ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຄະ​ນະ​ກຳ​ມະ​ການຂອງ ອີ​ຢູ ​ສຳ​ເລັດ​ບົດ​ລາຍ​ງານ ການ​ລະ​ເມີດ​ສິດ​ທິ​ມະ​ນຸດ ​ໃນ​ກຳ​ປູ​ເຈຍ ທີ່ອາດ​​ພາໃຫ້​​ງົດສິດ​ທິ​ພິ​ເສດ ​ດ້ານ​ການ​ຄ້າ


ທ່ານ​ນາງ Cecilia Malmström, ຫົວ​ໜ້າ​ຄະ​ນະ​ກຳ​ມະ​ການ ດ້ານ​ການ​ຄ້າ ກ່າວ​ຕໍ່​ພວກ​ນັກ​ຂ່າວ ຢູ່​ໃນ​ກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວ ຢູ່​ສຳ​ນັກ​ງານ​ໃຫຍ່ຂອງຄະ​ນະ​ກຳ​ມະ​ການຢູ​ໂຣບ ໃນ Brussels, ໃນ​ວັນ​ທີ 15 ເມ​ສາ, 2019. (ຖ່າຍ​ໂດຍ Francisco Seco/ອົງ​ການ​ຂ່າວ AP)
ທ່ານ​ນາງ Cecilia Malmström, ຫົວ​ໜ້າ​ຄະ​ນະ​ກຳ​ມະ​ການ ດ້ານ​ການ​ຄ້າ ກ່າວ​ຕໍ່​ພວກ​ນັກ​ຂ່າວ ຢູ່​ໃນ​ກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວ ຢູ່​ສຳ​ນັກ​ງານ​ໃຫຍ່ຂອງຄະ​ນະ​ກຳ​ມະ​ການຢູ​ໂຣບ ໃນ Brussels, ໃນ​ວັນ​ທີ 15 ເມ​ສາ, 2019. (ຖ່າຍ​ໂດຍ Francisco Seco/ອົງ​ການ​ຂ່າວ AP)

ຄະ​ນະ​ກຳ​ມະ​ການຂອງສະ​ຫະ​ພາບ​ຢູ​ໂຣບ ໄດ້ສຳ​ເລັດການ​ຂຽນບົດ​ລາຍ​ງານຂັ້ນ​ຕົ້ນ​ຂອງ​ຕົນກ່ຽວ​ກັບການ​ລະ​ເມີດ​ສິດ​ທິ​ມະ​ນຸດ​ຢູ່​ໃນ​ກຳ​ປູ​ເຈຍທີ່​ອາດ​ຈະ​ພາໃຫ້​ມີ​ການ​ງົດ​ສິດ​ທິ​ພິ​ເສດ​ທາງ​ການ​ຄ້າ​ທີ່​ສຳ​ຄັນທີ່​ສຸດ ໂດຍ​ທີ່ທ່ານ​ຊຳ ແຣນ​ຊີ, ຜູ້​ນຳ​ພັກ​ຝ່າຍ​ຄ້ານເວົ້າ​ວ່າ ການ​ກົດ​ດັນ​ຂອງ​ມາດ​ຕະ​ການ​ລົງ​ໂທດ​ນີ້ແມ່ນ​ໃຊ້​ໄດ້​ຜົນໃນ​ການ​ຟື້ນ​ຟູ​ປະ​ຊາ​ທິ​ປະ​ໄຕຄືນນັ້ນ.

