ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ສະຫະພາບ ຢູໂຣບ ຢືນຢັນມາດຕະການລົງໂທດຊຸດໃໝ່ ຕໍ່ ຣັດເຊຍ


ຜູ້ແທນລະດັບສູງຂອງສະຫະພາບຢູໂຣບ ທີ່ຮັບຜິດຊອບ ກ່ຽວກັບ ນະໂຍບາຍການຕ່າງປະເທດ ແລະ ຄວາມໝັ້ນຄົງ ທ່ານ ໂຈເຊັບ ບໍແຣລ໌ ເດີນທາງຮອດນະຄອນຫຼວງ ສກົບເຈ, ປະເທດ ມາເຊໂດເນຍເໜືອ. 14 ມີນາ, 2022.
ຜູ້ແທນລະດັບສູງຂອງສະຫະພາບຢູໂຣບ ທີ່ຮັບຜິດຊອບ ກ່ຽວກັບ ນະໂຍບາຍການຕ່າງປະເທດ ແລະ ຄວາມໝັ້ນຄົງ ທ່ານ ໂຈເຊັບ ບໍແຣລ໌ ເດີນທາງຮອດນະຄອນຫຼວງ ສກົບເຈ, ປະເທດ ມາເຊໂດເນຍເໜືອ. 14 ມີນາ, 2022.

ຫົວໜ້ານະໂຍບາຍການຕ່າງປະເທດ ສະຫະພາບ ຢູໂຣບ ທ່ານ ໂຈເຊັບ ບໍແຣລ (Josep Borrell) ໄດ້ຢືນຢັນວ່າກຸ່ມດັ່ງກ່າວແມ່ນໄດ້ກຽມພ້ອມທີ່ຈະວາງມາດຕະການລົງໂທດຮອບທີສີ່ຕໍ່ ຣັດເຊຍ ສຳລັບການບຸກລຸກ ຢູເຄຣນ ຂອງເຂົາເຈົ້າ.

ໃນການກ່າວຄຳປາໄສຢູ່ນະຄອນຫຼວງ ສກົບເຈ ໃນລະຫວ່າງການຢ້ຽມຢາມ ປະເທດ ມາເຊໂດເນຍເໜືອ ໃນວັນຈັນວານນີ້, ນັກການທູດລະດັບສູງຂອງສະຫະພາບຢູໂຣບດັ່ງກ່າວໄດ້ກ່າວຫາ ມົສກູ ກ່ຽວກັບ ການແນເປົ້າໃສ່ພົນລະເຮືອນໃນສົງຄາມຂອງເຂົາເຈົ້າຕໍ່ ຢູເຄຣນ, ໂດຍກ່າວຢໍ້າວ່າພົນລະເຮືອນ “ຫຼາຍກວ່າ” 2,400 ຄົນໄດ້ເສຍຊີວິດໃນເມືອງທ່າເຮືອ ມາຣີອູໂປລ ທີ່ຖືກປິດລ້ອມນັ້ນແຫ່ງດຽວ.

ທ່ານ ບໍແຣລ ໄດ້ກ່າວວ່າ “ສົງຄາມຂອງທ່ານ ປູຕິນ ບໍ່ແມ່ນ ກ່ຽວກັບ ຢູເຄຣນ ພຽງເທົ່ານັ້ນ, ມັນກ່ຽວກັບ ຄວາມປອດໄພ ແລະ ຄວາມໝັ້ນຄົງຂອງທະວີບ ຢູໂຣບ ຂອງພວກເຮົາ. ມັນໄດ້ສົ່ງຜົນກະທົບຕໍ່ພວກເຮົາໝົດທຸກຄົນ,” ທ່ານກ່າວອີກວ່າມາດຕະການລົງໂທດອີກຊຸດນຶ່ງຈະແນເປົ້າໃສ່ເຫຼັກ, ຖ່ານຫີນ ແລະ ຝ່າຍພະລັງງານຂອງ ຣັດເຊຍ, ເຊັ່ນດຽວກັບການເຂົ້າຫາຕະຫຼາດຂອງເຂົາເຈົ້າ ແລະ ການເປັນສະມາຊິກໃນສະຖາບັນການເງິນສາກົນ.

