ​ນຶ່ງ​ຂອງ​ສະຫະພາບ​
ຢູ​ໂຣບ​ໄດ້​ຕັດສິນ​ວ່າ ພວກ​ປະ​ເທດ​ສະຫະພາບ​ຢູ​ໂຣບ “ສາ
ມາດ​ຫຼີກ​ເວັ້ນການ​ໃຫ້​ເງິນ​ຊ່ອຍ​ເຫຼືອສົງ​ເຄາະໃນ​ການ
ທ່ອງທ່ຽວ​ຕ່າງໆ​ໄດ້​ໂດຍ​ບໍ່​ໄດ້ລະ​ເມີດຕໍ່​ການ​ເຄື່ອນ​ໄຫວ​
ໄປມາ​ຢ່າງ​ເສລີ​ຂອງ​ພວກ​ພົນລະ​ເມືອງ​ນັ້ນ.”

ການ​ຕັດສິນ​ຂອງ​ສານ​ແຫ່ງ​ນີ້​ແມ່ນໃຫ້ການ​ສະໜັບສະໜຸນ​ແກ່ໂຄງການປະຊາ​ສົງ​ເຄາະ
​ຂອງ​ເຢຍຣະມັນ ທີ່​ປະຕິ​ເສດ​ໃຫ້ການ​ຊ່ອຍ​ເຫຼືອ​ຕ່າງໆແກ່​ຄົນ​ຫວ່າງ​ງານ​ຄົນ​ນຶ່ງ ທີ່​ເປັນ
​ອົບ​ພະຍົບມາຈາກ​ໂຣມາ​ເນຍນັ້ນ.

​ແມ່ຍິງ​ໂຣມາ​ເນຍຄົນ​ນີ້ ທີ່ເດີນທາງ​ເຂົ້າ​ມາ​ໃນ​ເຢຍຣະມັນ ​ໃນ​ປີ 2010 ໄດ້​ຟ້ອງ​ຮ້ອງ
ສູນ​ກາງ​ຊອກ​ຫາ​ວຽກ​ຫາ​ການ​ແຫ່ງ​ນຶ່ງ​ຂອງ​ເຢຍຣະມັນ ທີ່ ບໍ່​ຍອມ​ໃຫ້ການ​ຊ່ອຍ​ເຫຼືອ​
ໃດໆ​ແກ່​ນາງ ​ແລະ​ລູກ​ຊາຍ​ໜຸ່ມ​ນ້ອຍ​ຄົນ​ນຶ່ງ​ຂອງນາງ ຊຶ່ງຕົ້ນຕໍນັ້ນມີຄວາມ​ຕັ້ງ​ໃຈຂໍ​
ເງິນ​ຫວ່າງ​ງານ​ແລະເງິນ​ສຳລັບ​ລ້ຽງດູລູກ​ເຕົ້າ​ຂອງ​ເຂົາ​ເຈົ້າ​ເປັນ​ເວລາ​ດົນ​ນານ​ນັ້ນ.

ສານ​ດັ່ງກ່າວໃຫ້ຂໍ້ສັງເກດວ່າ ພວກ​ປະ​ເທດ​ສະມາຊິກ​ ສະຫະພາບ​ຢູ​ໂຣບ ບໍ່​ມີພັນທະ
ໃດໆທີ່ຈະໃຫ້​ການ​ຊ່ອຍ​ເຫຼືອ ​ແກ່​ພົນລະ​ເມືອງ​ຂອງ​ພວກ​ປະ​ເທດ​ສະມາຊິກ​ອີ​ຢູອື່ນໆ
​ໃນ​ຊ່ວງ 3 ​ເດືອນ​ທຳ​ອິດ ​ແລະ​ຖ້າ​ພວກ​ເຂົາ​ເຈົ້າ​ຫາກ​ຢູ່ດົນ​ໄປ ​ແລະ​ບໍ່​ເຮັດ​ວຽກ​ເຮັດ
​ການ ພວກ​ເຂົາ​ເຈົ້າ ຈະ​ຕ້ອງ​ມີ “​ແຫຼ່ງລາຍ​ໄດ້​ພຽງພໍ​ສຳລັບ​ລ້ຽງ​ຕົນ​ເອງ” ເພື່ອ​ຈະ​
ໄດ້​ຮັບ​ອະນຸຍາດໃຫ້ເປັນຄົນ​ເຂົ້າ​ເມືອງ​ຖາວອນ​ນັ້ນ.

ບັນດາ​ນັກວິ​ເຄາະ​ດ້ານ​ການ​ເມືອງ ກ່າວ​ວ່າ ຄຳ​ຕັດສິນ​ຂອງ​ສານ ມີ​ຂຶ້ນທ່າມກາງ​ຄວາມ​
ເປັນ​ຫ່ວງ​ກ່ຽວ​ກັບການທີ່​ມອງ​ເຫັນ​ວ່າ​ເປັນ​ການລະ​ເມີດໂຄງການ​ສັງຄົມ​ສົງ​ເຄາະ ​ໂດຍ​
ພວກ​ອົບ​ພະຍົບ​ເຂົ້າ​ເມືອງ ຈາກ​ບັນດາ​ປະ​ເທດ​ທີ່​ທຸກ​ຍາກ​ກວ່າ ​ຂອງ​ສະຫະພາບຢູໂຣບ
ນັ້ນ.

XS
SM
MD
LG