ຄະ​ນະ​ກຳ​ມະ​ການດັ່ງ​ກ່າວ ໄດ້​ເຮັດ​ບົດ​ລາຍງານທີ່​ວ່ານີ້ ​ສຳ​ເລັດລົງ​ໃນ​ວັນ​ອັງ​ຄານ​ຜ່ານ​ມາ ພາຍ​ຫລັງ​ທີ່ ສິ້ນ​ສຸດການ​ດຳ​ເນີນ​ການ​ສືບ​ສວນ ສອບ​ສວນຢູ່​ມີໄລ​ຍະ​ 3 ເດືອນ​ ໃນ​ເດືອນ​ສິງ​ຫາ 2019 ຜ່ານ​ມາ. ບົດ​ລາຍ​ງານດັ່ງ​ກ່າວບໍ່​ໄດ້ຖືກ​ນຳ​ອອກ​ມາ​ເຜີຍ​ແຜ່ ແລະ​ກົງ​ກັນ​ຂ້າມ​ຈະ​ຖືກ​ສົ່ງ​ໄປ​ໃຫ້​ລັດ​ຖະ​ບານ​ຂອງກຳ​ປູ​ເຈຍ ທີ່ຈະ​ມີ​ເວ​ລາ 1 ເດືອນ ເພື່ອໃຫ້​ຄຳ​ຕອບ​ຢ່າງ​ເປັນ​ທາງ​ການ​ຕໍ່ບົດລາຍ​ງານນັ້ນ.

ຂຶ້ນ​ກັບ​ຄຳ​ແນະ​ນຳ​ຢູ່​ໃນ​ບົດ​ລາ​ຍ​ງານນັ້ນ, ກຳ​ປູ​ເຈຍ ສາ​ມາດ​ທີ່​ຈະ​ເຫັນ​ໄດ້​ວ່າ ມີ​ກາ​ນ​ງົດ​ສິດ​ທິ​ພິ​ເສດ​ດ້ານ​ການ​ຄ້າ​ທີ່​ໃຊ້​ກັບ​ທຸກ​ຢ່າງ​ຍົກ​ເວັ້ນ​ອາ​ວຸດ ຫລື EBA ທີ່​ມີ​ຄວາມ​ສຳ​ຄັນ​ຢ່າງ​ຍິ່ງ ໂດຍ​ສະ​ເພາະ​ຕໍ່​ການ​ສົ່ງ​ອອກເສື້ອ​ຜ້າ ແລະ ສິນ​ຄ້າ​ປະ​ເພດຖົງ​ຕີນ​ແລະ​ເກີບຕ່າງໆ ນັ້ນ​ໄວ້​ຊົ່ວ​ຄາວ. ຢູ່​ໃນ​ຖະ​ແຫລງ​ການ​ສະ​ບັບ​ນຶ່ງ​ຂອງຄະ​ນະ​ກຳ​ມະ​ການສະ​ຫະ​ພາບ​ຢູ​ໂຣບໃນ​ວັນ​ອັງ​ຄານ​ຜ່ານ​ມາ ໄດ້​ຊີ້​ໄປ​ໃສ່​ກຳ​ປູ​ເຈຍວ່າ​ເປັນ​ຜູ້​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຫລາຍ​ເປັນ​ອັນດັບ​ສອງຈາກ​ລະ​ບົບ EBA ຊຶ່ງ​ມີ​ສິນ​ຄ້າ​ສົ່ງ​ອອກ​ທີ່​ມີ​ມູນ​ຄ່າປະ​ມານ 5.5 ຕື້ ໂດ​ລາ.
ຖະ​ແຫລງ​ການດັ່ງ​ກ່າວ​ຍັງ​ເວົ້າ​ອີກວ່າ ຂັ້ນ​ຕອນ​ໃນ​ການ​ງົດ​ສິດ​ທິນີ້​ໄວ້ ແມ່ນ​ເພື່ອ​ແນ​ໃສ່ການ​ລະ​ເມີດ​ສິດ​ທິ​ມະ​ນຸດ​ຢູ່​ໃນ​ກຳ​ປູ​ເຈຍ, ໂດຍ​ກ່າວ​ເພີ້ມ​ອີກວ່າຕ້ອງ​ມີການ​ປ່ຽນ​ແປງ​ຢ່າງ​ຫລວງ​ຫລາຍ ເພື່ອ​ຈະ​ສາ​ມາດ​ຫລີກ​ລ້ຽງ​ກາ​ນ​ງົດສິດ​ທິ​ພິ​ເສດ​ດ້ານ​ການ​ຄ້າ​ທີ່​ໃຊ້​ກັບ​ທຸກ​ຢ່າງ​ຍົກ​ເວັ້ນ​ອາ​ວຸດ ຫລື EBA ນີ້​ໄດ້.

ຖະ​ແຫລງ​ການສະ​ບັບ​ນີ້ລະ​ບຸ​ວ່າ "ໃນ​ຂະ​ນະ​ທີ່ສະ​ຫະ​ພາບ​ຢູ​ໂຣບ ຍັງ​ມີ​ຄວາມ​ໝາຍ​ໝັ້ນ​ຕໍ່​ການ​ເຮັດ​ວຽກ​ກັບ​ບັນ​ດາ​ເຈົ້າ​ໜ້າ​ທີ່​ກຳ​ປູ​ເຈຍທີ່​ແນ​ໃສ່ຈຸ​ດ​ປະ​ສົງ​ອັນ​ນີ້ຢູ່ ຈະຕ້ອງ​ໄດ້ມີ​ການ​ປັບ​ປຸງ​ຢ່າງ​ແທ້​ຈິງ ແລະ​ເຊື່ອຖື​ໄດ້ຕໍ່​ບັນ​ຫາທີ່​ໜ້າ​ເປັນ​ຫ່ວງຕ່າງໆ ເພື່ອ​ຈະ​ໃຫ້​ຫລີກ​ລ້ຽງ​ການ​ຖອນສິດ​ທິ​ພິ​ເສດ​ EBA ໄດ້.”

ໃນ​ວັນ​ຈັນ​ຜ່ານ​ມາ ສະ​ຫະ​ພາບ​ຢູ​ໂຣບ ໄດ້​ຕອບ​ຕໍ່​ການ​ໂຍະ​ຍານ​ສະ​ພາບ​ປະ​ກັນ​ຕົວ​ຂອງຜູ້​ນຳ​ພັກ​ຝ່າຍ​ຄ້ານຂອງ​ກຳ​ປູ​ເຈຍ, ທ່ານ​ເຂມ ໂສ​ກາ (Kem Sokha), ຊຶ່ງ​ອະ​ນຸ​ຍາດ​ໃຫ້​ຜູ້​ກ່ຽວ​ເດີນ​ທາງ​ໄດ້​ແຕ່​ຢູ່​ໃນ​ປະ​ເທດ​ເທົ່າ​ນັ້ນ ແລະ​ບໍ່​ໃຫ້​ເດີນ​ທາງ​ໄປອອກ​ປະ​ເທດ. ໂຄ​ສົກ​ທ່ານ​ນຶ່ງຂອງ​ສະ​ພາ​ດັ່ງ​ກ່າວ​ຊີ້​ແຈງວ່າ ຕ້ອງ​ໄດ້​ປ່ອຍ​ໃຫ້ທ່ານ​ເຂມ ໂສ​ກາ (Kem Sokha) ​ມີ​ອິດ​ສະ​ຫລະ, ແລະ​ເວົ້າ​ວ່າ ສິດ​ທິ​ທາງ​ການ​ເມືອງ​ຂອງ​ສະ​ມາ​ຊິກ​ທຸກ​ຄົນ​ໃນພັກ​ກູ້​ຊາດ​ກຳ​ປູ​ເຈຍ ຫລື CNRP ຕ້ອງ​ໄດ້​ຮັບ​ການ​ຟື້ນ​ຟູຄືນ.

ທ່ານ​ນາງ Cecilia Malmström, ຫົວ​ໜ້າ​ຄະ​ນະ​ກຳ​ມະ​ການ ດ້ານ​ການ​ຄ້າ ໄດ້​ຂຽນ​ລົງ​ໃນ​ທວີດ​ເຕີ​ໃນ​ວັນ​ອັງ​ຄານ​ຜ່ານ​ມາ​ວ່າ ​ຍັງມີ​ຄວາມ​ເປັນ​ຫ່ວງ​ສືບ​ຕໍ່​ມາ ກ່ຽວ​ກັບ​ສິດ​ທິ​ມະ​ນຸດ​ຢູ່​ໃນ​ກຳ​ປູ​ເຈຍ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ​

XS
SM
MD
LG