ທ່ານ ບໍແຣລ ໄດ້ກ່າວວ່າ “ນີ້ຈະເປັນຜົນກະທົບທີ່ສຳຄັນອີກຄັ້ງນຶ່ງຕໍ່ເສດຖະກິດ ແລະ ໂລຈິສຕິກ ອີງໃສ່ສິ່ງທີ່ວັງ ເຄຣັມລິນ ໄດ້ສ້າງໃນການບຸກລຸກ ແລະ ເອົາແຫຼ່ງຊັບພະຍາກອນຕ່າງໆມາເປັນເງິນທຶນໃຫ້ມັນ.” ທ່ານບໍ່ໄດ້ໃຫ້ລາຍລະອຽດຕື່ມອີກ

ນຶ່ງໃນການຕໍ່ສູ້ທີ່ຮຸນແຮງທີ່ສຸດແມ່ນໄດ້ເກີດຂຶ້ນໃນເມືອງ ມາຣີອູໂປລ, ເຊິ່ງແມ່ນເມືອງທ່າເຮືອທີ່ສຳຄັນໃນພາກຕາເວັນອອກຂອງ ຢູເຄຣນ, ບ່ອນທີ່ກອງກຳລັງ ຣັດເຊຍ ໄດ້ລະດົມຍິງໃສ່ໂຮງໝໍທີ່ເບິ່ງແຍງແມ່ຍິງຖືພາ ແລະ ທຳລາຍຕຶກອາພາດເມັ້ນ, ເຮັດໃຫ້ເມືອງດັ່ງກ່າວຖືກທຳລາຍ.

ການລະດົມຍິງຢ່າງຕໍ່ເນື່ອງເຂົ້າໃສ່ເມືອງດັ່ງກ່າວໄດ້ຂັດຂວາງການພະຍາຍາມຢ່າງຊໍ້າແລ້ວຊໍ້າອີກທີ່ຈະນຳເອົາອາຫານ ແລະ ນໍ້າເຂົ້າໄປ ແລະ ອົບພະຍົບພົນລະເຮືອນທີ່ຕິດຄ້າງຢູ່ຫຼາຍສິບພັນຄົນອອກມາ.

ໃນວັນຈັນວານນີ້ ຣັດເຊຍ ໄດ້ກ່າວວ່າເຂົາເຈົ້າໄດ້ສ້າງເງື່ອນໄຂທີ່ຈະເປີດເສັ້ນ ທາງມະນຸດສະທຳ ແລະ ວ່າການອົບພະຍົບຂະໜາດໃຫຍ່ຂອງປະຊາຊົນແມ່ນໄດ້ເລີ່ມຂຶ້ນ.

ຮອງນາຍົກລັດຖະມົນຕີ ຢູເຄຣນ ທ່ານນາງ ໄອຣີນາ ເວເຣສຊຸກ (Iryna Vereshchuk) ໄດ້ກ່າວວ່າຂະບວນລົດນຶ່ງໄດ້ພະຍາຍາມທີ່ຈະໄປເຖິງເມືອງດັ່ງກ່າວເພື່ອສົ່ງການຊ່ວຍເຫຼືອ ແລະ ຊ່ວຍແມ່ຍິງ ແລະ ເດັກນ້ອຍ, ແຕ່ດ້ວຍການພະຍາຍາມທີ່ຄ້າຍຄືກັນ ໃນອາທິດທີ່ຜ່ານມາ, ເຊິ່ງແມ່ນຕອນບ່າຍນັ້ນ ເຂົາເຈົ້າບໍ່ສາມາດ ທີ່ຈະເຂົ້າໄປໃນເມືອງດັ່ງກ່າວ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG