ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອີຢູ ໂຈະການລົງໂທດ ຕໍ່ມຽນມາ ເປັນເວລານຶ່ງປີ


ຫົວໜ້ານະໂຍບາຍຕ່າງປະເທດຂອງ EU ທ່ານນາງ Catherine Ashton ຈະເດີນທາງໄປຢ້ຽມຢາມມຽນມາ ໃນອາທິດໜ້າ.
ຫົວໜ້ານະໂຍບາຍຕ່າງປະເທດຂອງ EU ທ່ານນາງ Catherine Ashton ຈະເດີນທາງໄປຢ້ຽມຢາມມຽນມາ ໃນອາທິດໜ້າ.

ບັນດາ​ເຈົ້າໜ້າ​ທີ່​ສະຫະພາບ​ຢູ​ໂຣບ ຫລື​ອີ​ຢູ​ ໄດ້​ບັນລຸ​ການ​ຕັດສິນ​ໃຈ​ໃນ​ເບຶ້ອງຕົ້ນກັນ​ແລ້ວ
ເພື່ອໂຈະ​ການ​ລົງ​ໂທດສ່ວນ​ໃຫຍ່ຕໍ່​ມຽນມາ​ເປັນ​ເວລາ ນຶ່ງ​ປີ ​ໃນ​ການຕອບ​ສະໜອງຕໍ່ການ​
ປະຕິ​ຮູບ​ປະຊາທິປະ​ໄຕ​ຂອງ​ປະ​ເທດດັ່ງກ່າວ ​ເມື່ອ​ບໍ່​ດົນ​ຜ່ານ​ມານີ້.

ນັກ​ການ​ທູດ​ສະຫະພາບ​ຢູ​ໂຣບຫລາຍໆ​ຄົນ ກ່າວເມື່ອ​ວັນ​ພະຫັດ​ມື້​ນີ້​ວ່າ ຄາດ​ວ່າການ​ລົງ
ໂທດ​ສ່ວນ​ໃຫຍ່ຕໍ່​ມຽນມາ​ນັ້ນ​ ຈະ​ຖືກ​ໂຈະ​ໄວ້​ກ່ອນ ຍົກ​ເວັ້ນການ​ຂາຍ​ອາວຸດ​ເທົ່າ​ນັ້ນ.

ການ​ເຄຶ່ອນ​ໄຫວ​ດັ່ງກ່າວ​ນີ້ ກໍ​ຄາດ​ວ່າ​ຈະໄດ້​ຮັບ​ການ​ອະນຸມັດ​ໃນ​ວັນ​ຈັນ​ຕໍ່ໜ້າ​ນີ້ ​ໃນລະ
ຫວ່າງ​ກອງ​ປະຊຸມ​ ຂອງ​ຄະນະ​ລັດຖະມົນຕີ​ຕ່າງປະ​ເທດ​ອີ​ຢູ ທີ່ ປະ​ເທດ Luxembourg.

ເຈົ້າໜ້າ​ທີ່​ກ່າວ​ວ່າ ການ​ໂຈະການ​ລົງ​ໂທດ​ໄວ້​ເປັນ​ເວລາ 12 ​ເດືອນນີ້ ​ແມ່ນ​ໝາຍ​ເຖິງການ
ໃຫ້​ກໍາລັງ​ໃຈ​ເພື່ອ​ໃຫ້​ມີ​ການ​ປະຕິ​ຮູບ​ເພີ່ມ​ຕື່ມ​ໂດຍ​ລັດຖະບານ​ພົນລະ​ເຮືອນພຽງ​ແຕ່​ໃນ
ນາມຂອງ​ມຽນມາ​ ທີ່​ໄດ້​ເຂົ້າກໍາ​ອໍານາດ​ເມື່ອປີຜ່ານ​ມາ​ຫລັງ​ຈາກ​ປົກຄອງ​ໂດຍ​ຝ່າຍ​ທະ
ຫານ​ມາ​ໄດ້​ຫລາຍປີ​ນັ້ນ.

ທ່ານ​ນາງ Catherine Ashton ຫົວໜ້າ​ນະ​ໂຍບານ​ດ້ານ​ຕ່າງປະ​ເທດ​ຂອງ​ອີ​ຢູ ຈະ​ເປັນ
ເຈົ້າໜ້າ​ທີ່​ຕ່າງປະ​ເທດ​ຜູ້​ລ່າ​ສຸດທີ່​ຈະໄປ​ຢ້ຽມຢາມ​ມຽນມາ​ ຊຶ່ງຄັ້ງນຶ່ງ​ເຄີຍ​ເປັນ​ປະ​ເທດ​ທີ່
​ໂດດດ່ຽວ​ນັ້ນ ​ເວລາ​ທ່ານ​ນາງ​ເດີນທາງ​ໄປ​ຍັງປະ​ເທດ​ດັ່ງກ່າວ ​ໃນ​ອາທິດ​ໜ້າ​ນີ້.

XS
SM
MD
LG