ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ຫະ​ພາບ ຢູ​ໂຣບ ກົດ​ດັນ ຈີນ ກ່ຽວ​ກັບ ການ​ຄ້າ ແລະ ຢູ​ເຄ​ຣນ ໃນ​ກອງ​ປະ​ຊຸມ​ສຸດຍອດ ​ຢູ່ ປັກ​ກິ່ງ

ໃນ​ພາບ​ທີ່​ຖືກ​ເປີດ​ເຜີຍ​ໂດຍ​ອົງ​ການ​ຂ່າວ ຊິນ​ຫົວ​, ປະ​ທານ​ປະ​ເທດ ຈີນ ທ່ານ ສີ ຈິ່ນ​ຜິງ, ທີ​ສອງ​ຈາກ​ຂວາ, ລົມ​ກັບ​ປະ​ທານ​ຄະ​ນະ​ກຳ​ມາ​ທິ​ການ ຢູ​ໂຣບ ທ່ານ​ນາງ ເອ​ຊູ​ລາ ວອນ​ ເດີ ເລ​ເຢັນ, ທີ​ສາມ​ຈາກ​ຊ້າຍ, ແລະ ປະ​ທານ​ສະ​ພາ​ຢູ​ໂຣບ ທ່ານ ຊາ​ລ​ສ໌ ມິ​ແຊ​ລ໌, ປັກ​ກິ່ງ, ຈີນ, 7 ທັນ​ວາ 2023.

ບັນ​ດາ​ຜູ້​ນຳ​ສະ​ຫະ​ພາບ​ຢູ​ໂຣບ​ ໄດ້​ຮຽກ​ຮ້ອງ​ ຈີນ ໃນ​ວັນ​ພະ​ຫັດ​ວານນີ້ ​ໃຫ້​ແກ້​ໄຂ​ຄວາມບໍ່​ດຸ່ນ​ດ່ຽງ​ດ້ານ​ການ​ຄ້າ​ກັບ ຢູ​ໂຣບ ແລະ ກົດ​ດັນ ຣັດ​ເຊຍ ໃຫ້​ຢຸດ​ສົງ​ຄາມ​ໃນ ຢູ​ເຄ​ຣນ.

ໃນ​ການ​ເຈ​ລະ​ຈາ​ດ້ວຍ​ຕົນ​ເອງ​ຄັ້ງ​ທຳ​ອິດ​ໃນ​ຮອບ​ດົນ​ກວ່າ 4 ປີ​ລະ​ຫວ່າງ​ບັນ​ດາ​ປະ​ມຸກຂອງ ຈີນ ແລະ ສະ​ຫະ​ພາບ ຢູ​ໂຣບ ນັ້ນ, ປະ​ທານ​ປະ​ເທດ ຈີນ ທ່ານ ສີ ຈິ່ນ​ຜິງ ແລະ ນາ​ຍົກ​ລັດ​ຖະ​ມົນ​ຕີ ທ່ານ ຫຼີ ເຄີ​ຈຽງ ໄດ້​ພົບ​ປະ​ກັບ​ທ່ານ ຊາ​ລ​ສ໌ ມິ​ແຊ​ລ, ປະ​ທານ​ຂອງ​ສະ​ພາ ຢູ​ໂຣບ ແລະ ທ່ານ​ນາງ ເອີ​ຊູ​ລາ ວອນ ເດີ ເລເຢັນ ປະ​ທານ​ຄະ​ນະ​ກຳ​ມາ​ທິ​ການ ຢູ​ໂຣບ ໃນ​ນະ​ຄອນຫຼວງ ປັກ​ກິ່ງ.

ໃນ​ຄຳ​ປາ​ໄສ​ເປີດ​ການ​ເຈ​ລະ​ຈາ​ນັ້ນ, ທ່າ​ນ​ນາງ ວອນ ເດີ ເລ​ເຢັນ ໄດ້​ໂຕ້​ຖຽງ​ກັບ​ທ່ານ ສີ ກ່ຽວ​ກັບ ສາຍ​ພົວ​ພັນ​ທີ່​ໃກ້​ຊິດ​ຂອງ ປັກ​ກິ່ງ ກັບ​ວັງ ເຄ​ຣັມ​ລິນ, ໂດຍ​ກ່າວ​ວ່າ ຈີນ ຄວນ​ເຮັດຫຼາຍກວ່າ​ເກົ່າ “ເພື່ອ​ເຮັດ​ໃຫ້​ການ​ຮຸກ​ຮານ​ຂອງ ຣັດ​ເຊຍ ໃນ​ຢູ​ເຄ​ຣນ ສິ້ນ​ສຸດ​ລົງ.”

ໃນ​ຖາ​ນະ​ເປັນ​ຄູ່​ຮ່ວມ​ການ​ຄ້າ​ລະ​ດັບ​ສູງ​ນັ້ນ, ຈີນ ໄດ້​ຊ່ວຍ​ເຫຼືອ​ທ່ານ ປູ​ຕິນ ຫຼົບຫຼີກ​ມາດ​ຕະ​ການ​ລົງ​ໂທດ ​ຂອງ​ປະ​ເທດ​ຕາ​ເວັນ​ຕົກ ​ຕໍ່​ເສດ​ຖະ​ກິດ​ຂອງ​ທ່ານ. ທ່າ​ນ​ນາງ ວອນ​ ເດີ ເລ​ເຢັນ ແລະ ທ່ານ ມິ​ແຊ​ລ ໄດ້​ກົດ​ດັນ​ທ່ານ ສີ ແລະ ທ່ານ ຫຼີ ກ່ຽວ​ກັບ ສາ​ຍ​ພົວ​ພັນ​ທີ່​ພິ​ເສດ​ນັ້ນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG