ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ອີຢູ ຮຽກຮ້ອງ ໃຫ້ໄຂ ກອງປະຊຸມ ພິເສດ ກ່ຽວກັບ ວິກິດການ ຊາວອົບພະຍົບ

ຕຳຫຼວດ ຮັງກາຣີ ກວດສອບ ຮົ້ວໜາມ ຢູ່ຊາຍແດນຕິດກັບ ປະເທດເຊີເບຍ, ໃນເມືອງ Roszke, ປະເທດຮັງກາຣີ, ວັນທີ 29 ສິງຫາ 2015.
ຕຳຫຼວດ ຮັງກາຣີ ກວດສອບ ຮົ້ວໜາມ ຢູ່ຊາຍແດນຕິດກັບ ປະເທດເຊີເບຍ, ໃນເມືອງ Roszke, ປະເທດຮັງກາຣີ, ວັນທີ 29 ສິງຫາ 2015.

ລັດຖະມົນຕີ​ກະຊວງ​ພາຍ​ໃນ ຂອງອັງກິດ ຝຣັ່ງ ​ແລະ ​ເຢຍຣະມັນ
​ໄດ້​ຮຽກຮ້ອງ​ໃຫ້​ຈັດ​ກອງ​ປະຊຸມພິ​ເສດ​ກັບ ບັນດາລັດຖະມົນຕີ
ພາຍ​ໃນ ​ແລະ ຍຸດຕິ​ທຳ ຂອງ​ສະຫະພາບ​ຢູ​ໂຣບ ພາຍ​ໃນ​ສອງ​
ອາທິດ​ຂ້າງ​ໜ້າ​ນີ້ ​ເພື່ອ​ຮັບ​ມື​ກັບ​ວິ​ກິດ​ການ ​ຂອງຊາວ​ອົບ​ພະຍົບ
ທີ່​ເພີ້​ມຂຶ້ນ​ເລື້​ອຍໆ ​ໃນ​ທະວີບຢູ​ໂຣບນັ້ນ.

ບັນດາ​ລັດຖະມົນຕີ ກ່າວໃນ​ຖະ​ແຫລ​ງການ​ສະບັບ​ ວັນ​ອາທິດ​ມື້​ນີ້
ວ່າ ພວກ​ເພິ່ນ ຕ້ອງການຫາ “ບາດກ້າວ​ທີ່​ເປັນ​ຮູບ​ປະ​ທຳ” ​ ເພື່ອ
​ແກ້​ໄ​ຂ​ບັນຫາ ເລື້ອງ​ຄົນ​ເຂົ້າ​ເມືອງທີ່​ເພີ້​ມຂຶ້ນນີ້.

ຊາວອົບພະຍົບ ຈຳນວນນຶ່ງ ພະຍາຍາມ ຂຶ້ນລົດເມ ຫຼັງຈາກທີ່ ຂີ່ເຮືອໂດຍສານ Eleftherios Venizelos ໄປເຖິງ ເມືອງທ່າເຮືອ Piraeus ໃກ້ ກັບນະຄອນຫຼວງ ເອເທັນ ຂອງປະເທດກຣິສ, ວັນທີ 29 ສິງຫາ 2015.
ຊາວອົບພະຍົບ ຈຳນວນນຶ່ງ ພະຍາຍາມ ຂຶ້ນລົດເມ ຫຼັງຈາກທີ່ ຂີ່ເຮືອໂດຍສານ Eleftherios Venizelos ໄປເຖິງ ເມືອງທ່າເຮືອ Piraeus ໃກ້ ກັບນະຄອນຫຼວງ ເອເທັນ ຂອງປະເທດກຣິສ, ວັນທີ 29 ສິງຫາ 2015.

ປະ​ເທດມາ​ເຊ​ໂດ​ເນຍ​ໄດ້​ປະກາດ​ພາວະ​ສຸກ​ເສີນ ​ເມື່ອ​ຕົ້ນ​ເດືອນ​ນີ້ ​ໃນ​ການ​ຮັບ​ມື​ກັບ​ການ​ຂ້າມ​ຊາຍ​ແດນ​ເຂົ້າມາ​ຈາກປະ​ເທດ​ກຣິສ ຂອງ​ພວກ​ຊາວ​ອົບ​ພະຍົບ ຈຳນວນ 3,000 ຄົນ ​ແຕ່ລະ​ມື້ ທີ່​ພະຍາຍາມເດີນທາງ​ເຂົ້າໄປ ໃນປະ​ເທດ​ພາກ​ຕ​າ​ເວັນ​ຕົກ​ຂອງ​ຢູ​ໂຣບ.

ຊາວອົບພະຍົບ ຜູ້ທີ່ພົບເຫັນ ພາຍໃນປະເທດອອສເຕຣຍ ໃກ້ຊາຍແດນຕິດກັບປະເທດຮັງກາຣີ ໄດ້ຖືກນຳມາໄວ້ຢູ່ທີ່ສູນຊົ່ວຄ່າວ ໃນເມືອງ Nickeldorf ປະເທດອອສເຕຣຍ, ວັນທີ 29 ສິງຫາ 2015.
ຊາວອົບພະຍົບ ຜູ້ທີ່ພົບເຫັນ ພາຍໃນປະເທດອອສເຕຣຍ ໃກ້ຊາຍແດນຕິດກັບປະເທດຮັງກາຣີ ໄດ້ຖືກນຳມາໄວ້ຢູ່ທີ່ສູນຊົ່ວຄ່າວ ໃນເມືອງ Nickeldorf ປະເທດອອສເຕຣຍ, ວັນທີ 29 ສິງຫາ 2015.

ໃນ​ມາ​ເຊ​ໂດ​ເນຍ ​ເມື່ອ​ວັນ​ອາທິດ​ມື້​ນີ້ ຊາວ​ອົບ​ພະຍົບ ຈຳນວນ 500 ຄົນ ​ໄດ້​ຂຶ້ນລົດ​ໄຟ ທີ່​ແລ່ນ​ອອກ​ ຈາກ​ເມືອງ Gevgelija ຢູ່​ທາງ​ພາກ​ໃຕ້ ສອງ​ຖ້ຽວຕໍ່​ມື້ ​ໄປ​ຍັງ​ຊາຍ​ແດນ​ທາງ​ພາກ​ໃຕ້​ຂອງ​ມາ​ເຊ​ໂດ​ເນຍ ບ່ອນ​ທີ່​ພວກ​ເຂົາ​ສາມາດຂ້າມ​ເຂົ້າໄປ​ຍັງປະ​ເທດເຊີ​ເບຍ.

ພວກເດີນຂະບວນ ປະທ້ວງ ຖືປ້າຍ ທີ່ມີຂໍ້ຄວາມວ່າ 'ຍິນດີຕ້ອນຮັບ ຊາວອົບພະຍົບ!' ໃນນະຄອນ Dresden ຢູ່ທາງພາກຕາເວັນອອກ ຂອງເຢຍຣະມັນ, ວັນທີ 29 ສິງຫາ 2015. ສະຖານທີ່ເພິ່ງພາອາໄສແຫ່ງນຶ່ງ ໄດ້ຖືກໂຈມຕີ ໂດຍພວກປະທ້ວງຫົວນິຍົມຂວາຈັດ ໃນນະຄອນ Heidenau ໃກ້ກັບ Dresden ເມື່ອອາທິດແລ້ວນີ້.

ຈາກ​ເຊີ​ເບຍ ຂະນະ​ທີ່​ຊາວ​ອົບ​ພະຍົບ ສືບຕໍ່ເດີນທາງເສັ້ນ Balkan ​ໄປ​ຍັງ​ພາກ​ຕາ​ເວັນ​ຕົກ​ຂອງ​ຢູ​ໂຣບນັ້ນ ຕໍ່​ໄປ​ແມ່ນ​ປະ​ເທດຮັງ​ກາຣີ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ ຮັງ​ກາຣີ ກໍ​ໄດ້​ປະກາດ​ໃນ​ວັນ​ເສົາ​ວານ​ນີ້ ວ່າ ຕົນ​ໄດ້​ສຳເລັດ​ການວາງຮົ້ວໜາມກີດ​ກັ້ນ ​ທີ່​ຄົມ​ຄື​ກັບ​ມີດແຖ ຕາມ​ຊາຍ​ແດນ​ຕິດ​ກັບ​ເຊີ​ເບຍ. ອົງການ​ຂ່າວ​ຝຣັ່ງ ລາຍ​ງານ​ໃນ​ວັນ​ເສົາ​ວານ​ນີ້​ວ່າ ຮົ້ວກີດກັ້ນ ທີ່​ມີ​ຄວາມ​ຍາວ 175 ກິ​ໂລ​ແມັດ​ ອັນເປັນ​ເປົ້າໝາຍ​ເພື່ອ​ຢຸດ​ຢັ້ງການ​ຫລັ່ງ​ໄຫລ​ເຂົ້າມາ​ຂອງຊາວ​ອົບ​ ພະຍົບນັ້ນ ມາ​ເຖິງ​ເວລາ​ນີ້ ຖື​ວ່າຫລົ້ມ​ແຫລວ ​ໃນ​ການປ້ອງ​ກັນ​ພວກ​ຄົນ​ຂ້າມ​ເຂົ້າມາ​ໃນ​ປະ​ເທດ.

ຊາວອົບພະຍົບຊີເຣຍ ເດີນທາງຕາມເສັ້ນທາງແຫ່ງນຶ່ງ ຫຼັງຈາກຂ້າມເຂົ້າໄປໃນປະເທດຮັງກາຣີ ຈາກຊາຍແດນຕິດກັບເຊີເບຍ ໃກ້ກັບເມືອງ Roszke, ປະເທດຮັງກາຣີ, ວັນທີ 29 ສິງຫາ 2015.
ຊາວອົບພະຍົບຊີເຣຍ ເດີນທາງຕາມເສັ້ນທາງແຫ່ງນຶ່ງ ຫຼັງຈາກຂ້າມເຂົ້າໄປໃນປະເທດຮັງກາຣີ ຈາກຊາຍແດນຕິດກັບເຊີເບຍ ໃກ້ກັບເມືອງ Roszke, ປະເທດຮັງກາຣີ, ວັນທີ 29 ສິງຫາ 2015.

Europe Migrants
please wait
Embed

No media source currently available

0:00 0:00:39 0:00

XS
SM
MD
LG