ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລັດຖະສະພາ​ ຂອງອີ​ຢູ ຮຽກຮ້ອງ ໃຫ້ລົງໂທດ ທາງເສດຖະກິດ ຕໍ່ກໍາປູເຈຍ


ນາຍົກລັດຖະມົນຕີຮຸນເຊນ (Hun Sen) (ກາງ) ກົ້ມເບິ່ງວຽກ ຂອງກໍາມະກອນຕັດຫຍິບ ໃນຂະນະທີ່ທ່ານໄປຢ້ຽມຢາມ ໂຮງງານຕັດຫຍິບແຫ່ງນຶ່ງ ຢູ່ນອກນະຄອນຫລວງພະນົມເປັນ ຂອງກໍາປູເຈຍໃນວັນທີ 30 ສິງຫາ, 2017.
ນາຍົກລັດຖະມົນຕີຮຸນເຊນ (Hun Sen) (ກາງ) ກົ້ມເບິ່ງວຽກ ຂອງກໍາມະກອນຕັດຫຍິບ ໃນຂະນະທີ່ທ່ານໄປຢ້ຽມຢາມ ໂຮງງານຕັດຫຍິບແຫ່ງນຶ່ງ ຢູ່ນອກນະຄອນຫລວງພະນົມເປັນ ຂອງກໍາປູເຈຍໃນວັນທີ 30 ສິງຫາ, 2017.

ລັດຖະສະພາ​ຢູ​ໂຣບ ​ໄດ້​ລົງ​ຄະ​ແນນ​ສຽງ​ເພື່ອ​ໃຫ້​ພິຈາລະນາງົດ ການໃຫ້ຊ່ອງ​ທາງ
ການ​ຄ້າ​ແບບພິ​ເສດ​ຕໍ່ "ອະນຸຍາດ​ໃຫ້ທຸກ​ສິ່ງ​ທຸກ​ຢ່າງ​ຍົກ​ເວັ້ນອາວຸດ" ຫລື ອີ​ບີ​ເອ
(EBA) ຂອງ​ກໍາປູ​ເຈຍເຂົ້າ​ໄປ​ຂາຍ​ໃນ​ສະຫະພາບ​ຢູ່​ໂຣບ ຫລື ອີ​ຢູ (EU) ນັ້ນ ​ເພື່ອ
​ເປັນ​ການ​ຕອບ​ໂຕ້​ຕໍ່ການ​ຖອຍຫລັງ​ຂອງ​ການ​ໃຊ້​ອໍານາດ​ຜະ​ເດັດ​ການ​ຂອງ​ປະ​ເທດ
​ດັ່ງກ່າວ.

ການ​ເຄື່ອນ​ໄຫວ​ດັ່ງກ່າວ ສາມາດ​ມີ​ຜົນ​ຕາມ​ມາ​ຢ່າງ​ໃຫຍ່​ຫລວງ​ຕໍ່ປະ​ເທດທີ່ຂາຍ
​ສິນຄ້າສົ່ງ​ອອກ​ຂອງ​ຕົນປະມານ​ເຄິ່ງ ​ໃຫ້​ແກ່ອີ​ຢູ (EU) ​ໂດຍ​ສ່ວນ​ໃຫຍ່ແລ້ວແມ່ນ​
ເຄື່ອງນຸ່ງ ​ແລະ​ຖົງຕີນ ຊຶ່ງ​ເປັນ​ອຸດ​ສະຫະ​ກໍາ​ທີ່​ສ້າງ​ວຽກ​ເຮັດ​ງານ​ທໍາ​ໃຫ້​ແກ່​ປະຊາ
ຊົນ​ກໍາປູ​ເຈ​ຍຫລາຍ​ກວ່າ ຫ້າ​ແສນ​ຄົນ.

ຢູ່​ໃນ​ບົດ​ສະ​ເໜີທີ່​ຮັບ​ຜ່ານ​ໃນ​ວັນ​ພະຫັດ​ວານ​ນີ້ ​ທີ່​ປະນາມການ​ຍຸບ​ພັກ​ຝ່າຍ​ຄ້ານ
​ຂອງ​ປະ​ເທດ ດັ່ງກ່າວ​ນັ້ນ ສະມາຊິກລັດຖະສະພາ​ຂອງອີ​ຢູ (EU) ​ໄດ້​ຮຽກຮ້ອງ​ໃຫ້
ທ່ານ​ນາງ ຊີ​ຊິ​ເລຍ ມອມ​ສທຣອມ (Cecilia Malmström) "ທົບ​ທວນຄືນ" ການ
​ໃຫ້​ສິນຄ້າ​ຈາກ​ກໍາປູ​ເຈ​ຍ ​ເຂົ້າ​ໄປ​ຂາຍ ​ຢູ່​ໃນ​ປະ​ເທດອີ​ຢູ (EU) ທີ່​ເປັນຕະຫລາດ
ດຽວທີ່​ບໍ່ຕ້ອງ​ເສຍ​ພາສີ ​ແລະ​ບໍ່ມີ​ໂກ​ຕາ ​ໂດຍ​ຜ່ານ​ນະ​ໂຍບາຍ ອະນຸຍາດ​ໃຫ້ທຸກ​
ສິ່ງ​ທຸກຢ່າງ​ຍົກ​ເວັ້ນອາວຸດນັ້ນ “​ໂດຍ​ດ່ວນ”.

ບົດ​ສະ​ເໜີ ຂຽນວ່າ "...ຖ້າ​ຫາກກໍາປູ​ເຈ​ຍກະທໍາ​ການລະ​ເມີດ​ຕໍ່ຂໍ້​ຜູກ​ພັນ​ຂອງ​ຕົນ
​ຢູ່​ໃນລະບຽບອີ​ບີ​ເອ (EBA) ​ແລ້ວ ສິດ​ທິພິ​ເສດທາງ​ພາສີທີ່​ປະ​ເທດ​ດັ່ງກ່າວ​ໃຊ້​ຢູ່
​ທຸກ​ມື້ນີ້ ຕ້ອງ​ໄດ້​ຖືກ​ຖອນ​ເປັນ​ການ​ຊົ່ວຄາວ."

ບົດ​ສະ​ເໜີສະບັບ​ນີ້ ຍັງ​ໄດ້​ຮຽກຮ້ອງ​ໃຫ້ໜ່ວຍ​ບໍລິການ​ດ້ານ​ການ​ເຄື່ອນ​ໄຫວ​ຢູ່
ພາຍ​ນອກຂອງ​ສະຫະພາບ​ຢູ​ໂຣບ ກະກຽມລາຍ​ຊື່​ຂອງ​ບຸກຄົນທີ່​ຮັບຜິດຊອບ
​ການ​ຍຸບ​ພັກ ​ແລະ​ການລະ​ເມີດ​ທາງ​ສິດ​ທິ​ມະນຸດ​ອື່ນໆ ​ເພື່ອ​ຈະ​ວາງຂໍ້​ຈໍາກັດ
ການ​ໃຫ້​ວີ​ຊາ​ເຂົ້າ​ໄປໃນ​ປະ​ເທດອີ​ຢູ (EU) ​ແລະເຮັດ​ໃຫ້ຊັບ​ສິນຂອງ​ພວກ​ເຂົາ
​ເຈົ້າບໍ່​ສາມາດ​ເຄື່ອນ​ເໜັງ​ໄດ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG