ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວໜ້າສະຫະພາບ ຢູໂຣບ ແລະ ບັນດາຜູ້ນຳທຸລະກິດ ໂຈມຕີນັກການທູດ ອັງກິດ ເລື່ອງ Brexit


ລັດຖະມົນຕີການຕ່າງປະເທດ ອັງກິດ ທ່ານ ບໍຣິສ ຈອນສັນນ ກ່າວຄຳປາໄສທີ່ນະຄອນຫຼວງ ລອນດອນ. 14 ກຸມພາ, 2018.
ລັດຖະມົນຕີການຕ່າງປະເທດ ອັງກິດ ທ່ານ ບໍຣິສ ຈອນສັນນ ກ່າວຄຳປາໄສທີ່ນະຄອນຫຼວງ ລອນດອນ. 14 ກຸມພາ, 2018.

ລັດຖະມົນຕີການຕ່າງປະເທດ ອັງກິດ ທ່ານ ບໍຣິສ ຈອນສັນ "Boris Johnson" ໄດ້
ປະເຊີນກັບການຕອບໂຕ້ໃນວັນພຸດວານນີ້ ໃນການພະຍາຍາມທີ່ຈະລະງັບຄວາມ
ຢ້ານກົວຕ່າງໆ ກ່ຽວກັບ ການແຍກຕົວອອກຈາກສະຫະ ພາບ ຢູໂຣບ ຂອງ ອັງກິິດ ທີ່
ກຳລັງຄ້າງຄາຢູ່, ໃນຂະນະທີ່ລັດຖະບານໄດ້ເລີ່ມຕົ້ນການໂຄສະນາ ເພື່ອຜ່ອນຄາຍ
ຄວາມຮູ້ສຶກ ຂອງຜູ້ມີຄວາມສົງໄສ ແລະ ເຮັດໃຫ້ພວກນັກວິຈານມິດງຽບ ກ່ຽວກັບ
ຂະບວນການທີ່ຮູ້ຈັກກັນວ່າ ເບຣັກຊິດ "Brexit" ນັ້ນ.

ໃນການກ່າວຄຳປາໄສຄັ້ງນຶ່ງໃນຈຳນວນຫຼາຍຄັ້ງ ຂອງບັນດາລັດຖະມົນຕີຂອງລັດ
ຖະບານ ເພື່ອສະໜັບສະໜູນ Brexit ນັ້ນ, ທ່ານ ຈອນສັນ ໄດ້ພະຍາຍາມທີ່ຈະຮຽກ
ຮ້ອງປະຊາຊົນ ອັງກິດ ທັງຫຼາຍໃຫ້ຮ່ວມກັນຈິນຕະນາການ ກ່ຽວກັບ ອະນາຄົດທີ່ດີ
ຂຶ້ນ ລຸນຫຼັງອອກຈາກ ກຸ່ມປະເທດນີ້. ຄຳເວົ້າຂອງທ່ານ ຈອນສັນ ໄດ້ຖືກອ້າງໂດຍ
ເວົ້າວ່າ ຂະບວນການດັ່ງກ່າວບໍ່ແມ່ນກົດເກນ ສຳລັບຄວາມຢ້ານກົວ, ແຕ່ແມ່ນຄວາມ
ຫວັງ ແລະ ວ່າ ການລົງຄະແນນສຽງປີ 2016 ທີ່ສະໜັບສະໜູນ Brexit ນັ້ນ ແມ່ນກຳ
ລັງ “ຈະດັງໄປທົ່ວໂລກ.” ແນວໃດກໍຕາມ, ຄວາມພະຍາຍາມຂອງທ່ານ ຈອນສັນ ປະ
ກົດວ່າ ຈະເນັ້ນເຖິງການແບ່ງແຍກ ກ່ຽວກັບ ປະເພດຂອງສາຍພົວພັນທີ່ ອັງກິດ ຢາກ
ມີ ກັບ ສະຫະພາບ ຢູໂຣບ ຫຼັງຈາກການແຍກຕົວເກີດຂຶ້ນ ໃນເດືອນມີນາ ປີໜ້າ.

ຄຳປາໄສຂອງທ່ານ ຈອນສັນ ໃນນະຄອນຫຼວງ ລອນດອນ ໄດ້ປະເຊີນກັບການຕອບ
ໂຕ້ຈາກຜູ້ຟັງທີ່ໂດຍທົ່ວໄປແລ້ວ ເຫັນດີກັບແນວຄິດຂອງທ່ານ ກ່ຽວກັບ ການລົງຄະ
ແນນສຽງຂອງປະເທດ ສຳລັບການແຍກຕົວອອກຈາກສະຫະພາບ ຢູໂຣບ ຢ່າງກະ
ທັນຫັນ. ສຳລັບບາງຄົນນັ້ນ, ການທີ່ທ່ານບໍ່ໄດ້ຮັບການຕົບມືໃຫ້ 6 ວິນາທີ ນັ້ນ ໄດ້
ເຮັດໃຫ້ຮູ້ວ່າ ບັນດາສະມາຊິກລັດຖະບານຂອງນາຍົກລັດຖະມົນຕີ ທ່ານນາງ ເທຣີຊາ
ເມ "Theresa May" ຍັງບໍ່ສາມາດທີ່ຈະຕົກລົງກັນເອງໄດ້ ກ່ຽວກັບວ່າເຂົາເຈົ້າຢາກ
ໄດ້ຫຍັງແທ້ ກ່ຽວກັບ ການເຈລະຈາທີ່ຍືດເຍື້ອ ກັບ ສະຫະພາບ ຢູໂຣບ, ເຊິ່ງແມ່ນຄູ່
ຮ່ວມການຄ້າທີ່ໃຫຍ່ທີ່ສຸດຂອງ ອັງກິດ. ທ່ານ ຈອນສັນ ໄດ້ຖືກກ່າວຫາ ໂດຍບັນດາ
ນັກວິຈານວ່າ ໃຫ້ຄຳປາໄສທີ່ “ບໍ່ມີຄວາມຈິງຈັງ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG