ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Juncker ກ່າວວ່າ ການເລືອກທ່ານ Trump ​ເຮັດໃຫ້​ຄວາມສຳພັນ ຕົກ​ຢູ່​ໃນ​ຄວາມສ່ຽງ


ປະທານ​ຄະນະ​ກຳມາທິການ​ຢູ​ໂຣບ ທ່ານ Jean-Claude Juncker ຖະແຫລງຢູ່ສະພາຢູໂຣບ ລະຫວ່າງການໂຕ້ວາທີ ຖານະສະຫະພາບຢູໂຣບ ທີ່ເມືອງ Strasbourg ປະເທດຝຣັ່ງ.
ປະທານ​ຄະນະ​ກຳມາທິການ​ຢູ​ໂຣບ ທ່ານ Jean-Claude Juncker ຖະແຫລງຢູ່ສະພາຢູໂຣບ ລະຫວ່າງການໂຕ້ວາທີ ຖານະສະຫະພາບຢູໂຣບ ທີ່ເມືອງ Strasbourg ປະເທດຝຣັ່ງ.

ປະທານ​ຄະນະ​ກຳມາທິການ​ຢູ​ໂຣບ ທ່ານ Jean-Claude Juncker ກ່າວ​ວ່າ ປະທານາ ທິບໍດີ​ທີ່​ຖືກ​ເລືອກ​ໃໝ່ຂອງສະຫະລັດ ທ່ານ Donald Trump ​ແມ່ນ​ເຮັດໃຫ້ຄວາມ​ສຳພັນ​ລະ​ຫວ່າງ​ສະຫະພາບ​ຢູ​ໂຣບແລະ​ສະຫະລັດ ຕົກ​ຢູ່​ໃນ​ຄວາມສ່ຽງ.

​ໃນ​ການ​ຖະ​ແຫຼງ​ຕໍ່​ບັນດາ​ນັກ​ສຶກສາ​ທີ່​ກອງ​ປະຊຸມ​ຢູ່​ນະຄອນ Luxemburg ​ໃນ​ຕອນ​ແລງ​ວັນ​ສຸກ​ວານ​ນີ້ ທ່ານ Juncker ກ່າວ​ວ່າ ທ່ານ Trump ຕ້ອງ​ລຸກ​ຂຶ້ນເລັ່ງລັດ​ໃຫ້​ທັນ​ກ່ຽວ​ກັບ​ວ່າຢູ​ໂຣບ​ເຮັດ​ວຽກ​ຢ່າງ​ໃດ​ເພື່ອ​ຫລີ​ກລ່ຽງ “ການ​ເສຍ​ເວ​ລາ​ສອງ​ປີ” ​ເວລາ​ທ່ານເຂົ້າ​ຮັບຕຳ ​ແໜ່​ງເປັນ​ປະທານາ​ທິບໍດີໃນ​ເດືອນ​ມັງ​ກອນ​ຈະ​ມາ​ເຖິງ​ນີ້.

ທ່ານ Juncker ກ່າວ​ວ່າ “​ເວົ້າ​ໂດຍ​ທົ່ວ​ໄປ​ ຊົນ​ຊັ້ນ​ການ​ເມືອງ ​ແລະ​ສະຫະລັດ ​ໂດຍ​ທົ່ວ​ໄປ​ແລ້ວ ​ບໍ່ໃຫ້​ຄວາມ​ສົນ​ໃຈເລີຍ​ກ່ຽວ​ກັບ​ຢູ​ໂຣບ. ທ່ານ Trump ​ໄດ້​ກ່າວ​ຢູ່​ໃນ​ການ​ໂຄສະ ນາ​ຫາ​ສຽງ ຂ້າພະ​ເຈົ້າ​ຫາ​ກໍ່​ໄດ້​ບອກ​ແກ່​ປະທານາທິບໍດີ​ຂອງ​ພວກ​ເຮົາ​ຢູ່​ທີ່​ນີ້ວ່າ Belgium ​ເປັນບ້ານ​ນ້ອຍໆ​ຢູ່​ໃນ​ຢູ​ໂຣບ. ມັນຈະ​ເປັນ​ພຽງຈຸດ​ຖ້າ​ຫາກ​ທ່ານ​ເບິ່ງ​ຈາກ​ໄກໆ ​ແຕ່​ວ່າ​ມັນ​ບໍ່​ສະ​ທ້ອນ​ເຖິງ​ຄວາມ​ເປັນ​ຈິງ. ​ເພາະສະ​ນັ້ນ ພວກ​ເຮົາ​ຕ້ອງ​ສອນ ​ປະທານາທິບໍດີ ​ທີ່​ຖືກ​ເລືອກໃໝ່ວ່າ ຢູ​ໂຣບ​ເປັນຫຍັງ​ແທ້ໆ ​ແລະ​ຢູ​ໂຣບ​ເຮັດ​ວຽກ​ຢ່າງ​ໃດ.”

ທ່ານ Juncker ​ໄ​ດ້​ເຕືອນຜູ້​ຟັງ ​ຂອງ​ທ່ານ​ວ່າ ທ່ານ Trump ​ໄດ້ຕັ້ງຄຳຖາມ​ ກ່ຽວ​ກັບອົງ
ການ NATO ຊຶ່ງ​ອາດ​ຈະ “​ເປັນ​ໄພ​ອັນຕະລາຍ​ທີ່ຕິດຕາມ​ມາ” ​ເພາະວ່າ​ມັນ​ເປັນ​ໂຕ​ແບບ
ດ້ານ​ປ້ອງ​ກັນປະ​ເທດ​ຂອງ​ຢູ​ໂຣບ.

ທ່ານ Juncker ກ່າວ​ອີກ​ວ່າ “ທ່ານ​ໄດ້​ຕັ້ງຄຳ​ຖາມ​ກ່ຽວ​ກັບ ບັນດາ​ພັນທະ​ມິດຂ້າມ​ມະຫາ​ສະມຸດແອັດ​ແລນ​ຕິດ ຊຶ່ງທີ່​ຈິງ​ແລ້ວ​ຂ້ອນ​ຂ້າງ​ເປັນອັນຕະລາຍ ​ແລະ​ທ່ານໄດ້​ຕັ້ງຄຳຖາມ​ເຖິງ​ຮູບ​ແບບ​ການ​ປ້ອງ​ກັນປະ​ເທດ​ຂອງ​ຢູ​ໂຣບ. ກ່ຽວ​ກັບ​ອົບ​ພະ​ຍົບ ​ແລະ​ຜູ້​ທີ່​ບໍ່​ແມ່ນ​ຄົນ​ຜີວ​ຂາວ​ອາ​ເມຣິກັນ​ນັ້ນ ທ່ານ Trump ​ໄດ້ເຂົ້າ​ເຖິງ ທີ່​ບໍ່​ແມ່ນ​ໂດຍ​ບັງ​ເອີນ​ກັບການ​ຕັດສິນ​ໃຈ ​ແລະ​ຄວາມຮູ້​ສຶກ​ຂອງ​ຢູ​ໂຣບ. ຂ້າພະ​ເຈົ້າ​ຄິດ​ວ່າ ​ພວກ​ເຮົາ​ຈະ​ເສຍ​ເວລາ​ສອງ​ປີ ກ່ອນ​ທີ່​ທານ Trump ຈະຮູ້​ຈັກ​ກ່ຽວ ກັບພາກ​ສ່ວນ​ຂອງ​ໂລກ ທີ່​ທ່ານ​ບໍ່​ຮູ້ເທື່ອ.

ຄຳ​ຖະ​ແຫລ​ງ​ແບບກົງໆ​ຂອງທ່ານ​ໄດ້ສະທ້ອນໃຫ້​ເຫັນ​ເຖິງ​ຄວາມຕື່ນ​ຕົກ​ໃຈແລະຄວາມ​ເປັນຫ່ວງ​ ຂອງບັນ​ດາ​ຜູ້ນຳ​ຢູ​ໂຣບຈຳ​ນວນ​ນຶ່ງ ​ໃນ​ການ​ເລື​ອກ​ຕັ້ງ ທ່າ​ນ Trump ຜູ້​ທີ່​ໄດ້​ຍ້ອງຍໍ​ສັນລະ​ເສີນປະທານາທິບໍດີຣັດ​ເຊຍ ທ່ານ Vladimir Putin ​ຢູ່​ໃນ​ຫຼາຍໆໂອກາດ ​ແລະ​ໄດ້​ຕັ້ງຄຳ​ຖາມ ​ກ່ຽວ​ກັບຫລັກການ​ຂອງ​ການປ້ອງ​ກັນຮ່ວມ ຢູ່​ໃນ​ອົງການ NATO. ​

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Trump EU React
please wait
Embed

No media source currently available

0:00 0:01:33 0:00

XS
SM
MD
LG