ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ສະ​ຫະ​ພາບ ຢູ​ໂຣບ ພິ​ຈາ​ລະ​ນາ​ການ​ຊ່ວຍ​ເຫຼືອ​ທາງ​ທະ​ຫານ ສຳ​ລັບ ຢູ​ເຄ​ຣນ, ວາງ​ມາດ​ຕະ​ການ​ລົງ​ໂທດ​ໃໝ່​ຕໍ່ ຣັດ​ເຊຍ


ທຸງຊາດ ຢູ​ເຄຣນ ແລະ ທຸງ​ຊາດ​ອື່ນໆ​ຂອງ ຢູ​ໂຣບ ປິວ​ສະ​ບັດ​ຢູ່ນອກ​ສະ​ພາ ຢູ​ໂຣບ, ເມືອງ ສ​ຕ​ຣາ​ສບວກ, ປະ​ເທດ ຝ​ຣັ່ງ, ວັນ​ທີ 5 ກໍ​ລະ​ກົດ 2022.
ທຸງຊາດ ຢູ​ເຄຣນ ແລະ ທຸງ​ຊາດ​ອື່ນໆ​ຂອງ ຢູ​ໂຣບ ປິວ​ສະ​ບັດ​ຢູ່ນອກ​ສະ​ພາ ຢູ​ໂຣບ, ເມືອງ ສ​ຕ​ຣາ​ສບວກ, ປະ​ເທດ ຝ​ຣັ່ງ, ວັນ​ທີ 5 ກໍ​ລະ​ກົດ 2022.

ບັນ​ດາ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ພາບ ຢູ​ໂຣບ ແມ່ນ​ກຳ​ລັງ​ພິ​ຈາ​ລະ​ນາ​ມາດ​ຕະ​ການ​ລົງ​ໂທດ​ໃໝ່​ຕໍ່ ຣັດ​ເຊຍ ແລະ ເງິນ​ເພີ່ມ​ເຕີມ​ເພື່ອ​ຊ່ວຍ​ເຫຼືອກອງ​ທັບ​ຂອງ ຢູ​ເຄ​ຣນ ຢູ່ກອງ​ປະ​ຊຸມ​ໃນ​ວັນ​ຈັນ​ມື້ນີ້, ໃນ​ຂະ​ນະ​ທີ່ ສະ​ຫະ​ລັດ ແມ່ນ​ໄດ້​ສັນ​ຍາ​ການ​ສືບ​ຕໍ່​ສະ​ໜັບ​ສະ​ໜູນສຳ​ລັບ ຢູ​ເຄ​ຣນ ທ່າ​ມ​ກາ​ງ​ການ​ໂຈມ​ຕີ​ທາງ​ອາ​ກາດ​ຂອງ ຣັດ​ເຊຍ ຕໍ່​ພື້ນ​ຖານ​ໂຄງ​ລ່າງ​ທີ່​ສຳ​ຄັນ.

ໂຄງ​ການ​ທີ່​ຖືກ​ສະ​ເໜີ​ໂດຍ ສະ​ຫະ​ພາບ ຢູ​ໂຣບ ທີ່ໄດ້​ມີ​ການ​ປຶກ​ສາ​ຫາ​ລື​ກັນ​ໃນ​ນະ​ຄອນຫຼວງ ບ​ຣັ​ສ​ໂຊ​ລ​ສ໌ ປະ​ເທດ ແບ​ລ​ຈຽມ ​ນັ້ນ​ຈະ​ສະ​ໜອງ​ທຶນສຳ​ລັບ​ອາ​ວຸດປະ​ມານ 2 ພັນ 1 ຮ້ອຍ​ລ້ານ​ໂດ​ລາ​ເພື່ອ​ສົ່ງ​ໃຫ້ ຢູ​ເຄ​ຣນ.

ສະ​ຫະ​ພາບ ຢູ​ໂຣບ ແມ່ນ​ໄດ້​ວາງ​ມາດ​ຕະ​ການ​ລົງ​ໂທດ ​ທີ່​ແນ​ເປົ້າ​ໃສ່​ບຸກ​ຄົນ ແລະ ອຸດ​ສາ​ຫະ​ກຳຂອງ ຣັດ​ເຊ​ຍ ແລ້ວ 8 ຮອບໃນ​ການ​ຕອບ​ໂຕ້​ຕໍ່​ການ​ບຸກ​ລຸກ​ຂອງ ຣັດ​ເຊຍ ທີ່​ໄດ້​ເລີ່ມ​ຂຶ້ນ​ໃນ​ເດືອນ​ກຸມ​ພາ​ທີ່​ຜ່ານ​ມາ. ຮອບ​ທີ​ 9 ຈະ​ລວມ​ມີ​ພວກ​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ ພ້ອມ​ກັບ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ແລະ ອຸດ​ສາ​ຫະ​ກຳ​ທະ​ນາ​ຄານ​ຂອງ ຣັດ​ເຊຍ.

ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ໂຈ ໄບ​ເດັນ ໄດ້​ລົມ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ ທາງ​ໂທ​ລະ​ສັບ​ໃນ​ວັນ​ອາ​ທິດ​ວານນີ້, ເຊິ່ງ​ແມ່ນ​ນຶ່ງ​ໃນ​ການ​ລົມ​ໂທ​ລະ​ສັບ​ກັນຫຼາຍ​ຄັ້ງ​ທີ່​ທ່ານ ເຊ​ເລັນ​ສ​ກີ ໄດ້​ຈັດ​ຂຶ້ນ​ກັບ​ບັນ​ດາ​ຜູ້​ນຳ​ໂລກ​ກ່ອນ​ການ​ເຈ​ລະ​ຈາ ສະ​ຫະ​ພາບ ຢູ​ໂຣບ ແລະ ກອງ​ປະ​ຊຸມ​ທີ່​ສຳ​ຄັນ​ອື່ນໆ​ໃນ​ອາ​ທິດນີ້.

ຖະ​ແຫຼງ​ການ​ທຳ​ນຽບ​ຂາວ​ໄດ້​ກ່າວ​ວ່າ ທ່ານ ໄບ​ເດັນ “ໄດ້​ຢືນ​ຢັນ​ອີ​ກ​ຄັ້ງ ກ່ຽວ​ກັບ ຄຳ​ໝັ້ນ​ສັນ​ຍາ​ຂອງ ສະ​ຫະ​ລັດ ທີ່​ຈະ​ສືບ​ຕໍ່​ສະ​ໜອງ​ການ​ຊ່ວຍ​ເຫຼືອ​ດ້ານ​ຄວາມ​ປອດ​ໄພ​, ເສດ​ຖະ​ກິດ ແລະ ມະ​ນຸດ​ສະ​ທຳ​ຕໍ່ ຢູ​ເຄ​ຣນ, ນຳ​ເອົາ ຣັດ​ເຊຍ ມາ​ຮັບ​ຜິດ​ຊອບ​ສຳ​ລັບ​ອາ​ຊະ​ຍາ​ກຳ​ສົງ​ຄາມ ແລະ ຄວາມ​ໂຫດ​ຮ້າຍ​ຂອງ​ເຂົາ​ເຈົ້າ, ແລະ ສ້າງ​ຄວາມ​ເສຍ​ຫາຍ​ຕໍ່ ຣັດ​ເຊຍ ສຳ​ລັບ​ການ​ຮຸກ​ຮານ​ຂອງ​ເຂົາ​ເຈົ້າ.”

ປະ​ທາ​ນາ​ທິ​ບໍ​ດີ ຝ​ຣັ່ງ ທ່ານ ເອັມ​ມາ​ນູ​ແອ​ລ ມາກ​ຣົງ ໄດ້​ກ່າວຫຼັງ​ຈາກ​ການ​ສົນ​ທະ​ນາ​ຂອງ​ທ່ານ​ເອງ ​ກັບ​ທ່ານ ເຊ​ເລັນ​ສ​ກີ ວ່າ ຢູ​ເຄ​ຣນ ສາ​ມາດ​ເພິ່ງ​ພາ​ການ​ສະ​ໜັບ​ສະ​ໜູນ​ຂອງ​ປະ​ເທດ​ຂອງ​ທ່ານ “ດົນ​ເທົ່າ​ທີ່​ມັນ​ຈະ​ດົນ​ເພື່ອ​ນຳ​ເອົາ​ອຳ​ນາດ​ອະ​ທິ​ປະ​ໄຕ ແລະ ຜືນ​ແຜນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ເຂົາ​ເຈົ້າ​ກັບ​ຄືນ​ມາ.”

ທ່ານ ມາກ​ຣົງ ໄດ້​ກ່າ​ວຢ້ຳ​ກອງ​ປະ​ຊຸມ​ທີ່ ຝ​ຣັ່ງ ຈະ​ເປັນ​ເຈົ້າ​ພາບ​ຈັດ​ໃນ​ວັນ​ອັງ​ຄານມື້​ອື່ນ​ ເພື່ອ​ຈັດ​ການ​ຊ່ວຍ​ເຫຼືອ​ເພື່ອ​ຊ່ວຍ ຢູ​ເຄ​ຣນ “ຜ່ານ​ຜ່າ​ລະ​ດູ​ໜາວ” ພ້ອມ​ກັບ​ອີກ​ຄັ້ງ​ນຶ່ງ ​ທີ່​ຫວັງ​ຈະ​ທຳ​ຄວາ​ມ​ພະ​ຍາ​ຍາມ ​ເພື່ອ​ສ້າງ​ສາງ​ປະ​ເທດ ຢູ​ເຄ​ຣນ ຄືນ.

ທ່ານ ເຊ​ເລັນ​ສ​ກີ ໄດ້​ກ່າວ​ວ່າ​ທ່ານ​ຍັງ​ໄດ້​ລົມ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ເທີ​ກີ ທ່ານ ຣີ​ເຊັບ ໄຕ​ຢິບ ເອີ​ດູ​ອານ ໃນ​ວັນ​ອາ​ທິດ​ວານນີ້ ກ່ຽວ​ກັບ ໂອ​ກາດ​ຂອງ​ການ​ຂະ​ຫຍາຍ​ໂຄງ​ການ​ລິ​ເລີ່ມ​ອາ​ຫານ​ປະ​ເພດ​ເມັດ​ທະ​ເລ​ດຳ ພາຍ​ໃຕ້​ອັນ​ທີ່ ຢູ​ເຄ​ຣນ ສາ​ມາດ​ທີ່​ຈະ​ສົ່ງ​ອອກ​ອາ​ຫານ​ປະ​ເພດ​ເມັດ​ຂອງ​ເຂົາ​ເຈົ້າອອກ​ຈາກ​ທ່າ​ເຮືອ​ສາມ​ແຫ່ງ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG