ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວໜ້າກອງທຶນ ກອບກູ້ເງິນຢູໂຣ ຢ້ຽມຢາມຈີນ


ທ່ານ Klaus Regling ຫົວໜ້າຄະນະບໍລິຫານເພື່ອສ້າງຄວາມທຸ່ນທ່ຽງ ດ້ານການເງິນຂອງຢູໂຣບທີ່ກອງປະຊຸມ ຖະແຫຼງຂ່າວຢູ່ປັກກິ່ງ (28 ຕຸລາ 2011)
ທ່ານ Klaus Regling ຫົວໜ້າຄະນະບໍລິຫານເພື່ອສ້າງຄວາມທຸ່ນທ່ຽງ ດ້ານການເງິນຂອງຢູໂຣບທີ່ກອງປະຊຸມ ຖະແຫຼງຂ່າວຢູ່ປັກກິ່ງ (28 ຕຸລາ 2011)

ຫົວໜ້າກອງທຶນຊ່ອຍກອບກູ້ບັນດາປະເທດທີ່ໃຊ້ເງິນຢູໂຣໄດ້ເດີນທາງໄປເຖິງປະເທດຈີນ
ໃນວັນສຸກມື້ນີ້ ເພື່ອປຶກສາຫາລືກ່ຽວກັບຄວາມເປັນໄປໄດ້ ໃນການຕົກລົງກັນກັບພວກກຳ
ນົດນະໂຍບາຍຂອງປັກກິ່ງ ໃນການນຳໃຊ້ສ່ວນນຶ່ງເງິນຕາສຳຮອງຕ່າງປະເທດ ທີ່ຈີນມີຢູ່
ຢ່າງຫຼວງຫຼາຍນັ້ນເຂົ້າໄປລົງທຶນໃນກອງທຶນມູນຄ່າຫຼາຍພັນລ້ານໂດລາຂອງປະເທດທີ່ໃຊ້
ເງິນຢູໂຣ.

ການເດີນທາງໄປຢ້ຽມຢາມນະຄອນຫຼວງຂອງຈີນໂດຍທ່ານ Klaus Regling ມີຂຶ້ນນຶ່ງ
ມື້ຫຼັງຈາກພວກຜູ້ນຳຂອງສະພາບຢູໂຣບ ໄດ້ບັນລຸການຕົກລົງກັນ ທີ່ຈະເພີ່ມມູນຄ່າກອງ
ທຶນຊ່ອຍກອບກູ້ບັນດາປະເທດທີ່ໃຊ້ເງິນຢູໂຣ ຂຶ້ນເປັນ 1 ພັນ 400 ຕື້ໂດລາເພື່ອຊ່ອຍ
ປະເທດຕ່າງໆເຊັ່ນກຣີສ ອີຕາລີແລະສະເປັນໃຫ້ສືບຕໍ່ສາມາດຊຳລະໜີ້ສິນຕ່າງໆໄດ້ແລະ ຫຼີກລ້ຽງບໍ່ເຮັດໃຫ້ເສດຖະກິດຂອງໂລກກັບໄປສູ່ສະພາບຕົກຕໍ່າຄືນອີກ.

ທ່ານ Regling ພວມເຈລະຈາຫາລື ກັບພວກເຈົ້າໜ້າທີ່ກະຊວງການເງິນແລະທະນາຄານ
ກາງຂອງຈີນໃນລະຫວ່າງການເດີນທາງໄປຢ້ຽມຢາມຄັ້ງນີ້ ທ່ານເວົ້າວ່າ ປັກກິ່ງພວມຊອກ ຫາບ່ອນລົງທຶນທີ່ໜ້າສົນໃຈ ມີຄວາມໝັ້ນຄົງ ແລະຄວາມປອດໄພ ສຳລັບເງິນຕາສຳຮອງ
ຕ່າງປະເທດໃນມູນຄ່າ 3 ພັນ 200 ຕື້ໂດລາແຕ່ກໍກ່າວຢືນຢັດວ່າໃນເວລານີ້ຍັງບໍ່ທັນຄາດ
ກັນວ່າຈະມີການບັນລຸການຕົກລົງກັນແຕ່ຢ່າງໃດເທື່ອ.

ຮອງລັດຖະມົນຕີການເງິນຂອງຈີນທ່ານ Zhu Guangyao ກ່າວວ່າ ເຈົ້າໜ້າທີ່ໃຫ້ການ
ຢືນຢັນກ່ຽວກັບທ່າທີຂອງທ່ານ Regling ໂດຍກ່າວຕໍ່ພວກນັກຂ່າວວ່າ ພວກກຳນົດນະ ໂຍບາຍຕ້ອງການຢາກເຫັນວ່າ ສະຖາບັນເພື່ອສ້າງຄວາມທຸ່ນທ່ຽງທາງດ້ານການເງິນຂອງ ຢູໂຣບທີ່ມີການຂະຫຍາຍໂຕນັ້ນ ຈະດຳເນີນງານແບບໃດ ກ່ອນທີ່ປັກກິ່ງຈະຕັດສິນໃຈວ່າ ຕົນຈະລົງທຶນຢູ່ໃນກອງທຶນດັ່ງກ່າວຫຼືບໍ່.

XS
SM
MD
LG